Skip to content ↓

UWC ແມ່ນຫຍັງ?

ໂຮງຮຽນ, ວິທະຍາໄລ ຫຼື ຫຼັກສູກການສຶກສາຂອງຂະບວນການ UWC ເປັນໂຮງຮຽນທີ່ໃຫ້ປະສົບທາງດ້ານການຮຽນທີ່ທ້າທາຍ ແລະ ສຸມໃສ່ການສຶກສາທີ່ແນ່ໃສ່ການພັດທະນາ ໃຫ້ແກ່ນັກຮຽນທີ່ມາຈາກພື້ນຖານທີ່ແຕກຕ່າງກັນ ແລະ ສ້າງແຮງບັນດານໃຈໃຫ້ນັກຮຽນເກີດມີຄວາມສັນຕິພາບ ແລະ ອະນາຄົດທີ່ໝັ້ນຄົງ.   

You have not allowed cookies and this content may contain cookies.

If you would like to view this content please

ປັດໄຈຫຼັກຂອງຂະບວນການ UWC ແມ່ນເຊື່ອວ່າການສຶກສາເປັນປັດໄຈຕົ້ນຕໍທີ່ສາມາດເຕົ້າໂຮມນັກຮຽນຜູ້ໜຸ່ມນ້ອຍທີ່ມາຈາກພື້ນຖານທີ່ແຕກຕ່າງກັນໃຫ້ມີຄວາມເປັນມະນຸດສະຍະທຳ, ຊຸກຍູ້ໃຫ້ເຂົ້າຫາສັງຄົມໄດ້ຢ່າງມີຄວາມອົງອາດກ້າຫານ, ເປັນຄົນທີ່ມີຫຼັກໝັ້ນ ແລະ ມີຄວາມເປັນຜູ້ນຳໃນຕົນເອງ. ໃນເງື່ອນໄຂທີ່ຈະສາມາດບັນລຸສິ່ງດັ່ງກ່າວນີ້, ທາງໂຮງຮຽນ, ແລະ ວິທະຍາໄລຂອງຂະບວນການ UWC ທີ່ມີຢູ່ທົ່ວໂລກຈຶ່ງໄດ້ເປີດໂອກາດ ແລະ ມອບຄວາມທ້າທາຍນີ້ເພື່ອໃຫ້ເປັນຈຸດປ່ຽນແປງໃຫ້ແກ່ເຍົາວະຊົນ, ພ້ອມທັງເສີມສ້າງແຮງບັນດານໃຈໃຫ້ແກ່ນັກຮຽນມີເປັນຕົວແທນຂອງການປ່ຽນແປງເພື່ອໃຫ້ສອດຄ່ອງກັບ ປັດໄຈຫຼັກຂອງຂະບວນການ UWC ຄື: 

  • ຄວາມເຂົ້າໃຈທາງດ້ານສາກົນ ແລະ ວັດທະນາທຳຕ່າງຊາດ 
  • ສັນລະເສີນໃນຄວາມແຕກຕ່າງ
  • ເປັນຄົນທີ່ມີຄວາມຮັບຜິດຊອບ ແລະ ມີຄວາມຊື່ສັດສຸຈະລິດ 
  • ເປັນຄົນທີ່ມີຄວາມຮັບຜິດຊອບສ່ວນລວມ ແລະ ເຄົາລົບນັບຖືຜູ້ອື່ນ 
  • ມີຄວາມເຫັນອົກເຫັນໃຈຜູ້ອື່ນ ແລະ ຊ່ວຍເຫຼືອສັງຄົມ
  • ມີຄວາມເຄົາລົບຕໍ່ສິ່ງແວດລ້ອມ
  • ຄວາມທະເຍີທະຍານ
  • ມີຄວາມທ້າທາຍໃນຕົວເອງ 
  • ການກະທຳ ແລະ ຕົວຢ່າງສ່ວນບຸກຄົນ

ທຸກວັນນີ້, UWC ມີທັງໝົດ 18 ໂຮງຮຽນ ໃນທົ່ວ 4 ທະວີບ, ເຊິ່ງນັກຮຽນທີ່ຈະເຂົ້າຮຽນໄດ້ແມ່ນສ່ວນຫຼາຍຈະຕ້ອງຢູ່ໃນເກນອາຍຸລະຫວ່າງ 16-19 ປີ: ເຊິ່ງເປັນເກນອາຍຸທີ່ນັກຮຽນມີອຸດົມການທີ່ຢາກຮ່ຳຮຽນ ແລະ ສິ່ງເຫຼົ່ານີ້ເຮັດໃຫ້ນັກຮຽນຮູ້ແນວທາງໃນການດຳລົງຊີວິດ ແລະ ກາຍເປັນຄົນທີ່ມີຄວາມເອົາໃຈໃສ່ ແລະ ມີຄວາມຮັບຜິດຊອບ. ໂຮງຮຽນ UWC ເຫຼົ່ານີ້ແມ່ນສອນຫຼັກສູດໃບປະກາດສະນີຍະບັດນານາຊາດ International Baccalaureate (IB), ເຊິ່ງຫຼັກສູດນີ້ແມ່ນໄດ້ເຂົ້າເປັນສ່ວນໜຶ່ງຂອງການພັດທະນາທີ່ໄດ້ເນັ້ນໜັກຄວາມເຂົ້າເຖິງພາກປະຕິບັດໃນເວລາຮຽນ, ພ້ອມທັງເຮັດໃຫ້ນັກຮຽນຮູ້ຈັກໃນການເຂົ້າຊ່ວຍເຫຼືອສັງຄົມ, ແລະ ປະຕິບັດກິດຈະກຳນອກໂຮງຮຽນ. 

ນັກຮຽນທີ່ຈະເຂົ້າຮຽນຢູ່ໂຮງຮຽນ ຫຼື ວິທະຍາໄລຂອງ UWC ນີ້ໄດ້ແມ່ນຈະຕ້ອງຜ່ານເຂົ້າການຄັດເລືອກ, ເຊິ່ງການຄັດເລືອກແມ່ນຈະຖືກຈັດຂຶ້ນພາຍໃນປະເທດໂດຍຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດເຊິ່ງລວມທັງໝົດມີ 155 ປະເທດ. ວິທີການຄັດເລືອກນັ້ນແມ່ນໄດ້ສະແດງໃຫ້ເຫັນເຖິງທ່າແຮງ ແລະ ສັກກະຍາພາບອັນດີ. ເຊິ່ງນັ້ນໄດ້ສະແດງໃຫ້ເຫັນເຖິງຄວາມສອດຄ່ອງກັບປັດໃຈຫຼັກຂອງໂຮງຮຽນຂອງຂະບວນການ UWC ໄດ້ສະເໜີໄວ້ວ່າການສຶກສານັ້ນຄວນເປັນທາງເລືອກທີ່ດີໃຫ້ແກ່ນັກຮຽນໃນຂົງເຂດພື້ນຖານທາງດ້ານເສດຖະກິດສັງຄົມ, ເຊິ່ງ 70% ຂອງນັກຮຽນທີ່ເຂົ້າຮຽນເອົາຫຼັກສູດໃບປະກາດສະນີຍະບັດນານາຊາດ International Baccalaureate (IB) ແມ່ນຈະມີສອງຮູບແບບຄືໄດ້ຮັບທຶນການຊ່ວຍເຫຼືອ (ທຶນເຕັມ) ຫຼື ໄດ້ຮັບທຶນບາງພາກສ່ວນ ເຊິ່ງກໍຕ້ອງໄດ້ອີງຕາມຄວາມເປັນໄປໄດ້ໃນທາງດ້ານການເງິນຂອງທາງຄອບຄົວ. 

ໂຮງຮຽນ, ວິທະຍາໄລ UWC ແມ່ນຍັງໄດ້ມີ ຫຼັກສູດການຮຽນໄລຍະສັ້ນ ທີ່ເອີ້ນວ່າ “shorter educational programmes” ເຊິ່ງໄດ້ດຳເນີນຂື້ນທັງໃນ ແລະ ນອກຂອງ 17 ໂຮງຮຽນ UWC ທົ່ວໂລກ. ເຊິ່ງໂປຼເກມນີ້ແມ່ນໄດ້ຈັດຂຶ້ນເພື່ອເປັນການເປີດໂອກາດໃຫ້ແກ່ນັກຮຽນໃຫ້ໄດ້ມີໂອກາດເກັບກ່ຽວເອົາປະສົບການຈາກໂຮງຮຽນ, ວິທະຍາໄລ UWC. 

ໂຮງຮຽນ ຫຼື ວິທະຍາໄລຂອງ UWC ສ້າງຈຸດມຸ່ງໝາຍອັນສູງສົ່ງຕໍ່ສັງຄົມ ແລະ ເຊິ່ງປະຈຸບັນທາງໂຮງຮຽນຂອງຂະບວນການ UWC ໄດ້ມີນັກຮຽນທີ່ຈົບໄປແລ້ວ (ສິດເກົ່າ) ຫຼາຍກວ່າ 60,000 ກວ່າຄົນຢູ່ທົ່ວໂລກ, ເຊິ່ງບຸກຄົນເຫຼົ່ານີ້ເຊື່ອວ່າ ບໍ່ວ່າຈະຢູ່ໃສກໍຕາມທັງພາຍໃນປະເທດຂອງຕົນ ຫຼື ຢູ່ຕ່າງປະເທດ, ພວກເຂົາກໍສາມາດລົງມືເຮັດຕາມສິ່ງທີ່ພວກເຮົາໄດ້ຄາດຫວັງໄວ້.