Skip to content ↓
map

UWC ມາຮິນດຣາ (UWC Mahindra College)

ປູເນ (Pune), ປະເທດອິນເດຍ

ນັກຮຽນ 240 ຄົນ,

ອາຍຸ 16 ຫາ 18 ປີ
 

ສ້າງຕັ້ງຂຶ້ນ

1997

3 March 2017

UWC ມາຮິນດຣາ ຖືກສ້າງຂຶ້ນໃນປີ 1997 ຈາກການສະໜັບສະໜູນທີ່ດິນ ແລະ ທຶນການກໍ່ສ້າງໂດຍ ທ່ານ ຮາຣິຊ ມາຮິນດຣາ (Harish  Mahindra) ເຊິ່ງແມ່ນໜຶ່ງໃນຜູ້ບໍລິຫານຂອງ ມາຮິນດຣາ ແລະ ມາຮິນດຣາ ກຣຸບ (Mahindra and Mahindra Group). UWC Mahindra College ຫຼື MUWCI (ອ່ານວ່າ ມິວກີ້) ເຕັມໄປດ້ວຍນະວັດຕະກຳໃໝ່ໆຂອງຫຼັກສູດການສຶກສາ ແລະ ການຮ່ວມມືກັນພາຍໃນໂຮງຮຽນ. ວິຊາຕ່າງໆໃນຫຼັກສູດ IB ເຊັ່ນ ບົດຄວາມຄົ້ນຄວ້າວິຊາຄວາມຮູ້ຮອບຕົວ ແລະ ວິຊາຮູບເງົາ ໄດ້ຖືກລິເລີ່ມຢູ່ທີ່ນີ້. ໂຮງຮຽນຍັງມີການຮ່ວມມືກັບ ມູນນິທິທ້ອງຖິ່ນ ອັກຊາຣາ (Akshara Foundation) ເພື່ອເປັນສື່ກາງໃນການສົ່ງເສີມ ແລະ ຮ່ວມມື ລະຫວ່າງໂຮງຮຽນ ແລະ ປະຊາຊົນທ້ອງຖິ່ນ, ເຊິ່ງໄດ້ເຮັດໃຫ້ນັກຮຽນໄດ້ຮັບໂອກາດດີໆ ໃນການຮຽນຮູ້ ແລະ ພັດທະນາທັກສະຂອງພວກເຂົາ.

Campus and Facilities  

The campus is located on a 175-acre conservation park overlooking the Mulshi and Kolvan valleys, 150 km from Mumbai. 

Architect Christopher Benninger has won international awards for the campus design, based on local architecture and which uses regional materials.

Classrooms are based around a quadrangle and each has its own courtyard. The hall, library, arts centre, science laboratories, catering and administrative centres are in this central area.

Since 2000, staff, students and faculty have planted over 100,000 trees on campus, making it a shady and green space to live and learn. 

ຈຸດເດັ່ນຂອງໂຮງຮຽນ

  • ຫຼັກສູດການສິດສອນທີ່ຫຼາກຫຼາຍ (Curricular richness (Project Based Diploma)): UWC ມາຮິນດຣາ ມີຊື່ສຽງທາງດ້ານການພັດທະນາຫຼັກສູດ ທັງຍັງມີຫຼາຍວິຊາຮຽນທີ່ໄດ້ຖືກຄິດຄົ້ນ ແລະ ພັດທະນາຂຶ້ນອັນໄດ້ບັນຈຸເຂົ້າເປັນວິຊາສອນໃນຫຼັກສູດ IB. ໂຮງຮຽນແຫ່ງນີ້ຍັງໄດ້ມອບໂອກາດດີໆໃນການຮຽນຮູ້ແບບຕົວຈິງ ແລະ ການຮຽນຜ່ານໂຄງການທີ່ນັກຮຽນອອກແບບເອງ ຜ່ານຫຼັກສູດ Project Base Diploma (PBD). ທັງນີ້ທາງໂຮງຮຽນກໍຍັງມີຕົວເລືອກອື່ນໆອີກເປັນຈຳນວນຫຼວງຫຼາຍ ພ້ອມທັງໂຄງການອີກຫຼາຍແບບທີ່ໃຫ້ນັກຮຽນເລືອກເຂົ້າຮ່ວມໃນຮູບແບບກິດຈະກຳແຄັດສ໌ (CAS). 
  • ນັກຮຽນຄືຜູ້ນຳ (Student-led initiatives): ນັກຮຽນແມ່ນມີສ່ວນຮ່ວມໃນເກືອບທຸກການຕັດສິນໃຈທີ່ກ່ຽວຂ້ອງກັບຄວາມເປັນໄປຂອງໂຮງຮຽນ ເຊັ່ນ:​ ການຈັດຕັ້ງໂຄງການ ແລະ ການດຳເນີນງານທັງຢູ່ພາຍໃນໂຮງຮຽນ ແລະ ຊຸມຊົນໃກ້ຄຽງ. ຍ້ອນຄວາມຮ່ວມມືຂອງບັນດານັກຮຽນ, ມັນໄດ້ສົ່ງຜົນໃຫ້ໂຄງການເຫຼົ່ານັ້ນກາຍມາເປັນໂຄງການທີ່ມີຜົນໄລຍະຍາວ ແລະ ສືບຕໍ່ຈັດຕັ້ງມາເລື້ອຍໆ ເຊັ່ນ ໂຄງການລະດົມທຶນເພື່ອຊຸມຊົນ ແລະ ງານສະແດງລະຄອນປະຈຳປີ, ເຊິ່ງກຳກັບ ແລະ ສະແດງໂດຍນັກຮຽນ ແລະ ງານສະແດງດັ່ງກ່າວຈະຖືກຈັດຂຶ້ນເປັນເວລາ 2 ອາທິດຂອງທຸກໆເດືອນກຸມພາ.
  • ວັດທະນະທຳອິນເດຍ (Indian context): ຢູ່ໂຮງຮຽນຫຼັງນີ້, ນັກຮຽນບໍ່ພຽງແຕ່ໄດ້ຮັບຜົນປະໂຫຍດຈາກຄວາມຫຼາກຫຼາຍທາງດ້ານເຊື້ອຊາດຂອງບັນດານັກຮຽນ ທີ່ມາຈາກຫຼາຍກວ່າ 60 ປະເທດ, ແຕ່ຍັງໄດ້ຮັບຜົນປະໂຫຍດ ແລະ ຮຽນຮູ້ເຖິງຄວາມຫຼາກຫຼາຍທາງດ້ານພາສາ ແລະ ວັດທະນະທຳຂອງອິນເດຍຈາກຊຸມຊົນໃກ້ຄຽງ ແລະ ພາກພື້ນອື່ນໆຂອງປະເທດອິນເດຍ. ໂດຍສະເພາະແມ່ນໂຄງການຮຽນຮູ້ວັດທະນະທຳອິນເດຍ ເຊັ່ນ "ນີ້ແມ່ນອິນເດຍ" (This is India) ແລະ "ເຫດການທົ່ວໂລກ" (Global Affairs) ແມ່ນໄດ້ຊ່ວຍໃຫ້ນັກຮຽນມີສ່ວນຮ່ວມໃນການຮຽນຮູ້ແບບເລິກເຊິ່ງ ແລະ ຍັງເປັນການກຽມໃຫ້ນັກຮຽນມີຄວາມພ້ອມໃນທັດສະນະສຶກສາທີ່ມີຊື່ວ່າ ອາທິດແຫ່ງການເດີນທາງ (Travel week) ແລະ ອາທິດແຫ່ງການຮຽນຮູ້ ແລະ ຊ່ວຍເຫຼືອສັງຄົມ (Project week) ທີ່ນັກຮຽນຈະໄດ້ຮັບປະສົບການການຮຽນຮູ້ທີ່ໜ້າຕື່ນຕາໃນແຕ່ລະພື້ນທີ່ຂອງປະເທດອິນເດຍ.
ພາຍໃນຫ້ອງຮຽນ  

UWC ມາຮິນດຣາ ນຳໃຊ້ ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Program) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທີ່ໂຮງຮຽນຍັງມີວິຊາສິລະປະກຳ,ວິຊາລະຄອນ, ວິຊາຮູບເງົາ, ວິຊາຈິດຕະວິທະຍາ, ວິຊາສາສະໜາໂລກ ແລະ ວິຊາການເມືອງໂລກ. ນອກຈາກນັ້ນ ຍັງມີໂຄງການຮຽນຮູ້ວັດທະນະທຳອິນເດຍ ເຊັ່ນ "ນີ້ແມ່ນອິນເດຍ" (This is India) ແລະ "ເຫດການທົ່ວໂລກ" (Global Affairs) ແລະ ການຄິດຢ່າງເປັນລະບົບຕາມຄວາມຊັບຊ້ອນຂອງວິທະຍາສາດ (Complexity science and system thinking).

UWC ມາຮິນດຣາ ຍັງມີຫຼັກສູດ Project Based Diploma (PBD) ລວມເຖິງ ຫຼັກສູດກຽມມະຫາວິທະຍາໄລຂອງມະຫາວິທະຍາໄລແຄມບິຈ (Cambridge Pre-University Diploma). PBD ເປັນຫຼັກສູດພິເສດທີ່ ນັກຮຽນໃຊ້ເວລາໃນຊ່ວງປີ1 ໃນການຮຽນຫຼັກສູດ IB ແລະ ປີທີ2 ເພື່ອຄົ້ນຄວ້າ ແລະ ພັດທະນາໂຄງການຄວບຄູ່ກັບການຮຽນ IB.

ນອກຫ້ອງຮຽນ  

UWC ມາຮິນດຣາ ມີກິດຈະກຳນອກຫຼັກສູດທີ່ຫຼາກຫຼາຍບໍ່ວ່າຈະເປັນກິດຈະກຳທີ່ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກໍາ, ການຊ່ວຍເຫຼືອສັງຄົມ ເຊິ່ງກິດຈະກຳນີ້ເອີ້ນວ່າ ແຄັດສ໌ (CAS), ຫຼື ເອີ້ນວ່າ ທຼິເວນີ (Triveni) ເຊິ່ງໄດ້ແບ່ງຂອບເຂດກິດຈະກຳອອກເປັນ 5 ກຸ່ມຄື ກຸ່ມການສຶກສາ, ກຸ່ມສັນຕິພາບ ແລະ ຄວາມຍຸດຕິທຳ, ກຸ່ມສິ່ງແວດລ້ອມ ແລະ ຄວາມຍືນຍົງ, ກຸ່ມການສື່ສານ ແລະ ວັດທະນະທຳ ແລະ ກຸ່ມການສຶກສາກາງແຈ້ງ. ນັກຮຽນຈະຕ້ອງໄດ້ເຂົ້າຮ່ວມຢ່າງໜ້ອຍໜຶ່ງກຸ່ມ.

ໂຄງການຊ່ວຍເຫຼືອສັງຄົມທັງພາຍໃນໂຮງຮຽນ ແລະ ຊຸມຊົນໃກ້ຄຽງແມ່ນເຮັດຜ່ານກິດຈະກຳ ທຼິເວນີ (Triveni), ລວມເຖິງການເຮັດວຽກຮ່ວມກັບ ອັກຊາຣາ (Akshara) ເຊິ່ງເປັນມູນນິທິພັດທະນາຊຸມຊົນທ້ອງຖິ່ນເຊິ່ງລວມມີການຊ່ວຍວຽກທີ່ໂຮງຮຽນທ້ອງຖິ່ນ, ສວນຜັກປອດສານພິດ ແລະ ອົງການຊ່ວຍເຫຼືອສັງຄົມຕ່າງໆ.

ນອກຈາກກິລາທົ່ວໄປດັ່ງ ບານບ້ວງ, ຣັກບີ້ ແລະ ບານເຕະແລ້ວ, ທີ່ຕັ້ງຂອງໂຮງຮຽນຍັງອຳນວຍຕໍ່ກິດຈະກຳກາງແຈ້ງຕ່າງໆ ເຊັ່ນ ກິດຈະກຳການເດີນປ່າ, ການຂີ່ລົດຖີບ ແລະ ກິດຈະກຳອາສາດັບເພີງ. ນັກຮຽນຈຳນວນຫຼາຍຍັງໄດ້ເຂົ້າຮ່ວມການແຂ່ງຂັນກິລາລະຫວ່າງຫໍພັກປະຈຳປີ ທີ່ນັກຮຽນເອີ້ນກັນວ່າ MUWCILympics (ມິວກີ້ລິມປິກ).

ຫຼັກສູດໄລຍະສັ້ນ 

UWC ມາຮິນດຣາ ມີໂຄງການໄລຍະສັ້ນທີ່ຫຼາກຫຼາຍໃນຊ່ວງພັກແລ້ງ, ເຊິ່ງໄດ້ຮວບຮວມເອົາບັນດານັກຮຽນອາຍຸລະຫວ່າງ14 ເຖິງ 18 ປີ ຈາກທົ່ວໂລກມາສຶກສາກ່ຽວກັບບັນຫາຕ່າງໆທີ່ກຳລັງເກີດຂຶ້ນ ເຊັ່ນ ບັນຫາການພັດທະນາແບບຍືນຍົງ, ບັນຫາດ້ານໂລກາວິກາວິວັດ ແລະ ບັນຫາເລື່ອງເພດ. ຈຸດສຳຄັນແມ່ນແນໃສ່ການສ້າງຄວາມເຂົ້າໃຈໃຫ້ແກ່ນັກຮຽນ ແລະ ແນະນຳນັກຮຽນໃຫ້ຮູ້ຈັກເຖິງບັນຫາສຳຄັນຕ່າງໆ ໂດຍຜ່ານການໂອ້ລົມແລກປ່ຽນຄວາມຄິດ ກັບ ຜູ້ຊ່ຽວຊານ ພ້ອມທັງນຳໃຊ້ພື້ນທີ່ຂອງໂຮງຮຽນ ແລະ ສະພາບທາງດ້ານວັດທະນະທຳ. ໂຄງການ "ພົບກັບອິນເດຍ" (Encounter India) ແມ່ນໂຄງການພັກແລ້ງທີ່ມີຊື່ສຽງຂອງໂຮງຮຽນ, ກິດຈະກຳຂອງໂຄງການນີ້ລວມມີການສ້າງສາ ແລະ ຮຽນຮູ້ວັດທະນະທຳ ຢູ່ UWC ມາຮິນດຣາ ເປັນເວລາໜຶ່ງອາທິດ ແລະ ອີກ 2 ອາທິດ ແມ່ນ ການທ່ອງທ່ຽວເພື່ອຮຽນຮູ້ເຂດຕ່າງໆຂອງປະເທດອິນເດຍ. ນອກຈາກນັ້ນ, ກໍຍັງມີໂຄງການອື່ນໆອີກ ເຊັ່ນ ຊາວໜຸ່ມ, ສິ່ງແວດລ້ອມ ແລະ ຄວາມຍືນຍົງ (Youth, Environment and Sustainability) ແລະ ການລະຄອນ, ເພດ, ເອກະລັກ ແລະ ຮູບເງົາ (Theatre, Gender, Identity and Film).

ໂຮງຮຽນ ແລະ ສິ່ງອຳນວຍຄວາມສະດວກ    

ນັກຮຽນອາໄສຢູ່ນຳກັນທີ່ບໍລິເວນທີ່ພັກອາໄສເຊິ່ງປະກອບດ້ວຍ 5 ຫໍພັກ ເອີ້ນວ່າ ວາດາ (Wada) ມີຄວາມໝາຍໃນພາສາທ້ອງຖິ່ນວ່າ ເດີ່ນບ້ານ. ພາຍໃນໂຮງຮຽນຍັງມີສະຖານທີ່ຫຼາຍບ່ອນສຳລັບນັກຮຽນເພື່ອພົບປະ, ພັກຜ່ອນ ແລະ ເຮັດກິດຈະກຳຮ່ວມກັນ. ມີເສັ້ນທາງສຳລັບການເດີນປ່າ ແລະ ປີນພູ ແລະ ອີກຫຼາຍສະຖານທີ່ ທີ່ເປັນທີ່ຮູ້ຈັກກັນດີໃນກຸ່ມນັກຮຽນ ໃນການຊົມທິວທັດເວລາຕາເວັນຕົກດິນ.

ທາງດ້ານການຮຽນ, ຫ້ອງຮຽນແມ່ນຢູ່ອີກຟາກໜຶ່ງຈາກເຂດທີ່ພັກ, ຫ້ອງທົດລອງວິທະຍາສາດ, ຫ້ອງອຸປະກອນດິຈິຕອນ, ຫ້ອງສະໝຸດ, ຫ້ອງສິລະປະ, ອຸປະກອນສຳລັບການລະຕອນ ແລະ ການເຝິກຊ້ອມດົນຕີ, ເດີ່ນກິລາທີ່ກວ້າງຂວາງສຳລັບ ຣັກບີ້, ບານເຕະ, ບານບ້ວງ ແລະ  ຄຣິກເຄັດ(cricket) . ທີ່ສູນພັກຜ່ອນກໍຍັງມີ ຫ້ອງອອກກຳລັງກາຍ, ສະລອຍນ້ຳ, ເຄື່ອງຫຼິ້ນເກມ ແລະ ຮ້ານຂາຍອາຫານຫວ່າງ. ນອກຈາກນັ້ນ, ໂຮງຮຽນກໍ ຍັງມີຫ້ອງອາຫານທີ່ເອີ້ນວ່າ ຄາຟ (Caf) ທີ່ເສີບອາຫານແກ່ນັກຮຽນສາມຄາບຕໍ່ມື້.

ທີ່ຕັ້ງທາງດ້ານພູມສາດ    

UWC ມາຮິນດຣາ ຕັ້ງຢູ່ເຂດຄຸ້ມຄອງພັນພືດ ແລະ ພັນສັດ ທີ່ມີພື້ນທີ່ 170 ເອເຄີ (170-acre) ທີ່ ເວດສ໌ເຕີ້ນ ຫັດ (Western Ghat), ເຊິ່ງເປັນສາຍພູທີ່ຕັ້ງຂະໜານກັບຊາຍທະເລທາງດ້ານທິດຕາເວັນຕົກຂອງມະຫາສະໝຸດອິນເດຍ. ຍ້ອນບັນດາໝູ່ບ້ານ ແລະ ຊຸມຊົນທີ່ຢູ່ຕີນພູ, ມັນເຮັດໃຫ້ນັກຮຽນໄດ້ມີໂອກາດຮຽນຮູ້ ແລະ ມີສ່ວນຮ່ວມກັບຊຸມຊົນຫຼາຍຂຶ້ນ. ຕົວເມືອງປູເນ ແມ່ນຢູ່ຫ່າງຈາກໂຮງຮຽນ 30 ກິໂລແມັດ, ເຊິ່ງນັກຮຽນສາມາດເດີນທາງໄປຈັບຈ່າຍໃຊ້ສອຍໃນຊ່ວງວັນເສົາ - ອາທິດໄດ້. 

ການສະໝັກ  

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programm. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ມາຮິນດຣາ, ສາມາດຕິດຕາມໄດ້ທີ່

ລາຍລະອຽດສາມາດຕິດຕໍ່


UWC Mahindra College
Village Khubavali,
PO Paud
Taluka Mulshi, Pune,
MH 412 108, India

18 Colleges
Worldwide