Skip to content ↓

ເງື່ອນໄຂຂອງຜູ້ສະໝັກ ແລະ ເອກະສານທີ່ຈຳເປັນ

ເງື່ອນໄຂຂອງຜູ້ສະໝັກ

ຜູ້ທີ່ສາມາດສະໝັກເອົາທຶນ UWC ປີ 2024-2026 ໄດ້ແມ່ນຈະຕ້ອງມີເງື່ອນໄຂຄັດເລືອກຂ້າງລຸ່ມນີ້:

  • ຖືສັນຊາດລາວ.
  • ເກີດໃນໄລຍະວັນທີ 1 ມິຖຸນາ 2006 ຫາ 31 ສິງຫາ 2008.
  • ກຳລັງຮຽນຢູ່ຊັ້ນມັດທະຍົມປາຍ.  ສຳລັບຜູ້ທີ່ກຳລັງຮຽນຢູ່ ມໍ5 ແມ່ນຕ້ອງຮຽນຈົບຊັ້ນ ມໍ5 ກ່ອນເດືອນສິງຫາ 2024 ກ່ອນຈະເຂົ້າຮຽນກັບ UWC. (ເຖິງແມ່ນວ່າຜູ້ສະໝັກຈະຢູ່ໃນເກນອາຍຸ, ແຕ່ຖ້າຫາກວ່າຜູ້ສະໝັກບໍ່ແມ່ນນັກຮຽນຊັ້ນມັດທະຍົມປາຍ ແມ່ນບໍ່ສາມາດສະໝັກໄດ້)

ການສະໝັກທຶນລວມມີເອກະສານໃດແດ່

ໃບສະໝັກທີ່ສົມບູນແບບຕ້ອງ​ປະ​ກອບ​​ມີ ທຸກ ເອກະສານທີ່ລະບຸໄວ້​ດັ່ງຕໍ່ໄປນີ້:

  1. ແບບຟອມສະໝັກທຶນ UWC (ສາມາດດາວໂຫຼດໄດ້ທີ່ນີ້  ຈົນເຖິງວັນທີ 29 ທັນວາ 2023)
  2. ໃບຢັ້ງຢືນດ້ານການຮຽນ: ຈາກຜູ້ອຳນວຍການໂຮງຮຽນ ຫຼື ຄູທີ່ຮູ້ຈັກນັກຮຽນເປັນຢ່າງດີ. (ທາງເຮົາມີແບບຟອມຕົວຢ່າງທີ່ຜູ້ສະໝັກສາມາດນຳໃຊ້ໄດ້, ສາມາດດາວໂຫຼດໄດ້ທີ່ນີ້)

  3. ໃບຢັ້ງຢືນທົ່ວໄປ: ຈາກຜູ້ທີ່ຮູ້ຈັກນັກຮຽນດີ ໂດຍສະເພາະເວລາເຮັດກິດຈະກຳນອກໂຮງຮຽນ ຫຼື ການເຂົ້າຮ່ວມກຸ່ມໃດໜຶ່ງນອກໂຮງຮຽນ. (ທາງເຮົາມີແບບຟອມຕົວຢ່າງທີ່ຜູ້ສະໝັກສາມາດນຳໃຊ້ໄດ້, ສາມາດດາວໂຫຼດໄດ້ທີ່ນີ້)

  4. ໃບຄະແນນຈົບຊັ້ນມໍ 4 (ຫຼື ທຽບເທົ່າລະດັບສາກົນ) ທີ່ເປັນທາງການຈາກໂຮງຮຽນ (ຖ້າເປັນພາສາອັງກິດຈະເປັນການດີ ແຕ່ບໍ່ຈຳເປັນ).

  5. ໃບຄະແນນຕັ້ງແຕ່ມໍ 5 ຮອດປະຈຸບັນ (ສົກຮຽນ 2023-2024)* (ຖ້າເປັນພາສາອັງກິດຈະເປັນການດີ ແຕ່ບໍ່ຈຳເປັນ)

*ສຳລັບຊັ້ນຮຽນປະຈຸບັນ, ຖ້າຫາກຍັງບໍ່ທັນເສັງພາກຮຽນ I ແມ່ນໃຫ້ເອົາຄະແນນປະຈຳເດືອນຂອງພາກ ຮຽນທີ I

ໝາຍເຫດ:

  1. ໃບຄະແນນຈົບຊັ້ນຕັ້ງແຕ່ມໍ 4 ຈົນຮອດປະຈຸບັນ, ຕ້ອງມີກາຈ້ຳໂຮງຮຽນ. ນັກ​ຮຽນສາມາດສະແກນປຶ້ມຕິດຕາມທີ່ມີຄະແນນ ແລະ ກາຈ້ຳຈາກໂຮງຮຽນໄດ້.
  2. ສຳລັບຜູ້ສະໝັກທີ່ບໍ່ສົ່ງເອກະສານທີ່ລະບຸໄວ້ຂ້າງເທິງ ຫຼື ເອກະສານທີ່ສົ່ງມາແມ່ນບໍ່ຄົບຕາມທີ່ໄດ້ລະບຸໄວ້ ແມ່ນຈະຖືກຕັດສິດໃນການສະໝັກເອົາທຶນໂດຍອັດຕະໂນມັດ.