Skip to content ↓

ເຈົ້າຊາຍ ຊາວສ໌ ແຫ່ງເວວສ໌ (HRH Charles, Prince of Wales)​​​​​​​

31 March 2017

ອະດີດປະທານຂອງຂະບວນການ UWC

ຫຼັງຈາກທີ່ໄດ້ຮັບຕຳແໜ່ງປະທານຕໍ່ຈາກພະຍາ ມາວທ໌ບາເທີນ (Lord Mountbatten), ເຈົ້າຊາຍ ຊາວສ໌ (Charles) ແຫ່ງເວວສ໌ ໄດ້ໃຫ້ຄວາມສຳຄັນແກ່ການປົກປ້ອງສິດທິມະນຸດ ແລະ ຍັງໄດ້ປຸກລະດົມໃຫ້ສັງຄົມມີຄວາມຕື່ນຕົວຕໍ່ບັນຫາທາງດ້ານສັງຄົມໃນຫຼາຍໆດ້ານ.

ຍ້ອນຄວາມມັກຮັກໃນການປົກປັກຮັກສາສິ່ງແວດລ້ອມ, ເຈົ້າຊາຍ ຊາວສ໌ໄດ້ມີຄວາມກະຕືລືລົ້ນໃນການປຸກລະດົມໃຫ້ຜູ້ຄົນມີຄວາມຕື່ນຕົວຕໍ່ການປ່ຽນແປງຂອງສະພາບດິນຟ້າອາກາດ. ໃນລະຫວ່າງການກໍ່ຕັ້ງອົງການການກຸສົນທີ່ມີຊື່ວ່າ “ພຣິ້ນສ໌ ທຣັດສ໌ທ (Prince's Trust)” ໃນປີ 1976, ເຈົ້າຊາຍ ຊາວສ໌ໄດ້ເປັນຜູ້ນຳໃຫ້ແກ່ມູນລະນິທິ 16 ແຫ່ງ ແລະ ຍັງໄດ້ເຮັດຫນ້າທີ່ເປັນຫົວຫນ້າຂອງອົງການການກຸສົນທີ່ໃຫຍ່ທີ່ສຸດໃນຫຼາຍຮູບແບບຢູ່ລາຊະອານາຈັກອັງກິດ. ນອກຈາກນັ້ນ, ເຈົ້າຊາຍ ຊາວສ໌ຍັງສາມາລະດົມທຶນບໍລິຈາກໄດ້ປະມານ 100 ລ້ານປອນທຸກໆປີ. ຕະຫຼອດເວລາໃນການດຳລົງຕຳແໜ່ງເປັນປະທານຂະບວນການ UWC ແຕ່ປີ 1978​ ຫາປີ 1995, ເຈົ້າຊາຍ ຊາວສ໌ໄດ້ພົບເຫັນເຖິງການປ່ຽນແປງອັນວ່ອງໄວ ແລະ ການເຕີບໃຫຍ່ຢ່າງແຂງແຮງຂອງຂະບວນການ UWC ຂອງ ໂຮງຮຽນ ແລະ ວິທະຍາໄລຂອງ UWC 9 ແຫ່ງໃນທົ່ວໂລກ ລວມທັງ UWC ອາເມຣິກາທີ່ທ່ານເອງໄດ້ຮ່ວມສ້າງຂຶ້ນໃນປີ 1982. ເທົ່າທຸກວັນນີ້, ເຈົ້າຊາຍ ຊາວສ໌ຍັງຄົງໃຫ້ຄວາມສຳຄັນກັບບັນຫາຂອງການສຶກສາ, ສິ່ງທີ່ເຈົ້າຊາຍ ຊາວສ໌ ໄດ້ເຮັດໃຫ້ຂະບວນການ UWC ນັ້ນຍັງມີຄວາມໝາຍອັນສຳຄັນ ແລະ ຍັງສາມາດຮັບຮູ້ໄດ້ຈົນເຖິງທຸກວັນນີ້.