Skip to content ↓

ພະຍາ ມາວທ໌ບາເທີ້ນ (Lord Mountbatten)

31 March 2017

ອະດີດປະທານຂອງຂະບວນການ UWC

ເມື່ອໄດ້ຮັບຕຳແໜ່ງເປັນປະທານຂອງຂະບວນການ UWC ໃນປີ 1967, ພະຍາ ມາວທ໌ບາເທີນ (Lord Mountbatten) ແມ່ນ ໜຶ່ງໃນບັນດານັກການທູດທີ່ມີຍົດປະດັບດາ ແລະ ສຳຄັນທີ່ສຸດ ພ້ອມທັງເປັນທະຫານບຸກຄົນສຳຄັນອີກດ້ວຍ.

​ດ້ວຍຕຳແໜ່ງຂຸນນາງຊັ້ນສູງ, ມາວທ໌ບາເທີນ ເຕີບໃຫຍ່ຂຶ້ນໃນຄອບຄົວທະຫານທີ່ມີຍົດກຽດ, ພໍ່ຂອງທ່ານເອງເຄີຍໄດ້ຮັບຕຳແໜ່ງເປັນພະຍາແຫ່ງກອງທັບເຮືອຂອງສະຫະອານາຈັກອັງກິດຄົນທຳອິດ ໃນເມື່ອຕອນຕົ້ນຂອງສົງຄາມໂລກຄັ້ງທີໜຶ່ງ. ຍ້ອນຜົນງານຂອງພະຍາ ມາວທ໌ບາເທີນ ສົງຄາມໂລກຄັ້ງທີ 1 ແລະ ຄັ້ງທີ 2, ມາວທ໌ບາເທີນ (Mountbatten), ຈຶ່ງເຮັດໃຫ້ທ່ານໄດ້ເລື່ອນຕຳແໜ່ງຈາກ ການທູດແລະ ການທະຫານ ມາເປັນ ພະຍາແຫ່ງກອງທັບເຮືອໃນປີ 1954, ພ້ອມທັງເປັນ ຫົວໜ້າຂອງກອງທັບ ໃນປີ1959 ໃນຕຳແໜ່ງ ຫົວໜ້າພາກສ່ວນຮັກສາຄວາມປອດໄພ. ເມື່ອຮອດຍາມອອກການ, ພະຍາ ມາວທ໌ບາເທີນ ໄດ້ອຸທິດເວລາຂອງທ່ານໃຫ້ກັບວຽກງານລະດັບສາກົນ ແລະ ການຫຼີກລ້ຽງຂໍ້ຂັດແຍ່ງ, ແລະ UWC ກໍຄືສຶ່ງທີ່ທ່ານເອງໃຫ້ຄວາມສົນໃຈມາໂດຍຕະຫຼອດ.

ໃນຊ່ວງເວລາທີ່ທ່ານໄດ້ເປັນປະທານຂອງ UWC ນັ້ນ, ພະຍາ ມາວທ໌ບາເທີນໄດ້ເຮັດໃຫ້ຂະບວນການ UWC ແຜ່ຫຼາຍໄປທົ່ວໂລກ, ລວມທັງ UWC ອາຊີຕາເວັນອອກສຽງໃຕ້ ຢູ່ສິງກະໂປໃນປີ 1971 ແລະ UWC ເລສເຕີ້ ບີ ເພຍສັນ (Lester B. Pearson) ຢູ່ ວິກຕໍເຣຍ (Victoria) ປະເທດແຄນນາດາ ໃນປີ 1974. ຕໍ່ມາປີ 1978, ພະຍາ ມາວທ໌ບາເທີນ ໄດ້ມອບ      ຕຳແໜ່ງປະທານຂອງ UWC ໃຫ້ກັບຫຼານຊາຍຂອງທ່ານ, ເຈົ້າຊາຍ ຊາວສ໌ (Charles) ແຫ່ງເວວສ໌.