Skip to content ↓

ທ່ານ ເນວສັນ ແມນເດລາ - (Nelson Mandala)

2 July 2021

ປະທານອັນຊົງກຽດຂອງ UWC

ທ່ານ ເນວສັນ ແມນເດລາ  ໄດ້ຖືກນັບຖືໂດຍຜູ້ຄົນຈຳນວນຫຼວງຫຼາຍວ່າເປັນບິດາແຫ່ງອາຟຣິກາໃຕ້ສະໄໝໃໝ່, ແລະ ຍັງງຖືວ່າເປັນບຸກຄົນສຳຄັນຕໍ່ກັບປະຫວັດສາດການເມືອງຂອງໂລກ. ປະທານາທິບໍດີ ເນວສັນ ແມນເດລາແມ່ນຜູ້ທຳອິດທີ່ໄດ້ຄັດເລືອກໃຫ້ເປັນຫົວໜ້າພັກປະຊາທິປະໄຕແຕ່ປີ 1995 ຫາ ປີ 1999.

ໃນບົດບາດຂອງນັກປະຕິວັດດ້ານການເມືອງ, ຄົນຖືກກັກຂັງ, ແລະ ນັກປະຕິວັດຮຽກຮ້ອງຄວາມເປັນທຳໃຫ້ແກ່ສັງຄົມ, ທ່ານ ເນວສັນ ແມນເດລາ ໄດ້ເຫັນເຖິງການປ່ຽນແປງຂອງອາຟຣິກາໃຕ້ຈາກປະເທດທີມີຄວາມແບ່ງແຍກດ້ານເຊື້ອຊາດ ແລະ ສີຜິວ ມາເປັນປະເທດທີ່ເຕັມໄປດ້ວຍຄວາມສາມັກຄີອັນເປັນຈິດໜຶ່ງໃຈດຽວທີ່ເຮົາເຫັນທຸກວັນນີ້. ໃນຖານະທີ່ເປັນປະທານາທິບໍດີຜິວສີຄົນທຳອິດ, ຈິດວິນຍານຂອງທ່ານ ເນວສັນ ແມນເດລາໃນການປານີປານອມ ແລະ ເຈລະຈາເພື່ອແກ້ໄຂຄວາມຂັດແຍ່ງ ແລະ ການແບ່ງແຍກໄດ້ເຮັດໃຫ້ທ່ານໄດ້ຮັບການຍ້ອງຍໍຈາກທົ່ວໂລກ. ທ່ານເນວສັນ ແມນເດລາ ຍັງໄດ້ຮັບລາງວັນໂນເບວສ໌ ສາຂາສັນຕິພາບທ່າມກາງຜູ້ຄົນອັນຊົງກຽດເຖິງ 250 ຄົນ, ຕໍ່ມາປີ 1995 ທ່ານ ເນວສັນ ແມນເດລາ ໄດ້ກາຍເປັນປະທານາທິບໍດີຂອງຂະບວນການ UWC ຮ່ວມກັບລາຊະນີ ນຣູແຫ່ງຈໍແດນ.

ໃນປີ 1999, ທ່ານ ເນວສັນ ແມນເດລາ ໄດ້ກາຍເປັນປະທານາທິໍບໍດີອັນຊົງກຽດຂອງ UWC. ນອກຈາກນັ້ນ, ລູກຫຼານຂອງທ່ານເອງກໍຍັງໄດ້ເຂົ້າຮຽນທີ່ ໂຮງຮຽນ UWC ວໍເຕີ້ຟອດ ກາລາບາ ທີ່ພາກໃຕ້ຂອງອາຟຣິກາ. ພ້ອມນັ້ນທ່ານເອງຍັງໄດ້ສືບຕໍ່ຂະຫຍາຍຄວາມສຳພັນກັບຂະບວນການ UWC ແລະ ຄຳວ່າສັນຕິພາບ, ຄວາມເຂົ້າໃຈສາກົນ ແລະ ອະນາຄົດທີ່ໝັ້ນຄົງ ໃນອຸດົມຄະຕິຂອງ UWC.