Skip to content ↓

ທ່ານ ເຊວລ໌ບີ້ ເດວິດສ໌ (Shelby Davis)

31 March 2017

ຜູ້ມີບຸນຄຸນຕໍ່ຂະບວນການ UWC

ທ່ານ ເຊວລ໌ບີ້ ເດວິດສ໌ (Shelby Davis) ພ້ອມດ້ວຍຄອບຄົວຂອງທ່ານ ແມ່ນໜຶ່ງໃນບຸກຄົນສຳຄັນທີ່ເຄີຍມີມາທີ່ໃຫ້ຄວາມຊ່ວຍເຫຼືອແກ່ UWC ມາຕັ້ງແຕ່ປີ 1998.

ທ່ານ ເດວິດສ໌ ໄດ້ນຳເອົາເງິນສ່ວນຕົວຂອງທ່ານທີຈາກການປະສົບຜົນສຳເລັດໃນການລົງທຶນ ແລະ ອາຊີບການບໍລິຫານກອງທຶນມາມອບໃຫ້ອົງການການກຸສົນຫຼາຍແຫ່ງທີ່ມີເປົ້າໝາຍສຸມໃສ່ການສຶກສາໂດຍສະເພາະ.

ຕັ້ງແຕ່ທ້າຍປີ 1990 ເປັນຕົ້ນມາ, ທ່ານເຊວລ໌ບີ້ ເດວິດສ໌ ໄດ້ໃຫ້ທຶນການສຶກສາເປັນຈຳນວນ 50​ ທຶນຕໍ່ປີໃຫ້ແກ່ນັກຮຽນອາເມຣິກາເພື່ອເຂົ້າຮຽນທີ່ໂຮງຮຽນຂອງ UWC ແລະ ໃນນັ້ນ 25 ທຶນແມ່ນເຂົ້າຮຽນທີ່ UWC ອາເມຣິກາ, ສ່ວນທີ່ເຫຼືອແມ່ນຮຽນຢູ່ໂຮງຮຽນອື່ນຂອງ UWC. ໃນປີ 2000, ທ່ານ ເດວິດສ໌ ໄດ້ເລີ່ມໂຄງການ ເດວິດສ໌ - UWC (Davis - UWC) ຂຶ້ນ ເຊິ່ງໃນປັດຈຸບັນທ່ານໄດ້ໃຫ້ການທຶນການສຶກສາເປັນຈຳນວນຫຼາຍກວ່າ 7,500 ທຶນໃຫ້ແກ່ນັກຮຽນທີ່ຮຽນຈົບຈາກ UWC ເພື່ອມາຮຽນຕໍ່ຂັ້ນມະຫາວິທະຍາໄລທີ່ ວິທະຍາໄລ ແລະ ມະຫາວິທະຍາໄລ ຫຼາຍກວ່າ 90 ແຫ່ງທົ່ວສະຫະລັດອາເມຣິກາ.

ໃນເດືອນສິງຫາປີ 2015, ທ່ານເດວິດສ໌ ຍັງໄດ້ສະເໜີທຶນມູນຄ່າ 15 ລ້ານໂດລ້າ ໃຫ້ກັບໂຮງຮຽນ UWC ທີ່ສາມາດລະດົມທຶນບໍລິຈາກ ຈຳນວນ 1 ລ້ານໂດລ້າ ຈາກອະດີດນັກສຶກສາ UWC ພ້ອມທັງຄອບຄົວ ແລະ ຄົນທົ່ວໄປ. ໂຄງການດັ່ງກ່າວໄດ້ສົ່ງຜົນກະທົບອັນໃຫຍ່ຫຼວງຕໍ່ຂະບວນການ UWC ທີ່ສາມາດສືບຕໍ່ມອບທຶນການສຶກສາໃຫ້ແກ່ນັກຮຽນທີ່ມີຄວາມສາມາດ ໂດຍບໍ່ຄຳນຶງເຖິງສະຖານະທາງຄອບຄົວຂອງນັກຮຽນຄົນນັ້ນ.