Skip to content ↓

ກ່ຽວກັບພວກເຮົາ

ໃນຖານະທີ່ເປັນສິດເກົ່າຂອງວິທະຍາໄລໂລກ United World College, ສິດເກົ່າ ດີເອໂກ້ ອາເກມີ Diego Angemi (ສິດເກົ່າຈາກ UWC ສະຫະລັດອາເມລິກາ) ແລະ ລໍຣ້າ ໂນເກອີຣ້າ Laura Piñeiro Nogueira (ສິດເກົ່າຈາກ UWC ລີປໍຈຸນ ປະເທດຮ່ອງກົງ) ກໍມີຄວາມຄິດຢາກທີ່ຈະມອບຄືນໂອກາດດີໆທີ່ຕົນເອງເຄີຍໄດ້ຮັບຈາກຂະບວນການ UWC ໃຫ້ກັບຊຸມຊົນ. ໃນໄລຍະເວລາທີ່ພວກເຂົາທັງສອງຢູ່ທີ່ນະຄອນຫຼວງວຽງຈັນ, ພວກເຂົາໄດ້ຮັບຮູ້ວ່າປະເທດລາວຍັງບໍ່ເຄີຍໄດ້ຍິນເຖິງຂະບວນການ UWC ພ້ອມທັງຍັງບໍ່ທັນມີຄະນະກຳມະການ UWC ເທືີ່ອ. ນອກຈາກນັ້ນ, ພວກເຂົາທັງສອງຍັງຄິດວ່າຄວາມແຕກຕ່າງ ແລະ ຄວາມຫຼາກຫຼາຍດ້ານການສຶກສາ, ວັດທະນະທຳ ແລະ ຄວາມເປັນມາຂອງຄອບຄົວຂອງນັກຮຽນລາວຈະສາມາດສ້າງຄວາມແຕກຕ່າງ ແລະ ຫຼາກຫຼາຍໃຫ້ກັບຊຸມຊົນ UWC ຫຼາຍຂຶ້ນກວ່າເກົ່າ. ດັ່ງນັ້ນ, ຄະນະກຳມະການ UWC ແຫ່ງ ສປປ ລາວ ກໍໄດ້ຮັບການສ້າງຕັ້ງຂຶ້ນຢ່າງເປັນທາງການໃນປີ 2013.

ຄະນະກຳມະການ UWC ຂອງປະເທດລາວແມ່ນຖືກສ້າງຕັ້ງຂຶ້ນໂດຍການຮ່ວມແຮງ ແລະ ຮ່ວມມືຈາກອາສາສະໝັກ ບໍ່ວ່າຈະເປັນສິດເກົ່າຈາກໂຮງຮຽນ UWC, ຄົນລາວ ແລະ ຊາວຕ່າງຊາດທັງຫຼາຍທີ່ມາເຮັດວຽກຮ່ວມກັນ ບົນພື້ນຖານ ແລະ ເປົ້າໝາຍອັນດຽວກັນໃນການມອບໂອກາດການສຶກສາໃຫ້ກັບນັກຮຽນລາວ. ຕັ້ງແຕ່ປີ 2013, ທາງຄະນະກຳມະການ UWC ແຫ່ງ ສປປ ລາວ ໄດ້ສົ່ງນັກຮຽນລາວເປັນຈຳນວນ 34 ຄົນ ທີ່ມາຈາກ 6 ແຂວງ ໄປຮຽນຢູ່ໂຮງຮຽນຂອງ UWC ຢູ່ 12 ແຫ່ງທົ່ວໂລກ ດັ່ງນີ້: ປະເທດອານມານີ, ແຄນນາດາ, ຈີນ, ເຢຍລະມັນ, ອີຕາລີ, ອິນເດຍ, ນອກແວ, ຮອນແລນ, ສິງກະໂປ, ໄທ, ອາຟຣິກາ ແລະ ລາຊະອານາຈັກອັງກິດ.