Skip to content ↓

ລາຊະນີ ນຣູ ແຫ່ງ ຈໍແດນ (HM Queen Noor of Jordan)

31 March 2017

ປະທານຂອງຂະບວນການ UWC

ລາຊະນີ ນຣູ ແມ່ນປະທານຄົນປະຈຸບັນຂອງຂະບວນການ UWC, ລາຊະນີ ນຣູໄດ້ເຂົ້າຮ່ວມຂະບວນການ UWC ໃນປີ 1995 ແລະ ໄດ້ຮັບຕຳແໜ່ງຕໍຈາກເຈົ້າຊາຍ ຊາວສ໌, ເຈົ້າຊາຍແຫ່ງເວວສ໌. ລາຊະນີ ນຣູ ໄດ້ຄອງຕຳແໜ່ງເປັນລາຊະນີມະເຫສີຕັ້ງແຕ່ປີ 1978 ຈົນກະທັ້ງການຈາກໄປຂອງລາຊາ ຮັດຊີນ ໃນປີ 1999, ເຊິ່ງປັດຈຸບັນ ທ່ານໄດ້ີຄອງຕຳແໜ່ງເປັນສົມເດັດລາຊະນີແຫ່ງຈໍແດນ. ລາຊະນີ ນຣູ ໄດ້ກຳເນີດຂຶ້ນໃນລັດ ວໍຊິງຕັນ ດີຊີ (Washington, D.C.) ໃນຄອບຄົວຊາວອາຣັບ - ອາເມຣິກາ, ທ່ານເອງໄດ້ໃຊ້ເວລາ 40 ປີໃນການເປັນຄົນຂອງສັງຄົມໃນສາຍຕາສາທາລະນະ ແລະ ສັງຄົມ. ສ່ວນໃຫຍ່ວຽກຂອງທ່ານທີ່ບໍ່ວ່າຈະຢູ່ພາຍໃນ ແລະ ພາຍນອກປະເທດຈໍແດນນັ້ນ ແມ່ນລ້ວນແຕ່ກ່ຽວຂ້ອງກັບການສຶກສາ, ສິດທິມະນຸດ, ການພັດທະນາຄວາມໝັ້ນຄົງ ແລະ ຄວາມເຂົ້າໃຈໃນວັດທະນະທຳຂ້າມແດນ. ນອກຈາກຈະໃຫ້ຄວາມສຳຄັນກັບຊາວໜຸ່ມ, ສິດທິຂອງແມ່ຍິງ ພ້ອມທັງສາຍວິທະຍາສາດສິລະປະກຳແລ້ວ, ລາຊະນີ ນຣູ ຍັງຄົງສະແດງໃຫ້ເຫັນເຖິງຄວາມໝັ້ນຄົງຕໍ່ໜ້າທີ່ໃນຫຼາຍຕຳແໜ່ງບໍ່ວ່າຈະເປັນການສົ່ງເສີມການປ່ຽນແປງທາງສັງຄົມໃຫ້ດີຂຶ້ນ, ການສ້າງສັນຕິພາບ ແລະ ການຊອກຫາທາງອອກໃຫ້ກັບຄວາມຂັດແຍ່ງ ພ້ອມດ້ວຍການດຳລົງຕຳແໜ່ງເປັນປະທານຂອງຂະບວນການ UWC. ຍິ່ງໄປກວ່ານັ້ນ, ລູກສາວຂອງທ່ານເອງກໍຍັງໄດ້ເຂົ້າຮຽນທີ່ວິທະຍາໄລ ອັດລານຕິກຂອງ UWC ອີກດ້ວຍ.