Skip to content ↓

ມາດຕະຖານຂອງການຄັດເລືອກ

ເກນ: UWC ຊອກຫາຜູ້ສະໝັກທີ່ສາມາດສະແດງອອກເຖິງຄຸນສົມບັດເຫຼົ່ານີ້:
  • ຫຼັກເກນທີ 1: ມີຄວາມກະຕືລືລົ້ນໃນການຫາຄວາມຮູ້ ແລະ ແຮງພັກດັນ: ເປັນຜູ້ທີ່ມີຄວາມກະຕືລືລົ້ນໃນການຮຽນຮູ້ສິ່ງຕ່າງໆທີ່ເກີດຂຶ້ນອ້ອມຕົວ ແລະ ມີຄວາມສາມາດໃນການເກັບກຳລາຍລະອຽດ ແລະ ເຂົ້າໃຈບັນຫາໄດ້ຢ່າງເລິກເຊິ່ງ(ຕົວຢ່າງ ບັນຫາທີ່ເກີດຂຶ້ນທົ່ວໂລກ ຫຼື ບັນຫາທ້ອງຖິ່ນ) ແລະ ສາມາດວິເຄາະໄດ້ຢ່າງລະອຽດ.
  • ຫຼັກເກນທີ 2:  ມີຄວາມມຸ່ງໝັ້ນ: ມີຄວາມສາມາດໃນການພັດທະນາ ແລະ ຄວາມພ້ອມທີ່ຈະຄິດວິເຄາະ, ຕັ້ງຄຳຖາມ ແລະ ພະເຊີນໜ້າກັບ ແນວຄິດທີ່ແຕກຕ່າງກັບຕົນ ແລະ ສະແດງອອກເຖິງເຈດຈຳນົງຢ່າງເໝາະສົມ ແລະ ມີຄວາມຮັບຜິດຊອບ.
  • ຫຼັກເກນທີ 3: ທັກສະການເຂົ້າສັງຄົມ: ມີຄວາມສາມາດ ແລະ ພ້ອມທີ່ຈະສ້າງມິດກັບຄົນອື່ນ, ການເຂົ້າຫາ, ການເຮັດວຽກຮ່ວມກັນເປັນທີມສູ່ເປົ້າໝາຍ, ມີຄວາມສາມາດໃນການສະແດງອອກຢ່າງເໝາະສົມ ກັບແຕ່ລະຄົນ ແລະ ແຕ່ລະສະຖານະການ.
  • ຫຼັກເກນທີ 4: ຄວາມສາມາດປັບຕົວ, ຄວາມຮັບຜິດຊອບ ແລະ ຄວາມຊື່ຕົງ: ມີຄວາມສາມາດໃນການເບິ່ງແຍງຕົວເອງບໍ່ວ່າຈະທາງດ້ານຮ່າງກາຍ ຫຼື ອາລົມ ໃນລະຫວ່າງທີ່ຮຽນຮູ້ປະສົບການທີ່UWC, ມີຄວາມສາມາດ ແລະ ແຮງຈູງໃຈໃນການຍຶດໝັ້ນກັບຫຼັກເກນຂອງUWC, ມີຄວາມນອບນ້ອມ ແລະ ສາມາດຮັບຟັງ ແລະ ເຄົາລົບຄວາມຄິດເຫັນຂອງຄົນອື່ນ.
  • ຫຼັກເກນທີ 5:  ແຮງພັກດັນຕໍ່ UWC:  ມີຄວາມຫຼົງໄຫຼ, ຄວາມສາມາດ ແລະ ແຮງຈູງໃຈທີ່ຈະສະໜັບສະໜູນ ແລະ ສົ່ງເສີມ UWC.