Skip to content ↓

ຄວາມເປັນມາ ແລະ ຈຸດໝາຍຂອງການສ້າງຕັ້ງ UWC

ໃນສັດຕະວັດທີ 21​ ໃນເວລາທີ່ໂລກເຕັມໄປດ້ວຍຄວາມສັບສົນວຸ້ນວາຍ, ເປົ້າໝາຍ ແລະ ຈຸດປະສົງຂອງ ອົງການ UWC ທຸກວັນນີ້ກໍຍັງມີຄວາມສຳຄັນບໍ່ຕ່າງຈາກ (ຫຼື ບາງຄັ້ງອາດຈະຫຼາຍກວ່າ) ເປົ້າໝາຍ ແລະ ຈຸດປະສົງຂອງ ອົງການ UWC ໃນປີ 1962.

UWC ສ້າງຕັ້ງຂຶ້ນໃນປີ 1962 ເມື່ອວິທະຍາໄລ ອັດລານຕິກ (Atlantic College) ຢູ່ພາກໃຕ້ຂອງເວວສ໌ (Wales), ລາດຊະອານາຈັກອັງກິດ ເລີ່ມເປີດຮັບສະໝັກນັກຮຽນ. ໃນຂະນະທີ່ສົງຄາມເຢັນພວມຟົດເດືອດ, ເປົ້າໝາຍຂອງ UWC ແມ່ນເພື່ອຮວບຮວມເອົາໄວໜຸ່ມທີ່ມາຈາກປະເທດແຕກຕ່າງກັນ, ມາຢູ່ຮ່ວມກັນ ແລະ ສະແດງໃຫ້ເຫັນເຖິງໄຊຊະນະຂອງສັນຕິພາບ ຜ່ານການສຶກສາ ໂດຍການຮຽນຮູ້, ຄວາມເຂົ້າໃຈກັນ ແລະ ການເຮັດວຽກຮ່ວມກັນ.  

ແນວຄິດຫຼັກຂອງອົງການ UWC ແມ່ນໄດ້ຖືກລິເລີ່ມຈາກຄວາມຄິດຂອງນັກອຸດົມການດ້ານການສຶກສາ ຊາວເຢຍລະມັນທີ່ມີຊື່ວ່າ ທ່ານ ເຄີດ ຮັ່ນ (Kurt Hahn), ເຊິ່ງແມ່ນໜຶ່ງໃນຜູ້ຮ່ວມສ້າງຕັ້ງຂະບວນການUWC. ທ່ານ ຮັ່ນ ເຊື່ອວ່າ ໂຮງຮຽນບໍ່ຄວນເປັນສະຖານທີ່ໆກະກຽມໃຫ້ນັກຮຽນໄປຮຽນຕໍ່ມະຫາວິທະຍາໄລ, ແຕ່ມັນຄວນເປັນສະຖານທີ່ໆກຽມໃຫ້ນັກຮຽນມີຄວາມພ້ອມໃນການດຳລົງຊີວິດ. ສະນັ້ນ, ການສຶກສາຄວນຊ່ວຍໃຫ້ນັກຮຽນຮູ້ຈັກຮຽນຮູ້ຜ່ານຜ່າອຸປະສັກ, ຮູ້ຈັກເຖິງຄວາມພ່າຍແພ້ ແລະ ຄວາມສຳເລັດ. 

ການສ້າງຕັ້ງຂະບວນການ UWC ໃນປີ 1962 ແມ່ນຄວາມຄາດຫວັງອັນລ້ຳຄ່າຂອງທ່ານ ຮັ່ນ ທີ່ມີຕໍ່ການສຶກສາ. ທ່ານ ຮັ່ນ ແມ່ນຜູ້ລິເລີ່ມເບີກທາງໃຫ້ການສຶກສາ, ບາງຄວາມຄິດຂອງທ່ານ ແມ່ນໄດ້ຖືກນຳໃຊ້ໂດຍໂຮງຮຽນ ຊາເລັມ (Salem) ຢູ່ປະເທດເຢຍລະມັນ ແລະ ສູນການສຶກສາສາກົນທີ່ບໍ່ຫວັງຜົນປະໂຫຍດ, ເອົ້າເຫວີດ ບ່າວ  (Outward Bound) ຫຼື ໂອບີ (OB).  ຕໍ່ມາ, ໃນປີ 1958, ໃນຂະນະທີ່ເພິ່ນເຂົ້າຮ່ວມການປະຊຸມທີ່ ສູນຝຶກຊ້ອມການທະຫານ ນາໂຕ (NATO),​ ທ່ານ ຮັ່ນໄດ້ຮັບແຮງບັນດານໃຈຈາກການຮ່ວມມືລະຫວ່າງຜູ້ນຳຂອງຫຼາຍປະເທດທີ່ເຄີຍເປັນສັດຕູກັນຈາກສົງຄາມໂລກຄັ້ງທີ 2. ທ່ານ ຮັ່ນຄິດວ່າ ຖ້າເຮົາສາມາດນຳເອົານັກຮຽນຈາກທົ່ວທຸກມຸມໂລກມາຮຽນນຳກັນ, ເຮົາຈະສາມາດປ້ອງກັນຂໍ້ຂັດແຍ່ງທີ່ອາດຈະເກີດຂຶ້ນໃນອະນາຄົດໄດ້. ຍ້ອນຄວາມເຊື່ອໝັ້ນໃນພະລັງຂອງການສຶກສາທີ່ຈະສາມາດປ່ຽນແປງໂລກໃບນີ້, ຂະບວນການ uwc ຈຶ່ງເກີດຂຶ້ນ ດ້ວຍພາລະກິດທີ່ຈະນຳໃຊ້ການສຶກສາໃຫ້ເປັນແຮງຮວບຮວມ ຜູ້ຄົນທີ່ມີຄວາມແຕກຕ່າງກັນທາງດ້ານເຊື້ອຊາດ ແລະ ວັດທະນະທຳ ມາຢູ່ຮ່ວມກັນ ເພື່ອຄວາມສັນຕິພາບ ແລະ ອະນາຄົດທີ່ໝັ້ນຄົງ.  

ຕັ້ງແຕ່ນັ້ນມາ, uwc ກໍ່ມີຄວາມມຸ່ງໝັ້ນຢ່າງບໍ່ທົດຖອຍ ໃນການເຜີຍແຜ່ ແລະ ມອບການສຶກສາ ທີ່ເຕັມໄປດ້ວຍຄວາມທ້າທາຍ ແລະ  ປະສົບການຮຽນຮູ້ ເພື່ອເປັນແຮງຜັກດັນໃຫ້ນັກຮຽນ ກາຍເປັນຕົວແທນທີ່ຈະປ່ຽນແປງໂລກໃຫ້ດີຂຶ້ນ ແລະ ພ້ອມກັນສ້າງອະນາຄົດທີ່ມີແຕ່ຄວາມໝັ້ນຄົງ ແລະ ສັນຕິພາບຫຼາຍຂຶ້ນ. 

Page 2

ໄລຍະເວລາຂອງຂະບວນການ uwc

UWC ໃນມື້ນີ້:

18


18​ ໂຮງຮຽນ ແລະ ວິທະຍາໄລ ທົ່ວໂລກ. 

150


ຂະບວນການ UWC ໄດ້ຖືກເຜີຍແຜ່ຢ່າງກວ້າງຂວາງ ໂດຍມີຄະນະສະມາຄົມແຫ່ງຊາດ ທີ່ມີຢູ່ ຫຼາຍກວ່າ 150 ປະເທດທົ່ວໂລກເປັນຕົວແທນ. 

60,000


ມີນັກຮຽນຫຼາຍກວ່າ 60,000 ຄົນທີ່ມາຈາກຫຼາຍກວ່າ 180 ປະເທດທົ່ວໂລກທີ່ໄດ້ເຂົ້າຮຽນທີ່ ໂຮງຮຽນ ແລະ ວິທະຍາໄລ UWC ຫຼື ເຂົ້າຮ່ວມໂປຣແກຣມຂອງທາງ UWC.