Skip to content ↓
map

UWC ຄອດສ໌ ສະຕາ ຣິກ້າ (UWC Costa Rica)

ໃຈກາງເມືອງ ຊານຕ້າ ອະນາ (Santa Ana Downtown), ປະເທດ ຄອດສ໌ ສະຕາ ຣິກ້າ

ນັກຮຽນ 175 ຄົນ,  ອາຍຸ 16-19 ປີ 

ສ້າງຕັ້ງຂຶ້ນ

2006

3 March 2017

UWC ຄອດສຕາ ຣິກ້າ (UWC ຄອດສ໌ ສະຕາ ຣິກ້າ) ເຄີຍເປັນວິທະຍາໄລນາໆຊາດ ຄອດສ໌ ສະຕາ ເອດສໂອເອດສ ເຮີແມນ ມາຍເນີ້  (SOS Hermann Gmeiner (HGIC)), ສ້າງຕັ້ງຂື້ນສຳລັບນັກຮຽນຈາກໝູ່ບ້ານ  SOS ທົ່ວພາກພື້ນ. ໃນປີ 2006, ວິທະຍາໄລນາໆຊາດ ຄອດສ໌ ສະຕາ ເອດສໂອເອດສ ເຮີແມນ ມາຍເນີ້ ໄດ້ກາຍເປັນໂຮງຮຽນ UWC ຄອດສຕາ ຣິກ້າ, ເຊິ່ງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພາລະກິດຂອງຕົນໃນການສະໜັບສະໜູນເດັກນັກຮຽນຈາກໝູ່ບ້ານSOS ໃນແຖບລາຕິນອາເມຣິກາຮ່ວມກັບນັກຮຽນຈາກທົ່ວທຸກມຸມໂລກ.  ເຄີຍເປັນວິທະຍາໄລນາໆຊາດ ຄອດສ໌ ສະຕາ ເອດສໂອເອດສ ເຮີແມນ ມາຍເນີ້  (SOS Hermann Gmeiner (HGIC)), ສ້າງຕັ້ງຂື້ນສຳລັບນັກຮຽນຈາກໝູ່ບ້ານ  SOS ທົ່ວພາກພື້ນ. ໃນປີ 2006, ວິທະຍາໄລນາໆຊາດ ຄອດສ໌ ສະຕາ ເອດສໂອເອດສ ເຮີແມນ ມາຍເນີ້ ໄດ້ກາຍເປັນໂຮງຮຽນ UWC ຄອດສຕາ ຣິກ້າ, ເຊິ່ງໃຫ້ຄຳໝັ້ນສັນຍາວ່າຈະສືບຕໍ່ພາລະກິດຂອງຕົນໃນການສະໜັບສະໜູນເດັກນັກຮຽນຈາກໝູ່ບ້ານ SOS ໃນແຖບລາຕິນອາເມຣິກາຮ່ວມກັບນັກຮຽນຈາກທົ່ວທຸກມຸມໂລກ. 

3 ລັກສະນະເດັ່ນຂອງໂຮງຮຽນ

  • ເປັນສື່ກາງແຫ່ງການປ່ຽນແປງ (Agents of Change Programme): ປະສົບການຈາກການຜະຈົນໄພເປັນເວລາສອງປີຈະເຮັດໃຫ້ນັກຮຽນຄິດໄດ້ເຖິງຄວາມສາມາດທີ່ຕົນເອງມີ ທີ່ສາມາດປ່ຽນແປງໂລກໃຫ້ໄປໃນທາງທີ່ດີຂຶ້ນ, ເຮັດໃຫ້ຕົນເອງສ້າງກິດຈະກຳ ແລະ ເຮັດວຽກເປັນກຸ່ມກັບຊຸມຊົນ ຫຼື ອົງການໃນເຂດທ້ອງຖິ່ນໂດຍເປັນການເຝິກຝົນຕົວພວກເຂົາເອງເທື່ອລະກ້າວ ໃນການຄົ້ນຄິດ, ດຳເນີນງານ ແລະ ວິເຄາະໂຄງການທີ່ນັກຮຽນສ້າງຂຶ້ນມາເອງ ຈາກແນວທາງການແນະນຳຈາກສັງຄົມ.  
  • ເປັນການສ້າງສຸຂະພາບທີ່ດີໃຫ້ສັງຄົມ (Wellness Programme): ຍ້ອນການເຄືຶອນໄຫວຂອງການສຶກສາສະຫະວິຊາເປັນເວລາຫຼາຍປີ ໃນໂຮງຮຽນໄດ້ເປັນການລິເລີ່ມສ້າງວັດທະນະທຳ, ສຸຂະພາບຂອງສັງຄົມ ແລະ ທາງດ້ານຈິດໃຈໃຫ້ແກ່ສະມາຊິກຊຸມຊົນທ້ອງຖິ່ນ.
  • ເປັນສູນກາງຊ່ວຍເຫຼືອບ້ານເດັກທີ່ຕ້ອງການຄວາມຊ່ວຍເຫຼືອ (SOS Children’s Villages support): ໃນທຸກໆປີ, UWC ຄອດສ໌ ສະຕາ ຣິກ້າ ໄດ້ມອບທຶນການສຶກສາເຕັມຈຳນວນໃຫ້ກັບນັກຮຽນຈາກໝູ່ບ້ານ SOS 5 ທຶນ. ເທົ່າເຖິງທຸກວັນນີ້ ໄດ້ມີຫຼາຍກວ່ານັກຮຽນຈາກໝູ່ບ້ານ SOS 50 ຄົນທີ່ໄດ້ຈົບການສຶກສາຈາກ UWC ຄອດສ໌ ສະຕາ ຣິກ້າ. Every year, UWC Costa Rica offers 5 full scholarships to Village students from around the world. So far, more than 50 Village students have graduated from UWC Costa Rica.
ພາຍໃນຫ້ອງຮຽນ 

UWC ຄອດສ໌ ສະຕາ ຣິກ້າ ມີຄວາມພູມໃຈທີ່ເປັນໂຮງຮຽນແຫ່ງດຽວໃນບັນດາໂຮງຮຽນຂອງ UWC ທີ່ນຳໃຊ້ຫຼັກສູດໃບປະການສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ທີ່ເປັນທັງຫຼັກສູດພາສາອັງກິດ ແລະ ສະເປນ ເຂົ້າໃນການສິດສອນ. ນັກຮຽນທຸກຄົນທີ່ຈົບຈາກໂຮງຮຽນແຫ່ງນີ້ແມ່ນສາມາດສື່ສານເປັນທັງພາສາອັງກິດ ແລະ ສະເປນໄດ້ເປັນຢ່າງດີ.ສຳລັບນັກຮຽນທີສາມາດສານໃນສອງພາສາດັ່ງກ່າວເປັນຂ້ອນຂ້າງດີແລ້ວແມ່ນສາມາດເລືອກຮຽນວິຊາເປັນໜຶ່ງໃນສອງພາສາດັ່ງກ່າວ ແລະ ກໍຍັງສາມາດຈົບດ້ວຍໃບປະກາດສອງພາສາອີກດ້ວຍ.

ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນກໍຍັງມີວິຊາອື່ນໆໃຫ້ນັກຮຽນໄດ້ເລືອກອີກດ້ວຍ ຕົວຢ່າງເຊັ່ນ: ວິຊາວັດທະນະທຳ ແລະ ສັງຄົມມະນຸດວິທະຍາ (Cultural and Social Anthropology), ສະແດງລະຄອນ, ສິລະປະກຳ, ລະບົບວິທະຍາສາດທຳມະຊາດ ແລະ ສັງຄົມ, ແລະ ພາສາຝຣັ່ງ.

ນອກຫ້ອງຮຽນ 

UWC ຄອດສ໌ ສະຕາ ຣິກ້າ ມີກິດຈະກຳຫຼາຍກວ່າ 50 ກິດຈະກຳໃຫ້ນັກຮຽນໄດ້ປະກອບສ່ວນ. ນອກຈາກນັ້ນ, ນັກຮຽນທຸກຄົນຕ້ອງມີສ່ວນຮ່ວມໃນໂຄງການເປັນສື່ກາງແຫ່ງການປ່ຽນແປງ, ເຊິ່ງເປັນໂຄງການທີ່ສ້າງໃຫ້ນັກຮຽນໃຫ້ມີທັກສະເພື່ອຈະສາມາດນຳໄປໃຊ້ໃນການພັດທະນາໂຄງການໃຫ້ມີຄວາມສຳເລັດ.

ຫຼັກສູດໄລຍະສັ້ນ 

UWC ຄອດສ໌ ສະຕາ ຣິກ້າ ເປັນເຈົ້າພາບຈັດຄ້າຍ Leading with Heart ຂຶ້ນມາເພື່ອຊ່ວຍເຫຼືອຜູ້ສູງອາຍຸພັດທະນາຄວາມຮູ້, ທັກສະ, ແລະ ທັດສະນະຄວາມຄິດໃຫ້ເປັນຜູ້ນຳທີ່ມີຄວາມຮັບຜິດຊອບທາງດ້ານສັງຄົມ ແລະ ມີປະສິດທິຜົນ.​

ວິທະຍາເຂດ ແລະ ສິ່ງເອືຶ້ອອຳນວຍຄວາມສະດວກ 

ວິທະຍາເຂດຂອງໂຮງຮຽນແມ່ນອ້ອມຮອບດ້ວຍພູເຂົາ ແລະ ພືດພັນອັນສວຍງາມ, ພ້ອມນັ້ນຍັງຖືກອ້ອມຮອບດ້ວຍສັດນາໆຊະນິດເຊິ່ງເປັນສະຖານທີ່ໆເໝາະສົມສຳລັບຊີວິດຫໍພັກ, ນອກຈາກນັ້ນ, ມັນຍັງເປັນສະຖານທີ່ໆປອດໄພ, ໜ້າຕື່ນເຕັ້ນ ແລະ ຫຼາກຫຼາຍ. ສັດເລືອຄານ (Iguanas), ໂຕນິ້ມ (armadillos), ນົກທູຄານ (toucans) ຈາກປະເທດບາຊິວ ແລະ ນົກຊະນິດອື່ນໆອີກແມ່ນເປັນພາກສ່ວນຊີວິດປະຈຳວັນທີ່ນັກຮຽນສາມາດພົບເຫັນໄດ້ເປັນປະຈຳ.

UWC ຄອດສ໌ ສະຕາ ຣິກ້າ ປະກອບມີ ຫໍພັກທັງໝົດ 8 ຫໍ,​ເຊິ່ງທຸກໆຫໍແມ່ນມີຊື່ຕາມຫາດຊາຍທີ່ມີຊື່ສຽງໂດ່ງດັງຂອງປະເທດຄອດສ໌ ສະຕາ ຣິກ້າ. ຫໍພັກແຕ່ລະຫໍແມ່ນສາມາດຢູ່ໄດ້ 24 ຄົນ ແລະ ມີທັງໝົດ 8 ຫ້ອງນອນ, ຫ້ອງນ້ຳ 2 ຫ້ອງ, ຫ້ອງນັ່ງຫຼິ້ນ ແລະ ໜຶ່ງຫ້ອງຄົວ. ສິ່ງເອື້ອອຳນວຍອື່ນໆໄດ້ແກ່ ຫໍສະແດງລະຄອນກາງແຈ້ງເຊິ່ງມີເວທີສະແດງຂະໜາດໃຫຍ່ເຖິງ 807 ຕາລາງຟຸດ ຫຼື ປະມານ 75 ຕາລາງແມັດ. ນອກຈາກນັ້ນກໍຍັງມີ ຫ້ອງສະໝຸດ, ສະຖານທີ່ໆເປັນບ່ອນນັ່ງຫຼິ້ນຂອງໂຮງຮຽນ, ເດີ່ນບານບ້ວງ ແລະ ສະໜາມກິລາເຕະບານອີກດ້ວຍ.

ທີ່ຕັ້ງທາງດ້ານພູມສາດ 

ໂຮງຮຽນຢູ່ຫ່າງຈາກນະຄອນຫຼວງ ຊານໂຮເຊ (San José) ຂອງປະເທດ ຄອດສ໌ ສະຕາ ພຽງແຕ່ 20​ ນາທີ, ແລະ ຫ່ງຈາກໂຮງໝໍເຂດພຽງແຕ່ 10​ ນາທີເທົ່ານັ້ນ.​ ວິທະຍາເຂດຂອງ UWC ຄອດສ໌ ສະຕາ ຕັ້ງຢູ່ເຂດ ຊານຕ້າ ອານາ (Santa Ana), ເຊິ່ງເປັນເຂດໝູ່ບ້ານທີ່ມີຄວາມເປັນກັນເອງ, ເປັນໝູ່ບ້ານທີ່ມີຄວາມປອດໄພສູງ ແລະ ເປັນຊຸມຊົນທີ່ຄອຍໃຫ້ຄວາມຊ່ວຍເຫຼືອເຊິ່ງກັນ ແລະ ກັນ. 

ວິທີສະໝັກ​​​​​​​ 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programm. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ຄອດສ໌ ສະຕາ ຣິກ້າ, ສາມາດຕິດຕາມໄດ້ທີ່

ລາຍລະອຽດສາມາດຕິດຕໍ່


Santa Ana downtown,
from the north-east corner of the local church,
400m north
San José, 10901
Costa Rica

18 Colleges
Worldwide