Skip to content ↓

ຂັ້ນຕອນການຄັດເລືອກ

ຂັ້ນຕອນໃນການຄັດເລືອກແມ່ນໄດ້ຖືກແບ່ງອອກເປັນ 4 ຂັ້ນຕອນຄື:

1. ໃບສະໝັກແບບຂຽນ ຫຼື ໃບສະໝັກແບບອອນລາຍ.

ກ່ອນທີ່ຈະສະໝັກທຶນການສຶກສາຂອງໂຮງຮຽນ UWC ນັ້ນ ຜູ້ສະໝັກແມ່ນຕ້ອງຂຽນໃບສະໝັກກ່ອນ. ຜູ້ສະໝັກສາມາດເລືອກທີ່ຈະສະໝັກໃນຮູບແບບການຂຽນແລ້ວອັບໂຫຼດໃສ່ Dropbox ຫຼື ສະໝັກໃນຮູບແບບອອນລາຍເຊິ່ງແລ້ວແຕ່ຄວາມຕ້ອງການຂອງຜູ້ສະໝັກ.

ໃນຂັ້ນຕອນນີ້ຜູ້ສະໝັກແມ່ນຕ້ອງໄດຕອບຄຳຖາມສັ້ນ ແລະ ຂຽນ 2 ບົດຄວາມ, ເຊິ່ງຂັ້ນຕອນນີ້ຈະຊ່ວຍໃຫ້ທາງຄະນະກຳມະການສາມາດວິເຄາະຜູ້ສະໝັກດ້ານລັກສະນະສະເພາະຕົວ, ຄວາມສົນໃຈ, ກິດຈະກຳການເຄື່ອນໄຫວ ແລະ ວິໄສທັດຕ່າງໆ. ໃນຂັ້ນຕອນນີ້, ຜູ້ສະໝັກສາມາດເລືອກທີ່ຈະສະໝັກໄດ້ທັງພາສາລາວ ຫຼື ພາສາອັງກິດ ເຊິ່ງບໍ່ວ່າຈະສະໝັກເປັນພາສາລາວ ຫຼື ພາສາອັງກິດແມ່ນບໍ່ໄດ້ຖືກນຳໃຊ້ເຂົ້າໃນການພິຈາລະນາ.

2.  ຮອບສຳພາດຮອບທຳອິດ.

ພາຍຫຼັງການພິຈາລະນາແບບຟອມ ແລະ ເອກະສານຕິດຄັດທັງໝົດແລ້ວ, ນ້ອງນັກຮຽນທີ່ຜ່ານເຂົ້າຮອບສຳພາດຮອບທຳອິດຈະ ໄດ້ຮັບການຕິດຕໍ່ຈາກທາງສິດເກົ່າຂອງ UWC ລາວຜ່ານທາງໂທລະສັບ ແລະ ອີເມວເພື່ອເຂົ້າຮ່ວມການສຳພາດທີ່ຈະຈັດຂຶ້ນໃນຕົ້ນເດືອນ ກຸມພາ 2024*. ການສຳພາດຈະເປັນການສຳພາດຜ່ານທາງໂທລະສັບ ແລະ ແບບອອນລາຍ ຂຶ້ນກັບສະຖານະການ ແລະ ຄວາມສະດວກຂອງນັກຮຽນແຕ່ລະຄົນ.

ຈຸດປະສົງຂອງຂັ້ນຕອນນີ້ແມ່ນຈະຊ່ວຍໃຫ້ທາງຄະນະກຳມະການ ແລະ ສິດເກົ່າເຂົ້າໃຈເຖິງລັກສະນະສະເພາະຕົວ ແລະ ແນວຄວາມຄິດຂອງຜູ້ສະໝັກແຕ່ລະຄົນໄດ້ຫຼາຍຂຶ້ນ. ນອກຈາກນີ້, ຂັ້ນຕອນດັ່ງກ່າວຍັງຊ່ວຍໃຫ້ພວກເຮົາໄດ້ຖາມຄຳຖາມກ່ຽວກັບໂຕນັກຮຽນເອງໃຫ້ຫຼາຍຂຶ້ນ. 

3.  ຮອບສຳພາດຮອບສຸດທ້າຍ ຫຼື ກິດຈະກຳລວມໝູ່.

ນັກຮຽນທີ່ຖືກຄັດເລືອກເຂົ້າຮອບການຄັດເລືອກຮອບສຸດທ້າຍຈະໄດ້ຮັບການຕິດຕໍ່ຈາກທາງສິດເກົ່າຂອງ UWC ລາວ ແລະ ທາງຄະນະກຳມະການໃນກາງເດືອນ ກຸມພາ ປີ 2024* ຜ່ານທາງໂທລະສັບ ຫຼື ອີເມວ. ຜູ້ເຂົ້າຮອບສຳພາດຈະຖືກຕິດຕໍ່ຜ່ານທາງໂທລະສັບ ຫຼື ອີເມວ. ຜູ້ປົກຄອງ ຫຼື ຜູ້ເບິ່ງແຍງແມ່ນຖືກເຊີນໃຫ້ເຂົ້າຮ່ວມພ້ອມກັບຜູ້ສະໝັກ ເພື່ອໃຫ້ເຂົ້າຮ່ວມໃນການນຳສະເໜີເຖິງຂໍ້ມູນ ແລະ ຫຼັກສູດຂອງໂຮງຮຽນ UWC ໃຫ້ທັງຜູ້ປົກຄອງ ແລະ ຜູ້ສະໝັກໄດ້ຮັບຊາບ ແລະ ເຂົ້າໃຈເພີ່ມເຕີມ.

ຫຼັງຈາກສິ້ນສຸດການນຳສະເໜີແລ້ວ, ຜູ້ປົກຄອງ ຫຼື ຜູ້ເບິ່ງແຍງຂອງຜູ້ສະໝັກສາມາດກັບບ້ານໄດ້ເພື່ອທີ່ຈະໄດ້ໃຫ້ຜູ້ສະໝັກໄດ້ເຂົ້າສໍາພາດ ແລະ ຮ່ວມກິດຈະກຳຕ່າງໆຂອງມື້ດັ່ງກ່າວ. ໃນຮອບນີ້ຜູ້ສະໝັກແມ່ນຈະໄດ້ຮ່ວມກິດຈະກຳເປັນກຸ່ມໃນຫຼາກຫຼາຍຮູບແບບ ໃນຂະນະທີ່ເຂົ້າຮ່ວມກິດກຳຈະກຳຕ່າງໆ ທາງຄະນະກຳມະການຈະເອີ້ນຜູ້ສະໝັກເຂົ້າສຳພາດເທື່ອລະຄົນ.

ຈຸດປະສົງຂອງຂັ້ນຕອນນີ້ແມ່ນຈະຊ່ວຍໃຫ້ທາງຄະນະກຳມະການເຂົ້າໃຈເຖິງລັກສະນະສະເພາະຕົວ ແລະ ແນວຄວາມຄິດຂອງຜູ້ສະໝັກແຕ່ລະຄົນໄດ້ຫຼາຍຂຶ້ນ. ນອກຈາກນີ້, ຂັ້ນຕອນດັ່ງກ່າວຍັງຊ່ວຍໃຫ້ທາງຄະນະກຳມະການຂອງພວກເຮົາໄດ້ເຫັນຄວາມເໝາະສົມຂອງຜູ້ສະໝັກທີ່ແທດເໝາະກັບມາດຕະຖານໂຮງຮຽນຂອງ UWC ແລະ ມາດຕະຖານຂອງທາງຄະນະກຳມະການປະຈຳລາວ.

*ສຳລັບນັກຮຽນທີ່ໄດ້ຜ່ານເຂົ້າຮອບສຳພາດເທື່ອສຸດທ້າຍ ແມ່ນຕ້ອງໄດ້ຕື່ມແບບຟອມກ່ຽວກັບສະຖານະພາບການເງິນຂອງຄອບຄົວ ທີ່ທາງຄະນະກຳມະການ UWC ຈະສົ່ງໃຫ້ພາຍຫຼັງ ແລະ ອາດຕ້ອງໄດ້ສົ່ງໃບຢັ້ງຢືນການເງິນໃນຮູບແບບໃດໜຶ່ງໃຫ້ພ້ອມ. ເອກະສານເຫຼົ່ານີ້ຈະຊ່ວຍໃຫ້ພວກເຮົາສາມາດພິຈາລະນາເລືອກທຶນການສຶກສາໃຫ້ເໝາະສົມ ແລະ ສອດຄ່ອງທີ່ສຸດກັບຖານະທາງການເງິນຂອງນ້ອງນັກຮຽນຜູ້ໄດ້ທຶນແຕ່ລະຄົນ ເພື່ອຫຼີກລ້ຽງບໍ່ໃຫ້ເກີດຂໍ້ຫຍຸ້ງຍາກຕາມມາພາຍຫຼັງທັງຕໍ່ຄອບຄົວນັກຮຽນເອງ ແລະ ຄະນະກຳມະການ.

ຫຼັງຈາກສໍາເລັດການຄັດເລືອກຮອບສຸດທ້າຍແລ້ວທາງຄະນະກໍາມະການຢູ່ລາວຈະຕິດຕໍ່ກັບນັກຮຽນທີ່ຜ່ານ-ໄດ້ຮັບທຶນການສຶກສາ ແລະ ຄອບຄົວຂອງຜູ້ກ່ຽວພາຍໃນສອງ-ສາມອາທິດ.

4.  ຂໍ້ມູນແຈ້ງຊາບເຖິງໂຮງຮຽນ ແລະ ວິທະຍາໄລ.

ຂັ້ນຕອນນີ້ແມ່ນຈະເກີດຂຶ້ນຫຼັງຈາກທາງຄະນະກຳມະການໄດ້ປະກາດຜົນເຂົ້າຮອບ ແລະ ເມື່ອຜູ້ເຂົ້າຮອບ ແລະ ທາງຄອບຄົວໄດ້ຢັ້ງຢືນທີ່ຈະຮັບເອົາທຶນການສຶກສາທີ່ໄດ້ສະເໜີໃຫ້ຈາກທາງຄະນະກຳມະການ UWC ປະຈຳລາວ. ທາງຄະນະກຳມະການຈະແຈ້ງໃຫ້ຜູ້ເຂົ້າຮອບຊາບວ່າຜູ້ກ່ຽວໄດ້ເຂົ້າໂຮງຮຽນໃດຂອງ UWC. ເມື່ອທາງໂຮງຮຽນໄດ້ຮອງຮັບເອົານັກຮຽນດັ່ງກ່າວ, ຜູ້ກ່ຽວຈະໄດ້ຮັບການຕິດຕໍ່ຢ່າງໃກ້ຊິດກັບທາງໂຮງຮຽນ UWC ແລະ ທາງຄະນະກຳມະການຈົນຮອດມື້ທີ່ຜູ້ກ່ຽວຕ້ອງໄດ້ອອກເດີນທາງໄປໂຮງຮຽນ UWC. 

*ເວລາເຫຼົ່ານີ້ເປັນພຽງການຄາດເດົາເທົ່ານັ້ນ ແລະ ອາດມີການປ່ຽນແປງຂຶ້ນກັບສະຖານະການ. ຖ້າຫາກມີການປ່ຽນແປງ ທາງ ເຮົາຈະປະກາດຜ່ານທາງເຟສບຸກຂອງ UWC Lao PDR.

*ລາຍລະອຽດຂອງຂໍ້ມູນຕິດຕໍ່ຂອງນັກຮຽນມີຄວາມສຳຄັນຫຼາຍຕໍ່ທາງຄະນະກຳມະການ ແລະ ສິດເກົ່າຂອງ ໃນການຕິດຕໍ່ຫານັກ ຮຽນກ່ຽວກັບຜົນຂອງການຄັດເລືອກ. ດັ່ງນັ້ນ, ກະລຸນາໃຫ້ຂໍ້ມູນຕິດຕໍ່ທີ່ສາມາດຕິດຕໍ່ໄດ້ຢ່າງແທ້ຈິງ, ຖ້າບໍ່ດັ່ງນັ້ນທາງເຮົາ ອາດຈະໄດ້ຕັດສິດຂອງທ່ານອອກ ຫາກມີຄວາມຫຍຸ້ງຍາກໃນການຕິດຕໍ່.

*ໝາຍເຫດ:

  • ແບບຟອມສະໝັກຈະຖືກສົ່ງໃຫ້ UWC ບໍ່ແມ່ນສົ່ງໃຫ້ໂຮງຮຽນ ຫຼື ວິທະຍາໄລໃດໜຶ່ງຂອງ UWC (ແຕ່ວ່າທ່ານຈະຖືກຖາມໃຫ້ເລືອກໂຮງຮຽນທີ່ທ່ານຢາກໄປ).
  • ຜູ້ສະໝັກທີ່ເປັນຄົນພິການທີ່ສາມາດກຸ້ມຕົນເອງໄດ້ໃນການດໍາລົງຊີວິດແມ່ນສະໜັບສະໜຸນ ໃຫ້ສະໝັກ.

**ໝາຍເຫດ: ທາງຄະນະກຳມະການມີສິດທີ່ຈະຖອນໂຕຜູ້ສະໝັກຫຼັງຈາກຂັ້ນຕອນການຄັດເລືອກ, ຖ້າຫາກວ່າ ທາງຄະນະກຳມະການເຫັນວ່າຜູ້ສະໝັກດັ່ງກ່າວໄດ້ສະແດງພຶດຕິກຳ, ຄຳເວົ້າ ຫຼື ທັດສະນະຄະຕິທີ່ຂັດກັບຄຸນຄ່າຂອງ UWC.

ຄະນະກໍາມະການ ແລະ ສິດເກົ່າຂອງ UWC ລາວ ຈະ​ເປັນຜູ້​ເລືອກໂຮງຮຽນໃຫ້ຜູ້​ໄດ້​ຮັບ​ທຶນ. ໂດຍປົກກະຕິແລ້ວໂຮງຮຽນ ຫຼື ວິທະຍາໄລຈະຮັບເອົານັກຮຽນທີ່ຖືກຄັດເລືອກໂດຍອີງຕາມຄໍາແນະນໍາຂອງຄະນະກໍາມະການຄັດເລືອກຢູ່ລາວ ແຕ່ທາງ​ໂຮງ​ຮຽນ​ແມ່ນ​ຖື​ເປັນ​ຜູ້ຕັດສິນຂັ້ນສຸດທ້າຍ**.