Skip to content ↓

ຊີວິດການສຶກສາ

 

 “ຂ້າພະເຈົ້າຖືວ່າມັນເປັນວຽກທີ່ສໍາຄັນຂອງການສຶກສາ ເພື່ອຮັບປະກັນຄວາມຍືນຍົງຂອງສິ່ງເຫຼົ່ານີ້: ຄວາມຢາກຮູ້ຢາກເຫັນແບບກ້າໄດ້ກ້າເສຍ, ຈິດວິນຍານທີ່ບໍ່ເຄີຍຍອມແພ້, ຄວາມຍຶດໝັ້ນກັບການສະແຫວງຫາ, ຄວາມພ້ອມໃນການປະຕິເສດຕົນເອງ ແລະ ທ້າຍສຸດກໍຄື ຄວາມເຫັນອົກເຫັນໃຈ.”

ກ່າວໂດຍ ທ່ານ ເຄີດ ຮານ (Kurt Hahn), ຜູ້ກໍ່ຕັ້ງຂະບວນການ UWC

UWC ແມ່ນ ອົງການການສຶກສາລະດັບໂລກ ທີ່ໄດ້ໃຫ້ການສິດສອນນັກຮຽນຫຼາຍກ່ວາ 9000 ຄົນ ຈາກ 155 ປະເທດໃນທຸກໆປີ. ໃນນັ້ນ, ນັກຮຽນປະມານ 4000 ຄົນ ແມ່ນໄດ້ສຳເລັດການສຶກສາຂອງຫຼັກສູດໃບປະກາດສະນີຍະບັດນານາຊາດ (International Baccalaureate Diploma Programme (IBDP)), ເຊິ່ງເປັນຫຼັກສູດຮຽນກຽມມະຫາວິທະຍາໄລທີ່ຖືກຍອມຮັບລະດັບໂລກສຳລັບນັກຮຽນທີ່ມີອາຍຸລະຫວ່າງ 16-19 ປີ. 

ໃນຂະນະທີ່ຫຼັກສູດໃບປະກາດສະນີຍະບັດນານາຊາດໄດ້ຖືກນຳໃຊ້ເຂົ້າໃນການສິດສອນໂດຍໂຮງຮຽນແຕ່ລະແຫ່ງຂອງ UWC , ການສຶກສາຂອງ UWC ແມ່ນໄດ້ເກີນຄາດໝາຍຄວາມຕ້ອງການ ທີ່ຫຼັກສູດ IB ໄດ້ວາງໄວ້. ຍ້ອນຄວາມຫຼາກຫຼາຍຂອງນັກຮຽນ ທາງດ້ານເຊື້ອຊາດ ແລະ ບັນດາຄູອາຈານ ລວມເຖິງ ພະນັກງານ ຂອງແຕ່ລະໂຮງຮຽນ ທີ່ມີຄວາມຫຼາກຫຼາຍດ້ານເຊື້ອຊາດ, ຖານະສັງຄົມ, ວັດທະນະທຳ, ພາສາ, ການເມືອງການປົກຄອງ ແລະ ພື້ນຖານການສຶກສາທີ່ແຕກຕ່າງ - UWC ຄຳນຶງໄດ້ວ່າຫຼັກສູດການສຶກສາສາມາດ ເຮັດໃຫ້ການຮຽນຮູ້ມີ ຄວາມໝາຍ ແລະ ແນວຄວາມຄິດ ທີ່ຫຼາກຫຼາຍເຊັ່ນດຽວກັນກັບຄວາມຫຼາກຫຼາຍຂອງນັກຮຽນ, ສະນັ້ນ, ນັກຮຽນຈຶ່ງມີຄວາມກ້າໃນການສະແດງອອກທາງດ້ານ ຄວາມເປັນມາ ແລະ ແນວຄິດຂອງຕົນເອງໄດ້ຢ່າງແທ້ຈິງ. ດ້ວຍເຫດນີ້, ຫຼັກສູດໃບປະກາດສະນີຍະບັດນານາຊາດ ຈຶ່ງໄດ້ເພີ່ມເອົາ ບົດສົນທະນາກ່ຽວກັບບັນຫາໂລກ ແລະ ກິດຈະກຳຕ່າງໆ ທີ່ ກ່ຽວກັບການເຝິກຝົນທັກສະດ້ານແນວຄິດ ແລະ ກິດຈະກຳສົ່ງເສີມການມີສ່ວນຮ່ວມເຂົ້າໃນສິ່ງທ້າທາຍທີໂລກພວມປະສົບໃນຕອນນີ້.

ຫຼັກສູດໃບປະກາດສະນີຍະບັດນາໆຊາດ - The International Baccalaureate (IB)

ອົງກອນການຈັດຕັ້ງ IB ຫຼື (IBO) ແມ່ນສ້າງຕັ້ງໃນປີ 1968. ຕັ້ງແຕ່ນັ້ນມາ, IBO ໄດ້ອີງໃສ່ການປະກອບສ່ວນ ແລະ ຄຳຄິດເຫັ້ນຂອງຂະບວນການ  UWC ຈາກ ການສຶກສາທີ່ມີຄວາມຫຼາກຫຼາຍດ້ານວັດທະນະທຳ ແລະ ແນໃສ່ການຮຽນຮູ້ຈາກປະສົບການ. ຄວາມສຳພັນຂອງທັງສອງອົງກອນຍັງຄົງແໜ້ນແຟ້ນຈົນເທົ່າທຸກມື້ນີ້ ແລະ ປີ 2018 ນີ້ກໍຍັງເປັນການສະເຫຼີມສະຫຼອງຄວາມສຳພັນອັນແໜ້ນແຟ້ນຄົບຮອບ 50 ປີ.

ພາຍຫຼັງ 6 ປີຂອງການທົດລອງໂປຣແກຣມ ຢູ່ ໂຮງຮຽນຫຼາຍແຫ່ງ ລວມເຖິງ  UWC ອັດລານຕິກ (UWC Atlantic College) ຢູ່ ເວວສ໌ (Wales), ຫຼັກສູດໃບປະກາດສະນີຍະບັດນານາຊາດ ໄດ້ເປີດໃຊ້ຢ່າງເປັນທາງການໃນປີ 1975. ຫຼັກສູດສຳລັບຂັ້ນຕ່ຳ, ຂັ້ນກາງ ແລະ ວິຊາຊີບ ແມ່ນໄດ້ຖືກພັດທະນາໃນໄລຍະ 2 ທົດຕະວັດ ທີ່ຜ່ານມາ. ຫຼັກສູດນາໆຊາດເຫຼົ່ານີ້ແມ່ນມີຈຸດປະສົງ “ຊຸກຍູ້ນັກຮຽນທົ່ວທຸກມຸມໂລກໃຫ້ມີຄວາມຫ້າວຫັນ, ຮູ້ຈັກເຫັນອົກເຫັນໃຈ ແລະ ເປັນຜູ້ຮຽນຮູ້ທີ່ບໍ່ສິ້ນສຸດ, ເປັນຜູ້ທີ່ເຂົ້າໃຈວ່າ ຄົນທີ່ມີຄວາມແຕກຕ່າງກໍສາມາດເປັນຜູ້ຮູ້ໄດ້”.

ຫຼັກສູດໃບປະກາດສະນີຍະບັດນານາຊາດ ນີ້ໄດ້ຖືກຮັບຄວາມນິຍົມເປັນຈຳນວນຫຼວງຫຼາຍ ຍ້ອນຊື່ສຽງຂອງອົງກອນ ທີ່ຖີກຂະໜານນາມວ່າ “ພື້ນຖານທອງຄຳ (gold standard)” ສຳລັບການສຶກສານາໆຊາດ, ໂດຍສະພາະແມ່ນຫຼັກສູດໃບປະກາດສະນີຍະບັດນານາຊາດ. ເຊິ່ງໃນປະຈຸບັນນີ້ມີ ຫ້າພັນ ໂຮງຮຽນທີ່ໄດ້ນຳໃຊ້ຫຼັກສູດນີ້ເຂົ້າໃນການສິດສອນໃຫ້ແກ່ນັກຮຽນຫຼາຍກວ່າ ໜຶ່ງລ້ານສາມແສນຄົນທົ່ວໂລກ.

 

"ເມື່ອຂ້ອຍດຳລົງຕຳແໜ່ງເປັນຜູ້ອຳນວຍການພະແນກທົ່ວໄປ, ຂ້ອຍພະຍາຍາມທີ່ຈະສ້າງຄວາມສຳພັນກັບຂະບວນການ UWC ໃຫ້ໃກ້ຊີດເທົ່າທີ່ຂ້ອຍຈະເຮັດໄດ້ [...] ແລະ ຂ້ອຍກໍໄດ້ພົບປະຢ່າງເປັນປະຈຳກັບບັນດາຜູ້ນຳທັງຫຼາຍຂອງຂະບວນການນີ້. ນັ້ນກໍຍ້ອນສາເຫດທີ່ວ່າ: ຂະບວນການ UWC ທັງຫຼາຍແມ່ນໄດ້ນຳສະເໜີໃຫ້ເຫັນເຖິງ 'ຄຳສອນອັນປະເສີດ' ຂອງການສຶກສາສາກົນ ແລະ ຄວາມພະຍາຍາມອັນສູງສົ່ງຂອງຂະບວນການນີ້ໃນການເປັນແຮງບັນດານໃຈໃຫ້ແກ່ທຸກໆຄົນໃນທຸກໆຂະແໜງການຂອງການສຶກສາລະດັບສາກົນ."

- ກ່າວໂດຍທ່ານ ຈອດຈ ວອກເກີ້  (George Walker)

ອະດີດຜູ້ອຳນວຍການພະແນກທົ່ວໄປຂອງອົງການການສຶກສາລະດັບນາໆຊາດ ( International Baccalaureate)

ມີວິຊາໃດແດ່ທີ່ນັກຮຽນສາມາດເລືອກໄດ້ໃນຫຼັກສູດໃບປະກາດສະນີຍະບັດນານາຊາດ?

ນັກຮຽນໃນຫຼັກສູດນີ້ສາມາດເລືອກເອົາວິຊາຮຽນໜຶ່ງວິຊາ ຈາກວິຊາຮຽນ 6 ສາຍຂ້າງລຸ່ມນີ້:

1. ພາສາ ແລະ ວັນນະຄະດີ

2. ການພັດທະນາທັກສະພາສາ

3. ບຸກຄົນ ແລະ ສັງຄົມ

4. ວິທະຍາສາດ

5. ຄະນິດສາດ

6. ສິລະປະກຳ (ນັກຮຽນຍັງສາມາດເລືອກຮຽນວິທະຍາສາດ, ບຸກຄົນ ແລະ ສັງຄົມ, ຫຼື ການພັດທະນາທັກສະພາສາ ຖ້າຫາກບໍ່ຢາກຮຽນວິຊາສິລະປະກຳ)

ໂດຍປົກກະຕິແລ້ວ ນັກຮຽນສາມາດເລືອກວິຊາຮຽນໄດ້ 3 ວິຊາທີ່ເປັນລະດັບກາງ, ແລະ 3 ວິຊາທີ່ເປັນລະດັບສູງ, ເຊິ່ງນັກຮຽນຖືກຄາດຫວັງໃຫ້ສະແດງຄວາມຮູ້ທີ່ກວ້າງຂວາງ, ຄວາມເຂົ້າໃຈ, ແລະ ທັກສະ. ແຕ່ລະໂຮງຮຽນອາດຈະມີວິຊາຮຽນທີ່ແຕກຕ່າງຈາກໂຮງຮຽນແຕ່ລະແຫ່ງ, ເຊິ່ງວິຊາເຫຼົ່ານີ້ສ່ວນໃຫຍ່ແມ່ນໄດ້ບົ່ງບອກຕາມ ພູມສັນຖານ ແລະ ສິ່ງທີ່ເປັນຈຸດສົນໃຈໃນຂົງເຂດນັ້ນ.

ນອກຈາກຈະມີ 6 ວິຊາແລ້ວ, ນັກຮຽນຍັງຕ້ອງໄດ້ເຮັດບົດລາຍງານຫຼັກ 3 ບົດເຊິ່ງເປັນພາກສ່ວນສຳຄັນຂອງຫຼັກສູດນີ້:

  1. ບົດຄວາມ ຫຼື Extended Essay (EE): ນັກຮຽນຈະໄດ້ຊອກຫາຫົວຂໍ້ ທີ່ຕົນເອງສົນໃຈເປັນພິເສດ, ແລະ ພັດທະນາບບົດຮຽງຄວາມດ້ວຍຕົນເອງ ເຊິ່ງຕ້ອງໄດ້ໃຊ້ທັກສະການຂຽນລະດັບມະຫາວິທະຍາໄລ. ບົດຮຽງຄວາມນີ້ແມ່ນ ຕ້ອງຂຽນມາຈາກໜຶ່ງໃນ 6 ວິຊາທີ່ນັກຮຽນໄດ້ເລືອກຮຽນ ແລະ ຍັງຕ້ອງຂຽນບໍ່ໃຫ້ເກີນ 4000 ຄຳ. ນັກຮຽນແມ່ນຈະໄດ້ຮັບການຊ່ວຍເຫຼືອ ໃນດ້ານການຊອກຫາຂໍ້ມູນ ແລະ ວິທີການຂຽນໂດຍ ອາຈານຜູ້ຊ່ວຍ.
  2. ວິຊາທິດສະດີຂອງຄວາມຮູ້ (Theory of Knowledge (TOK)): ເປັນວິຊາທີ່ອອກແບບ ເພື່ອໃຫ້ນັກຮຽນແຕ່ະຄົນ ຮັບຮູ້ເຖິງທຳມະຊາດແຫ່ງຄວາມຮູ້ດ້ວຍວິທິການທົດສອບວ່າເຮົາຮູ້ຈັກສິ່ງຕ່າງໆ ທີ່ເຮົາຄິດວ່າເຮົາຮູ້ຈັກໄດ້ແນວໃດ. ເຊິ່ງນັກຮຽນຈະຖືກປະເມີນຄ່າ ຜ່ານການເຮັດບົດສະເໜີປາກເປົ່າ ແລະ ຂຽນບົດຮຽງຄວາມ 1600 ຄຳ.

  3. ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກໍາ, ການຊ່ວຍເຫຼືອສັງຄົມ ຫຼື ແຄັດສ໌ (Creativity, Activity, Service (CAS)): ສອນໃຫ້ນັກຮຽນມີຄວາມຮັບຜິດຊອບ, ພັດທະນາສັງຄົມ, ມີຄວາມຄິດສ້າງສັນ ແລະ ທັກສະການເຮັດກິດຈະກຳຂ້າງນອກ ໄປພ້ອມໆກັບການຮຽນຮູ້ທີ່ຈະເຂົ້າຫາຄົນອື່ນດ້ວຍຄວາມເຂົ້າໃຈ ເຊິ່ງນີ້ແມ່ນໝາກຫົວໃຈອັນສຳຄັນຂອງຫຼັກສູດ ນັກຮຽນແມ່ນຈະມີສ່ວນຮ່ວມ ໃນຫຼາກຫຼາຍໂຄງການ ທີ່ຈະຊ່ວຍໃຫ້ພວກເຂົາພັດທະນາທັກສະເຫຼົ່ານີ້,ໃນຂະນະທີ່ພວກເຂົາຍັງໄດ້ມີສ່ວນຮ່ວມກັບຊຸມຊົນທ້ອງຖິ່ນ.

ການປະສົມປະສານຂອງແຕ່ລະພາກສ່ວນເຫຼົ່ານີ້ ໄດ້ເຮັດໃຫ້ນັກຮຽນ ພັດທະນາຄວາມສາມາດຂອງຕົນເອງ ເພື່ອທີ່ຈະນຳໄປວິເຄາະໄຕ່ຕອງຂໍ້ມູນຂ່າວສານ, ມີການຕິດຕໍ່ສື່ສານແນວຄິດທີ່ມີປະສິດທິຜົນ, ແລະ ພັດທະນາການສະແດງຄວາມຄິດເຫັນ ແບບໂນ້ມນ້າວ, ເຊິ່ງທັງໝົດນີ້ຈະຊ່ວຍກະກຽມໃຫ້ນັກຮຽນມີຄວາມພ້ອມທີ່ຈະໄປຮຽນຕໍ່ໃນຂັ້ນປະລິນຍາຕີ ແລະ ການຮຽນໃນພາຍພາກໜ້າ. ຍິ່ງໄປກວ່ານີ້, ນັກຮຽນຍັງສາມາດນຳໃຊ້ ຄວາມຮູ້ທາງດ້ານວັດທະນະທຳ ແລະ ຄວາມເຂົ້າໃຈ ເຂົ້າໃນການຮຽນດ້ານວິຊາການ, ເພື່ອທີ່ພວກເຂົາຈະໄດ້ເບິ່ງເຫັນຕົວເອງວ່າເປັນຜູ້ຮູ້ຄິດ ແລະ ສາມາດສ້າງສາຍສຳພັນກັບຜູ້ຄົນຫຼາຍຂຶ້ນ.

ນັກຮຽນຮຸ່ນນ້ອຍ

ໂຮງຮຽນ UWC ຍັງໄດ້ມີການຮັບສະໝັກນັກຮຽນຮຸ່ນນ້ອຍ ເຊິ່ງເລີ່ມຈາກອາຍຸ 18 ເດືອນຈົນໄປເຖິງອາຍຸ 15​ປີ. UWC ແມັດສທິກ, UWC ອາຊີຕາເວັນອອກສ່ຽງໃຕ້, UWC ປະເທດໄທ ແລະ UWC ວໍເຕີ້ຟອດ ກາລາບາ ຂອງອາຟຣິກາໃຕ້ ແມ່ນລ້ວນແລ້ວແຕ່ມີນັກຮຽນຮຸ່ນນ້ອຍ ທີ່ອາໄສຢູ່ໃນໂຮງຮຽນ ແລະ ຖືກສິດສອນໂດຍຫຼາຍຫຼັກສູດ.

ພວກເຮົາເຊື່ອໝັ້ນວ່າ ວິທີທີ່ດີທີ່ສຸດໃນການກຽມນັກຮຽນອະນຸບານ, ປະຖົມ ແລະ ມັດທະຍົມແມ່ນຕ້ອງຜ່ານການສຶກສາທີ່ຫຼາກຫຼາຍ ຄູ່ໄປກັບປະສົບການ ທີ່ໄດ້ມາຈາກ ການຊ່ວຍເຫຼືອສັງຄົມ, ສິລະປະກຳ ແລະ ໂຄງການປະຈຳຫ້ອງຮຽນ -- ທັງໝົດນີ້ແມ່ນຖືກວາງໃສ່ໃນ ແຜນການການສຶກສາແບບການຮຽນຮູ້ຈາກປະສົບການຂອງ UWC. UWC ຍັງເຊື່ອໝັ້ນວ່າ ນັກຮຽນກຸ່ມຮຸ່ນນ້ອຍ ກໍມີຄວາມສາມາດ ທີ່ຮຽນຮູ້ຈາກປະສົບການ ບໍ່ຕ່າງຫຍັງກັບ ນັກຮຽນຮຸ່ນໃບປະກາດ. ຫຼັກສູດການຮຽນຍັງ ເຮັດໃຫ້ໝັ້ນໃຈວ່າ ນັກຮຽນຈະມີໂອກາດທີ່ຈະໄດ້ຖາມຄຳຖາມ, ໄດ້ຄົ້ນຄ້ວາ, ສ້າງສາ, ເຂົ້າຮ່ວມ ພັດທະນາທັກສະທາງດ້ານສັງຄົມ, ແນວຄິດ ແລະ ຈິນຕະນາການຢ່າງສົມບູນແບບ.

UWC ແມັດສ໌ທິກ (UWC Maastricht) ໄດ້ນຳສະເໜີ ຫຼັກສູດລະດັບການສຶກສາໃຫ້ກັບຂັ້ນຕົ້ນ ແລະ ຫຼັກສູດລະດັບການສຶກສາລະດັບກາງ (MYP) ຢູ່ໃນຊັ້ນປີຮຽນທຳອິດ, ເຊິ່ງມັນໄດ້ລວມໄປທັງ ຂັ້ນກຽມອະນຸບານ, ປະຖົມ ແລະ ມັກທະຍົມຕອນຕົ້ນ. ຫຼັກສດອື່ນທີ່ໄດ້ສະເໜີໃຫ້ນັກຮຽນ ແມ່ນລວມໄປດ້ວຍ ຫຼັກສູດສຸຂະພາບ ແລະ ຄວາມເປັນຢູ່ສຳລັບ ນັກຮຽນປະຖົມ ແລະ ລະບົບຫຼັກສູດພິເສດ ເຊິ່ງໄດ້ກະກຽມໄວ້ໃຫ້ສຳລັບນັກຮຽນກຽມອະນຸບານ.

UWC ອາຊີຕາເວັນອອກສ່ຽງໃຕ້ (UWC South East Asia)  ເປີດຮັບສະໝັກເອົານັກຮຽນທີ່ມີອາຍຸຕັ້ງແຕ່ 4 ຫາ 15 ປີ ເຂົ້າຮຽນແຕ່ຊັ້ນຮຽນຕັ້ງແຕ່ຊັ້ນອະນຸບານ ໄປຈົນເຖິງຊັ້ນມັດທະຍົມຕອນຕົ້ນ. ລະບົບການສອນຂອງ UWC ອາຊີຕາເວັນອອກສ່ຽງໃຕ້ ແມ່ນແບ່ງອອກເປັນ 3 ຂັ້ນ, ເຊິ່ງລວມມີ ຊັ້ນອະນຸບານ (ອາຍຸ 4 ຫາ 7 ປີ), ປະຖົມ (7 ຫາ 11 ປີ) ແລະ ມັດທະຍົມຕົ້ນ (11 ຫາ 14 ປີ). ໃນສອງປີສຸດທ້າຍຂອງມັດທະຍົມຕົ້ນ, ນັກຮຽນຈະຖືກສອນໂດຍນຳໃຊ້ຫຼັກສູດໃບປະກາດຊັ້ນມັດທະຍົມຕອນຕົ້ນນາໆຊາດ (IGCSE)

UWC ປະເທດໄທ (UWC Thailand) ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດຂັ້ນປະຖົມ (IB Primary Years Programme ຫຼື (PYP)) ເຂົ້າໃນການສອນໃຫ້ແກ່ນັກຮຽນທີ່ມີອາຍຸຕັ້ງແຕ່ 3 ຫາ 12 ປີ. ສ່ວນຫຼັກສູດໃບປະກາດສະນີຍະບັດນາໆຊາດຂັ້ນມັດທະຍົມ (IB MYP)ນັ້ນແມ່ນສຳລັບນັກຮຽນທີ່ມີອາຍຸຕັ້ງແຕ່ 11 ຫາ 15 ປີ. UWC ປະເທດໄທ ຍັງມີໂຮງຮຽນອະນຸບານລ້ຽງເດັກ ສຳລັບນັກຮຽນແຕ່ອາຍຸ 18 ເດືອນ ຈົນເຖິງ 3 ປີ, ເຊິ່ງນຳໃຊ້ຫຼັກສູດການສອນທີ່ໃຫ້ນັກຮຽນຮຽນຮູ້ຈາກການຫຼິ້ນ.

UWC ວໍເຕີ້ຟອດ ກາລາບາ (Waterford Kamhlaba UWC) ຂອງອາຟຣິກາໃຕ້ ມີຫຼັກສູດການສຶກສາ 3 ແບບລວມທັງ ຫຼັກສູດໃບປະກາດສະນີຍະບັດນາໆຊາດ. ຫຼັກສູດ ວໍເຕີ້ຟອດ ແລະ ຫຼັກສູດໃບປະກາດຊັ້ນມັດທະຍົມຕອນຕົ້ນນາໆຊາດແມ່ນໄດ້ຖືກນຳໃຊ້ເຂົ້າໃນການສອນໃຫ້ແກ່ນັກຮຽນທີ່ມີອາຍຸລະຫວ່າງ 11 ຫາ 16 ປີ.