Skip to content ↓

ຈຳນວນທຶນການສຶກສາ

ປິນີ້ , ທາງພວກເຮົາໄດ້ຮັບ 3 ທຶນ. ລາຍລະອຽດດັ່ງລຸ່ມນີ້:

  • ທຶນເຕັມ (ອີງຕາມຄວາມຈຳເປັນ) ຈຳນວນ 01 ທຶນ
  • ທຶນເຕັມ (ລວມທຸກຄ່າໃຊ້ຈ່າຍ)     ຈຳນວນ 01 ທຶນ
  • ທຶນທີ່ອີງຕາມຄວາມຈຳເປັນ         ຈຳນວນ 01 ທຶນ
ຊື່ໂຮງຮຽນ UWC ປະເທດ ປະເພດຂອງທຶນ
Waterford Kamhlaba UWCSA* ເອສວາຕິນີ ທຶນເຕັມ (ລວມທຸກຄ່າໃຊ້ຈ່າຍ)
UWC Mahindra College ອິນເດຍ ທຶນເຕັມ (ອີງຕາມຄວາມຈຳເປັນ 0-100%)

UWC ISAK Japan 

ຍີ່ປຸ່ນ ທຶນບາງຈຳນວນ (ອີງຕາມຄວາມຈຳເປັນ 0-95%)

*ສົກຮຽນຂອງ Waterford Kamhlaba UWCSA ແມ່ນເລີ່ມເປີດສົກຮຽນເດືອນມັງກອນ (1) ປີ 2025

ທຶນການສຶກສາທຸກທຶນຂຶ້ນກັບການຕໍ່ລອງ ແລະ ຂຶ້ນກັບເງື່ອນໄຂຂອງແຕ່ລະຄອບຄົວ ແລະ ການເຫັນດີຂອງໂຮງຮຽນ ຫຼື ວິທະຍາໄລ UWC. ອິງຕາມເງື່ອນໄຂທາງດ້ານການເງິນ, ທາງໂຮງຮຽນ ຫຼື ວິທະຍາໄລ UWC ຈະເປັນຜູ້ກຳນົດຈຳນວນທຶນເອງ, ເຊິ່ງນັ້ນແມ່ນບໍ່ໄດ້ໝາຍຄວາມວ່າ ທາງໂຮງຮຽນຈະເປັນຜູ້ອອກຄ່າໃຊ້ຈ່າຍທັງໝົດ.

ອາດຈະມີທຶນຈາກ UWC ອື່ນໆເພີ່ມ​ມາ​ນອກຈາກໂຮງຮຽນຂ້າງ​ເທິງຫຼັງຈາກສຳເລັດການຄັດເລືອກທຶນນີ້.

ທຶນອິງຕາມຄວາມຈຳເປັນ ລວມມີຫຍັງແດ່?

ສຳລັບ ທຶນອິງຕາມຄວາມຈຳເປັນ ແມ່ນທາງໂຮງຮຽນຈະເປັນຜູ້ອອກຄ່າໃຊ້ຈ່າຍລຸ່ມນີ້:

  • 0-100% ຂອງຄ່າຮຽນ
  • ຄ່າກິນຢູ່ໃນຫໍພັກ
  • ປຶ້ມຮຽນ
  • ຄ່າລົງທະບຽນສອບເສັງ IB
  • ຄ່າທັດສະນະສຶກສາ.

ທຶນເຕັມ (ລວມທຸກຄ່າໃຊ້ຈ່າຍ) ລວມມີຫຍັງແດ່?

ສຳລັບທຶນເຕັມ (ລວມທຸກຄ່າໃຊ້ຈ່າຍ) ແມ່ນທາງໂຮງຮຽນຈະເປັນຜູ້ອອກຄ່າໃຊ້ຈ່າຍລຸ່ມນີ້:

  • ຄ່າຮຽນ, ຄ່າຫໍພັກ, ອຸປະກອນການຮຽນ, ຄ່າລົງທະບຽນສອບເສັງ IB, ຄ່າທັດສະນະສຶກສາ.
  • ຄ່າໃຊ້ຈ່າຍສໍາລັບ Project week (ກິດຈະກໍາໂຄງການອາທິດ)
  • ຄ່າວີຊ້າ ແລະ ຄ່າໃຊ້ຈ່າຍໃນການເດີນທາງ (ປິ້ຍົນໄປ/ກັບຈາກໂຮງຮຽນ ແລະ ໜື່ງປີ້ກັບໃນຊ່ວງພັກແລ້ງ)
  • ເບ້ຍລ້ຽງ.
  • ຄ່າໃຊ້ຈ່າຍເພີ່ມເຕີມອື່ນໆທີ່ມີຄວາມຈຳເປັນຕໍ່ນັກຮຽນຜູ້ໄດ້ຮັບທຶນ.

ໂດຍທົ່ວໄປແລ້ວທຶນນີ້ຈະບໍ່ມີເບ້ຍລ້ຽງ, ຄ່າເດີນທາງ ຫຼື ປະກັນສຸຂະພາບ ຫຼື ປະກັນເວລາເດີນທາງ ຫຼື​ ຄ່າ​ໃຊ້​ຈ່າຍ​ອື່ນ​ໆ​ໃນ​ເວ​ລາ​ພັກ​ແລ້ງ. ໃນກໍລະນີເບ້ຍລ້ຽງ ຫຼື ຄ່າເດີນທາງ ແລະ ປະກັນລວມຢູ່ໃນທຶນນັ້ນລາຍລະອຽດຈະຖືກລະບຸໄວ້ໃນສັນຍາທີ່ຕົກລົງເຫັນດີລະຫວ່າງ ຄອບຄົວນັກຮຽນ ແລະ ໂຮງຮຽນ ຫຼື ຄະນະກໍາມະການ.

ຄ່າໃຊ້ຈ່າຍເພີ່ມເຕີມອາດຈະລວມມີຄ່າໃຊ້ຈ່າຍສໍາລັບເດີນທາງ, ເງິນແຮ ຫຼື ເບ້ຍລ້ຽງ ແລະ ເງິນສໍາລັບເຮັດກິດຈະກໍາ. ທຶນທີ່ໃຫ້ຄ່າໃຊ້ຈ່າຍຕື່ມແມ່ນຈະໄດ້ລະບຸຈະແຈ້ງຢູ່ໃນສັນຍາລະຫວ່າງຄອບຄົວ, ນັກຮຽນ ແລະ ໂຮງຮຽນ ຫຼື ຄະນະກໍາມະການຄັດເລືອກກ່ອນລ່ວງໜ້າ. ຂໍ້ຕົກລົງດ້ານການເງິນແມ່ນຈະຖືກເຊັນລະຫວ່າງພໍ່ແມ່ນັກຮຽນ ແລະ ໂຮງຮຽນ ແລະ ຄະນະກໍາມະການຫຼັງຈາກການຄັດເລືອກນັກຮຽນ.

ການຄັດເລືອກນັກຮຽນໃນແຕ່ລະໂຮງຮຽນແມ່ນອີງໃສ່ຄວາມສາມາດ ແລະ ຄວາມຈໍາເປັນດ້ານການເງິນ ແລະ ຂຶ້ນກັບການປະເມີນຄວາມຕ້ອງການຄວາມຈໍາເປັນຂອງຄອບຄົວນັກຮຽນ. ທາງຄະນະກໍາມະການຈະພະຍາຍາມເລືອກໂຮງຮຽນໃຫ້ຖືກກັບຄວາມຕ້ອງການນັກຮຽນ ແລະ ຕອບສະໜອງກັບເງື່ອນໄຂຂອງທຶນທີ່ UWC ແຕ່ລະໂຮງຮຽນເປັນຜູ້ລະບຸໄວ້.