Skip to content ↓
map

UWC ປະເທດໄທ (UWC Thailand)

ພູເກັດ, ປະເທດໄທ

ນັກຮຽນ 380 ຄົນ,

ອາຍຸ 18 ເດືອນ ຫາ 18 ປີ

ສ້າງຕັ້ງຂຶ້ນ

2008

3 March 2017

UWC ປະເທດໄທໄດ້ຖືກສ້າງຕັ້ງຂຶ້ນໃນປີ 2008 ໂດຍເບື້ອງຕົ້ນມີຊື່ວ່າ ໂຮງຮຽນນາໆຊາດພູເກັດ, ແລະ ໄດ້ເຂົ້າຮ່ວມຂະບວນການ UWC ໃນເດືອນສິງຫາປີ 2016. ໂຮງຮຽນຫຼັງນີ້ເປັນສະຖານທີ່ການສຶກສາແບບໂຮງຮຽນທົ່ວໄປ ແຕ່ກໍມີຫໍພັກໄວ້ເພື່ອອຳນວຍຄວາມສະດວກ. ນອກຈາກນັ້ນ, ໂຮງຮຽນຫຼັງນີ້ຍັງມີຫຼັກສູດການສຶກສາແບບຫຼາກຫຼາຍໂດຍບໍ່ເນັ້ນສະເພາະເຈາະຈົງໄປທາງໃດທາງໜຶ່ງ, ແຕ່ຈະເນັ້ນໜັກໃນການໃຫ້ຄວາມໃຫ້ຄວາມສຳຄັນກັບສະມາທິ ແລະ ຄວາມຄິດ.

3 ລັກສະນະເດັ່ນຂອງໂຮງຮຽນ

  • ຄວາມມີສະຕິ (Mindfulness): UWC ປະເທດໄທ ໄດ້ຮວບຮວມເອົາການການສຶກສາດ້ານຈິດໃຈທາງສັງຄົມ ແລະ ຄວາມມີສະຕິເຂົ້າໃນຫຼັກສູດການສິດສອນ, ພ້ອມທັງໃຫ້ການສະໜັບສະໜຸນໃນການພັດທະນາໃນທັກສະອັນສຳຄັນໃຫ້ກັບນັກຮຽນ ບໍ່ວ່າຈະເປັນການມີສະຕິຕື່ນຕົວ ແລະ ຮູ້ຈັກຈັດການຕົນເອງ, ມີສະຕິຕື່ນຕົວຕໍ່ສັງຄົມ ແລະ ປະສິດທິພາບ, ແລະ ເຮັດວຽກດ້ວຍຫຼັກຈະລິຍະທຳ ແລະ ມີປະສິດທິຜົນ.
  • ບົດສົນທະນາກ່ຽວກັບສິ່ງແວດລ້ອມທາງນ້ຳ (Marine Environment Conservation): ດ້ວຍສະຖານທີ່ຂອງໂຮງຮຽນທີ່ຕັ້ງຢູ່ໃກ້ກັບບໍລິເວນເນີນເຂົາຂອງສວນອຸທິຍານແຫ່ງຊາດ ແລະ ຫ່າງຈາກມະຫາສະໝຸດພຽງ 10 ນາທີ ຈຶ່ງເປັນສາເຫດທີ່ເຮັດໃຫ້ UWC ປະເທດໄທ ລິເລີ່ມໂຄງການຂຶ້ນທົ່ວເກາະໂດຍມີຈຸດປະສົງເພື່ອຮັກສາສະພາບແວດລ້ອມທາງທະເລ (ການຟື້ນຟູເຂດປ່າຊາຍເລນ ແລະ ການກວດເບິ່ງປະກາລັງ) ແລະ ສົ່ງເສີມໃຫັຮູ້ຈັກຮັກສາຄວາມໝັ້ນຄົງຂອງທະເລ (ໂຄງການພູເກັດປອດຢາງພລາດສຕິກ, ທຳຄວາມສະອາດຊາຍຫາດກັບຊຸມຊົນ).
  • ການຮຽນຮູ້ຈາກປະສົບການ (Experiential Learning):UWC ປະເທດໄທມີຄວາມມຸ່ງໝັ້ນຢ່າງໜຽວແໜ້ນກັບການຮຽນຮູ້ຈາກປະສົບການ ແລະ ເຮັດໃຫ້ການຮຽນເຕັມໄປດ້ວຍສົນທະນາລະຫວ່າງນັກຮຽນ ພ້ອມທັງມີຄວາມໝາຍຕໍ່ນັກຮຽນທຸກຄົນ. ສ່ວນໃຫຍ່ນັກຮຽນຈະໄດ້ໄປອອກເດີນທາງເຮັດກິດຈະກຳນອກໂຮງຮຽນບໍ່ວ່າຈະເປັນການໄປທັດສະນະ ຫຼື ເປັນອາສາສະໝັກ ທັງຢູ່ເກາະ ແລະ ຂອບເຂດພາຍໃນປະເທດໄທ ຈົນເຖິງ ພາຍນອກປະເທດອີກດ້ວຍ.
ພາຍໃນຫ້ອງຮຽນ 

ທ່າມກາງຄວາມແຕກຕ່າງລະຫວ່າງຄວາມເປັນຈິງ ແລະ ເປົ້າໝາຍທີ່ວາງໄວ້ຂອງສະພາບແວດລ້ອມອ້ອມຂ້າງ, UWC ປະເທດໄທ ຈຶ່ງເນັ້ນໜັກໃສ່ການຄວາມສົມດຸນລະຫວ່າງ ຈິດໃຈ ແລະ ຄວາມຮູ້ສຶກ, ພ້ອມທັງຄວາມຄາດຫວັງໃນການສຶກສາ. ນັກຮຽນຢູ່ໂຮງຮຽນແຫ່ງນີ້ຖືກສອນໃຫ້ຮູ້ຈັກຮຽນ, ວິເຄາະ, ຮູ້ຈັກຄິດຢ່າງສ້າງສັນອັນສາມາດນຳໄເຖິງຂໍ້ສະຫຼຸບທີ່ມີຄວາມຮອບຄອບ  ເຊິ່ງເຮັດໃຫ້ກາຍເປັນຫຼັກສູດການສອນທີ່ທ້າທາຍທີ່ສົ່ງເສີມໃຫ້ນັກຮຽນໄປເຖິງຈຸດສູງສຸດຂອງຂອງການສຶກສາ.

ໂຮງຮຽນອະນຸບານແມ່ນເປີດໃຫ້ນັກຮຽນແຕ່ອາຍຸ 18 ເດືອນຫາ 3 ປີ. ໂຮງຮຽນປະຖົມແມ່ນສຳລັບນັກຮຽນແຕ່ອາຍຸ 3 ຫາ 12 ປີ, ແລະ ນັກຮຽນຊັ້ນມັດທະຍົມແມ່ນອາຍຸປະມານ 11 ຫາ 16 ປີ.

ສຳລັບນັກຮຽນອາຍຸ 16 ຫາ 19 ປີ, UWC ປະເທດໄທ ສະເໜີຫຼັກສູດໃບປະກາດສະນີຍະບັດນານາຊາດ (International Baccalaureate Diploma Program (IBDP)) ເຂົ້າໃນການສິດສອນ. ຄຽງຄູ່ກັບຫຼັກສູດທົ່ວໄປ, ທາງໂຮງຮຽນຍັງມີວິຊາ ພາສາໄທ, ລັດເຊຍ, ຈີນ, ເກົາຫຼີ, ພາສາດັດຈ໌, ການບໍລິຫານທຸລະກິດ, ຈິດຕະວິທະຍາ, ການອອກແບບລະບົບ, ການເມືອງໂລກ ແລະ ສິລະປະກຳ ໃຫ້ນັກຮຽນສາມາເລືອກຮຽນອີກດ້ວຍ. 

ນອກຫ້ອງຮຽນ 

UWC ປະເທດໄທ ສະເໜີໂປຣແກຣມກິດຈະກຳສົ່ງເສີມຄວາມເຂົ້າໃຈໃຫ້ກັບນັກຮຽນທຸກໄວອາຍຸ. ກິດຈະກຳດັ່ງກ່າວແມ່ນເກີດຂຶ້ນໃນຊ່ວງເວລາພັກຕອນສວາຍ, ຫຼັງຈາກເລີກຮຽນ ແລະ ທ້າຍອາທິດ ເຊິ່ງກິດຈະກຳເຫຼົ່ານີ້ແມ່ນມີເປົ້າໝາຍຊ່ວຍໃຫ້ນັກຮຽນຄົ້ນຫາໂຄງການ ແລະ ຄວາມມັກໃນດ້ານຈິດອາສາ, ຄວາມຄິດສ້າງສັນ, ກິລາ, ສັງຄົມ ແລະ ວັດທະນະທຳອີກດ້ວຍ. ນອກຈາກນັ້ນ,​ ນັກຮຽນຍັງໄດ້ອອກເດີນທາງເຮັດກິດຈະກຳ ນອກໂຮງຮຽນກັບໝູ່ຄູ່ໃນຫ້ອງຮຽນ ເຊິ່ງຈະເນັ້ນໃສ່ການຮຽນຮຸ້ຜ່ານການຜະຈົນໄພ ແລະ ຍັງເປັນການເພີ່ມປະສົບການໃຫ້ໂຕນັກຮຽນເອງ. ທັດສະນະສຶກສາແມ່ນມີຫຼາຍຮູບແບບເລີ່ມແຕ່ການໃຊ້ເວລາໃນຫ້ອງສະໝຸດໃນຍາມກາງຄຶນສຳລັບນັກຮຽນຊັ້ນປະຖົມປີທີ 1, ໄປຈົນເຖິງ ນັກຮຽນທີ່ຢູ່ຊັ້ນປະຖົມປີທີ 5 ໄປຕັ້ງແຄ້ມ (camp) ແລະ ພາຍເຮືອຄະຍັກ (kayak) ບໍລິເວນຝັ່ງຊາຍຫາດຂອງພູເກັດອີກດ້ວຍ. ນັກຮຽນບາງຊັ້ນຍັງໄດ້ໄປທັດສະນະກ່ຽວກັບການພາຍເຮືອ, ຊ່ວຍເຫຼືອສູນອະນຸຮັກເຕົາ ແລະ ສັດໃກ້ສູນພັນອີກດ້ວຍ. ທັດສະນະສຶກສາຂອງແຕ່ລະຊັ້ນແມ່ນມີເປົ້າໝາຍແຕກຕ່າງກັນໃນແຕ່ລະປີ, ເຊິ່ງຂຶ້ນກັບຄວາມເໝາະສົມກັບອາຍຸຂອງນັກຮຽນ. ສຳລັບນັກຮຽນໃນຫຼັກສູດໃບປະກາດສະນີຍະບັດນານາຊາດ ແມ່ນໄດ້ສ້າງໂຄງການຂອງຕົວເອງຂຶ້ນມາ ເຊິ່ງຕ້ອງເນັ້ນໃສ່ການຊ່ວຍເຫຼືອສັງຄົມ ແລະ ຊຸມຊົນ.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ. 

UWC ປະເທດໄທມີວິທະຍາເຂດທີ່ໃຫຍ່ ແລະ ກວ້າງຂວາງ ເຊິ່ງມັນໄດ້ຖືກອອກເປັນຫຼາຍເຂດຂຶ້ນກັບຊັ້ນຮຽນເຊັ່ນ: ອະນຸບານ, ປະຖົມຕອນຕົ້ນ, ປະຖົມຕອນປາຍ ແລະ ມັດທະຍົມ. ຫໍພັກຂອງໂຮງຮຽນແມ່ນເປັນບ່ອນຢູ່ຂອງນັກຮຽນ 60 ຄົນຕັ້ງແຕ່ຊັ້ນມັດທະຍົມປີທີ 2 ຫາ ປີທີ 7, ແລະ ຫໍພັກອີກຫຼັງໜຶ່ງແມ່ນຫາກໍເປີດໃຊ້ງານໃນເດືອນມັງກອນ ປີ 2018. ຕຶກອາຄານຮຽນແມ່ນຢູ່ໃກ້ກັບສູນກິລາ, ຜູ້ຄົນຢູ່ບໍລິເວນດັ່ງກ່າວແມ່ນສາມາດໃຊ້ບໍລິການທີ່ສູນກິລາດັ່ງກ່າວບໍ່ວ່າຈະເປັນສະລອຍນ້ຳຂະໜາດສະລອຍນ້ຳໂອລິມປິກ, ສະໜາມແລ່ນທີມີຄວາມຍາວເຖິງ 500 ແມັດ, ສະໜາມກິລາຮັກບີ້, ເດີ່ນເທນນິດສ໌, ເດີ່ນກິລາບານບ້ວງ ແລະ ສູນຄຣາດີໂອ້ (cardio)

ທີ່ຕັ້ງທາງດ້ານພູມສາດ 

UWC ປະເທດໄທຕັ້ງຢູ່ພາກເໜືອຂອງເກາະຂອງພູເກັດ, ແລະໃຊ້ເວລາຂັບລົດພຽງ​ 20 ນາທີເພື່ອໄປຫາຂົວສາລະສິນ ເຊິ່ງເປັນຂົວທີ່ເຊື່ອມຕໍ່ລະຫວ່າງພູເກັດ ແລະ ແຜ່ນດິນໃຫຍ່ຂອງປະເທດໄທ. ພູມສັນຖານທາງພາກເໜືອຂອງພູເກັດແມ່ນເຕັມໄປດ້ວຍພາບຂອງສວນອຸທິຍານແຫ່ງຊາດ, ຊາຍຫາດ ແລະ ຊາຍຝັ່ງທະເລ, ສວນຢາງພາລາ ແລະ ຊຸມຊົນທ້ອງຖິ່ນ.

ວິທີຮັບສະໝັກ 

UWC ປະເທດໄທ ເປີດຮັບສະໝັກນັກຮຽນຊັ້ນອະນຸບານ, ປະຖົມ ແລະ ມັດທະຍົມ ໂດຍກົງຜ່ານຂັ້ນຕອນການຮັບສະໝັກຂອງໂຮງຮຽນ ເຊິ່ງຍຶດໝັ້ນກັບ ພາລະໜ້າທີ່ ແລະ ຄຸນຄ່າ ຂອງ UWC. ສຳລັບນັກຮຽນທີ່ສົນໃຈຢາກເຂົ້າຮຽນໃນຊັ້ນມັດທະຍົມປີທີ 6​ ແລະ 7 ຂອງຫຼັກສູດໃບປະກາດສະນີຍະບັດນາໆຊາດແມ່ນຕ້ອງສະໝັກຜ່ານຄະນະກຳມະການ UWC ທີ່ປະຈຳຢູ່ແຕ່ລະປະເທດ  ຫຼື ຜ່ານ UWC Global Selection Programme. ຕາມນະໂຍບາຍຂອງ UWC ປະເທດໄທ, ຈຳນວນນັກຮຽນຂອງແຕ່ລະປະເທດຕ້ອງຕ່ຳກວ່າ 20% ພາຍໃນອາຄານໂຮງຮຽນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ປະເທດໄທ, ສາມາດຕິດຕາມໄດ້ທີ່

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


18 Colleges
Worldwide