Skip to content ↓

ຄຳຖາມທີ່ຖາມເປັນປະຈຳ

ປີນີ້ມີທຶນການສຶກສາຈັກທຶນ?  

ທຶນປີນີ້ມີຢູ່ 3 ທຶນ ປະກອບດ້ວຍ 2 ທຶນອີງຕາມຄວາມຈໍາເປັນ ສໍາລັບ UWC Mahindra College (ອິນເດຍ) ແລະ UWC ISAK Japan (ຍີ່ປຸ່ນ), 1 ທຶນເຕັມ (ລວມທຸກຄ່າໃຊ້ຈ່າຍ) ສໍາລັບ Waterford Kamhlaba UWCSA (ເອສວາຕິນີ).

ມື້ໃດປິດຮັບສະໝັກທຶນ? 

ມື້ປິດຮັບສະໝັກແບບຟອມແມ່ນ ວັນທີ່ 29 ທັນວາ 2023, ເວລາ 23:59

ເງື່ອນໄຂຂອງຜູ້ສະໝັກມີຫຍັງແດ່? 

ຜູ້ທີ່ຈະສາມາດສະໝັກເອົາທຶນ UWC ປີ 2024-2026 ແມ່ນຈະຕ້ອງມີເງື່ອນໄຂຄັດເລືອກກົງກັບຂ້າງລຸ່ມນີ້:

  • ຖືສັນຊາດລາວ
  • ເກີດໃນໄລ​ຍະ​ວັນ​ທີ 01 ມິຖຸນາ 2006 ຫາ 31 ສິງຫາ 2008
  • ກຳລັງຮຽນຢູ່ຊັ້ນມັດທະຍົມປາຍ

 ສຳລັບຜູ້ທີ່ກຳລັງຮຽນຢູ່ ມໍ5 ແມ່ນຕ້ອງຮຽນຈົບຊັ້ນ ມໍ5 ກ່ອນເດືອນສິງຫາ 2024 ກ່ອນຈະເຂົ້າຮຽນກັບ UWC. (ເຖິງແມ່ນວ່າຜູ້ສະໝັກຈະຢູ່ໃນເກນອາຍຸ, ແຕ່ຖ້າຫາກວ່າຜູ້ສະໝັກບໍ່ແມ່ນນັກຮຽນຊັ້ນມັດທະຍົມປາຍ ແມ່ນບໍ່ສາມາດສະໝັກໄດ້)

ວັນ/ເດືອນ/ປີ ເກີດຂອງຂ້ອຍຍັງຢູ່ໃນຂອບເຂດທີ່ກຳນົດໄວ້, ແຕ່ຂ້ອຍກຳລັງຮຽນຢຸ່ມໍ 7, ຂ້ອຍຍັງສາມາດສະໝັກໄດ້ບໍ່? 

ໄດ້, ນັກຮຽນທີ່ກໍາລັງສຶກສາຢູ່ຊັ້ນ ມ.ປາຍ ທຸກຄົນແມ່ນສາມາດສະໜັກຮັບທຶນໄດ້.

ວິທີສະໝັກທຶນມີຫຍັງແດ່? 

ນັກຮຽນຕ້ອງໄດ້ປະກອບແບບຟອມອອນລາຍ, ສົ່ງແບບຟອມຜ່ານຂົນສົ່ງດ່ວນ  ຫຼື ສົ່ງແບບຟອມຜ່ານ Dropbox.

ສະໝັກທຶນ

 ຂ້ອຍຮຽນຈົບມັດທະຍົມແລ້ວຍັງສາມາດສະໝັກໄດ້ບໍ່?  

ບໍ່, ມີພຽງແຕ່ນັກຮຽນທີ່ກໍາລັງຮຽນຢູ່ຊັ້ນ ມ.ປາຍ ເທົ່ານັ້ນທີ່ສາມາດສະໝັກໄດ້.

ຂ້ອຍສາມາດສະໝັກໄດ້ຫຼາຍກ່ວາໜື່ງຄັ້ງ/ກັບມາສະໝັກຄືນໄດ້ບໍ່? 

ໄດ້, ຖ້າວ່າຜູ້ສະໝັກແມ່ນນັກຮຽນທີ່ກໍາລັງຮຽນຢູ່ຊັ້ນ ມ.ປາຍ ແລະ ມີມາດຖານກົງກັບເກນອາຍຸທີ່ກໍານົດໄວ້ (ຜູ້ສະໝັກສາມາດສົ່ງແບບຟອມໄດ້ 1 ຄັ້ງຕໍ່ປີ).

ຂັ້ນຕອນການຄັດເລືອກໃຊ້ເວລາດົນປານໃດ? 

ຂັ້ນຕອນການຄັດເລືອກໃຊ້ເວລາປະມານ 3 - 4 ເດືອນ.

ເອກະສານສໍາຄັນປະກອບໃນແບບຟອມສະໝັກມີຫຍັງແດ່? 

ແບບຟອມສະໝັກ UWC, ໃບຢັ້ງຍືນດ້ານການຮຽນ 1 ສະບັບ, ໃບຢັ້ງຍືນທົ່ວໄປ 1 ສະບັບ, ໃບຄະແນນຈົບຊັ້ນ ມ.4, ໃບຄະແນນຊັ້ນ ມ5 ຈົນເຖີງຊັ້ນຮຽນປັດຈຸບັນ.

ຂ້ອຍສາມາດສົ່ງແບບຟອມທາງໄປສະນີໄດ້ບໍ່? 

ປີນີ້ທາງເຮົາບໍ່ຮັບການສົ່ງແບບຟອມທາງໄປສະນີ. ການສະໝັກທຶນ UWC ປີ 2024-2026 ແມ່ນຮັບແບບຟອມທາງ DropBox ແລະ ການສະໝັກອອນລາຍ ຜ່ານ SurveyMonkey ເທົ່ານັ້ນ.

ຂັ້ນຕອນການສະໝັກໃນປີນີ້ມີຄືແນວໃດ? 

ຄັດເລືອກແບບຟອມທີ່ຜ່ານ, ສໍາພາດທາງໂທລະສັບ (ນໍາໃຊ້ ໂທລະສັບ/Team/Zoom/Meet), ຄັດເລືອກເອົາຜູ້ເຂົ້າຮອບສຸດທ້າຍ.

ຂ້ອຍສາມາດສົ່ງແບບຟອມສະໝັກຜ່ານທາງອີເມວໄດ້ບໍ່? 

ບໍ່, ພວກເຮົາຈະບໍ່ຮັບເອົາແບບຟອມສະໝັກທີ່ສົ່ງຜ່ານທາງອີເມວ ຫຼື ເຟສບຸກຂອງເຮົາ.

ແບບຟອມຂອງຂ້ອຍຈະຖືກພິຈາລະນາບໍ່ຖ້າຫາກປະກອບເອກະສານບໍ່ຄົບຖ້ວນ? 

ບໍ່, ຖ້າຫາກຜູ້ສະໝັກປະກອບເອກະສານບໍ່ຄົບຖ້ວນ, ແບບຟອມຂອງຜູ້ສະໝັກຈະບໍ່ຖືກພິຈາລະນາ.

ຖ້າຫາກຂ້ອຍປະກອບແບບຟອມສະໝັກເປັນພາສາອັງກິດ, ໃບຄະແນນຂອງຂ້ອຍຈໍາເປັນຕ້ອງເປັນພາສາອັງກິດບໍ່? 

ບໍ່ວ່າຜູ້ສະໝັກຈະປະກອບແບບຟອມສະໝັກເປັນພາສາອັງກິດ ຫຼື ລາວ, ໃບຄະແນນແມ່ນສາມາດເປັນພາສາໃດກໍ່ໄດ້.​ ໃບຢັ້ງຍືນການຮຽນ ແລະ ໃບຢັ້ງຍືນທົ່ວໄປກໍເຊັ່ນກັນ. 

ຂ້ອຍບໍ່ສາມາດຂໍໃບຄະແນນທີ່ເປັນທາງການໄດ້ເນື່ອງຈາກໂຮງຮຽນຂອງຂ້ອຍຍັງບໍ່ທັນ ເປີດການຮຽນ. ຂ້ອຍຄວນເຮັດແນວໃດ? 

ຜູ້ສະໝັກສາມາດນໍາໃຊ້ປື້ມຕິດຕາມການຮຽນແທນໄດ້.

ຖ້າຫາກຂ້ອຍບໍ່ເກັ່ງພາສາອັງກິດ, ຂ້ອຍສາມາດສະໝັກໄດ້ບໍ່? 

ເຖິງແມ່ນວ່າການຮຽນການສອນໃນໂຮງຮຽນ UWC ຈະນໍາໃຊ້ພາສາອັງກິດ, ແຕ່ພາສາອັງກິດບໍ່ແມ່ນມາດຖານທີ່ຮຽກຮ້ອງ. ຜູ້ສະໝັກສາມາດປະກອບແບບຟອມສະໝັກເປັນພາສາລາວ ຫຼື ພາສາອັງກິດກໍໄດ້.

ໃບຢັ້ງຍືນທົ່ວໄປຂອງຂ້ອຍສາມາດໃຫ້ໝູ່ຂຽນໃຫ້ໄດ້ບໍ່? 

ໄດ້, ຜູ້ສະໝັກສາມາດໃຫ້ໝູ່ ຫຼື ບຸກຄົນ ທີ່ຜູ້ສະໝັກຄິດວ່າເຂົາເຈົ້າຮູ້ຈັກຕົວຜູ້ສະໝັກເປັນຢ່າງດີເປັນຄົນຂຽນໃຫ້ໄດ້.

ທືນການສຶກສາ UWC  ແມ່ນທຶນເຕັມບໍ່? 

ບໍ່, ຂື້ນກັບເງື່ອນໄຂຂອງທຶນໃນແຕ່ລະປີ ແລະ ສະພາບການເງິນຂອງນັກຮຽນຜູ້ໄດ້ຮັບທຶນ. ຜູ້ສະໝັກສາມາດສຶກສາລາຍລະອຽດຂອງທຶນການສຶກສາ UWC ປີນີ້ໄດ້ ທີ່ນີ້.

ຫຼັງຈາກທີ່ຂ້ອຍປະກອບເງື່ອນໄຂຜູ້ສະໝັກແລ້ວ,​ ຂ້ອຍພົບໜ້າ “404” ໃນເວັບໄຊ ມັນໝາຍຄວາມວ່າແນວໃດ? 

ເຈົ້າບໍ່ສາມາດສະໝັກທຶນໄດ້, ເນື່ອງຈາກມາດຖານຂອງເຈົ້າບໍ່ກົງກັບເງື່ອນໄຂຂອງຜູ້ສະໝັກທີ່ພວກເຮົາລະບຸໄວ້. ກະລຸນາກວດຄືນເງື່ອນໄຂຂອງຜູ້ສະໝັກອີກຄັ້ງ