Skip to content ↓

ສະໜັບສະໜຸນ

UWC ມີໜ້າທີ່ຮັບປະກັນວ່ານັກຮຽນແຕ່ລະຄົນມີໂອກາດໄດ້ສຳຜັດກັບການສຶກສາຂອງຂະບວນການ UWC ບໍ່ວ່ານັກຮຽນຈະຢູ່ໃນສະຖານະທາງສັງຄົມດ້ານໃດ, ສັນຊາດ, ວັດທະນະທຳ, ເຊື້ອຊາດ ຫຼື ສາສະໜາໃດ. UWC ບັນລຸເປົ້າໝາຍນີ້ໄດ້ຜ່ານຂະບວນການຄັດເລືອກທີ່ອີງຕາມຄວາມສາມາດ ແລະ ຈຸດດີ ແລະ ອີງຕາມຈຳນວນທຶນການສຶກສາທີ່ຖືກຈັດແບ່ງໃຫ້.​ ເພື່ອສືບຕໍ່ດຳເນີນວຽກງານດັ່ງກ່າວ, UWC ແມ່ນອາໄສທຶນບໍລິຈາກຈາກອະດີດນັກຮຽນຂອງຂະບວນການ UWC ແລະ ພາກສ່ວນອື່ນໆອີກເຊັ່ນ: ຜູ້ອຸປະຖຳ, ອົງການ, ບໍລິສັດ ແລະ ລັດຖະບານ. 

ການບໍລິຈາກໃກ້ຄະນະກຳມະການ UWC ແຫ່ງປະເທດລາວຈະເປັນການມອບໂອກາດການສຶກສາໃຫ້ກັບໄວໜຸ່ມລາວ. ການບໍລິຈາກຂອງທ່ານຈະສາມາດເປັນປະໂຫຍດໃຫ້ກັບໜຶ່ງໃນ 3 ດ້ານ: ດ້ານທຶນການສຶກສາ, ຊ່ວຍເຫຼືອນັກຮຽນດ້ານຄ່າໃຊ້ຈ່າຍ ຫຼື ຊ່ວຍເຫຼືອການເຮັດວຽກຂອງທາງຄະນະກຳມະການ.

ດ້ານທຶນການສຶກສາ

ໃນແຕ່ລະປີ, ບັນດາໂຮງຮຽນ ແລະ ວິທະຍາໄລໃນຂະບວນການ UWC ໄດ້ມີການມອບທຶນການສຶກສາໃຫ້ກັບດ້ານຄະນະກຳມະການ. ແຕ່ເຖິງຢ່າງໃດກໍຕາມ, ການບໍລິຈາກໂດຍກົງຜ່ານພວກເຮົາຈະຊ່ວຍໃຫ້ທ່ານສາມາດລະດົມທຶນການສຶກສາ ແລະ ຍັງເປັນເພີ່ມໂອກາດໃຫ້ໄວໜຸ່ມລາວອີກດ້ວຍ. 

ຄ່າໃຊ້ຈ່າຍເພີ່ມເຕີມ.

ທຶນການສຶກສາທີ່ທາງໂຮງຮຽນ ແລະ ວິທະຍາໄລຂອງ UWC ມອບໃຫ້ສ່ວນໃຫຍ່ແມ່ນກວມເອົາຄ່າຮຽນ,  ແຕ່ຍັງມີຄ່າໃຊ້ຈ່າຍອື່ນໆອີກທີ່ນັກຮຽນຕ້ອງຮັບຜິດຊອບໃນຊ່ວງເວລາຮຽນຢູ່ UWC. ຄ່າໃຊ້ຈ່າຍຍກ່ຽວກັບເອກະສານ ວີຊ້າ, ປີ້ຍົນ ແລະ ກິດຈະກຳນອກຫຼັກສູດແມ່ນມີຄວາມສຳຄັນຕໍ່ການສຶກສາຂອງນັກຮຽນ, ແຕ່ສ່ວນໃຫຍ່ທາງຄອບຄົວຂອງນັກຮຽນເອງບໍ່ສາມາດອຳນວຍຄ່າໃຊ້ຈ່າຍດັ່ງກ່າວໄດ້ເລີຍ. ດັ່ງນັ້ນ, ການບໍລິຈາກຂອງທ່ານຈະເປັນການເພີ່ມຄວາມໝັ້ນໃຈວ່າພວກເຮົາສາມາດຊ່ວຍເຫຼືອ ແລະ ມອບໂອກາດໃຫ້ກັບນັກຮຽນ ຫຼື ແມ້ກະທັ່ງນັກຮຽນທີ່ຢູ່ໃນຂອບເຂດທີ່ທຸກຍາກທີ່ສຸດໃນສັງຄົມ.

ຄ່າໃຊ້ຈ່າຍຂອງທາງຄະນະກຳມະການໃນການດຳເນີນງານ

ຄະນະກຳມະການ UWC ແຫ່ງປະເທດລາວ ແມ່ນດຳເນີນງານໂດຍອາສາສະໝັກໂດຍປາສະຈາກຄ່າຕອບແທນໃດໆ. ເຖິງຢ່າງໃດກໍຕາມ, ທາງຄະນະກຳມະການກໍຍັງມີຄວາມຕ້ອງການທຶນຈຳນວນໜຶ່ງທີ່ສາມາດນຳໃຊ້ເຂົ້າໃນການດຳເນີນງານ. ການບໍລິຈາກຂອງທ່ານຈະເປັນການຊ່ວຍເຫຼືອພວກເຮົາໃຫ້ສາມາດເຜີຍແຜ່ ແລະ ນຳໃຊ້ເຂົ້າໃນຂະບວນການຄັດເລືອກນັກຮຽນ, ແລະ ຄ່າໃຊ້ຈ່າຍອື່ນໆອີກເຊັ່ນ: ການເຜີຍແຜ່ກ່ຽວກັບ UWC ຜ່ານທາງສື່ມວນຊົນ, ການຊ່ວຍເຫຼືອຊຸມຊົນທີ່ປະສົບກັບຄວາມຫຍຸ້ງຍາກ ຜູ້ທີ່ມີໂອກາດໄດ້ຮັບຮູ້ເຖິງ UWC ແລະ ຍັງເປັນການອຳນວຍຄວາມສະດວກທາງດ້ານສະຖານທີ່ໆເໝາະສົມໃນການຄັດເລືອກເອົານັກຮຽນອີກດ້ວຍ. 

ວິທີບໍລິຈາກ

ຫາກທ່ານໃດມີຄວາມສົນໃຈຢາກໃຫ້ການສະໜັບສະໜູນພວກເຮົາ, ກະລຸນາຕິດຕໍ່ຫາທາງຄະນະກຳມະການ UWC ແຫ່ງປະເທດລາວໄດ້ທີ່ info@la.uwc.org. ຄົນຂອງພວກເຮົາຈະແນະນຳທ່ານວິທີບໍລິຈາກທີ່ຖືກຕ້ອງ. 

ຂໍຂອບໃຈ