Skip to content ↓

ກິດຈະກໍານອກຫຼັກສູດ

 

“ຄວາມໝັ້ນໃຈໃນຄວາມພະຍາຍາມ, ຄວາມຖ່ອມຕົວໃນຄວາມສໍາເລັດ, ຄວາມສະຫງ່າງາມໃນຄວາມພ່າຍແພ້, ຄວາມຍຸດຕິທໍາໃນຄວາມໂມໂຫ, ການຕັດສິນທີ່ໃສສະອາດແມ້ໃນຍາມຂົມຂື່ນຂອງຄວາມພາກພູມໃຈທີ່ມີບາດແຜ, ແລະ ຄວາມພ້ອມທີ່ຈະຊ່ວຍເຫຼືອສັງຄົມໃນທຸກເວລາ.”

ກ່າວໂດຍ ທ່ານເຄີດຮານ (Kurt Hahn), ຜູ້ກໍ່ຕັ້ງ ຂະບວນການ UWC

‘ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກໍາ, ການຊ່ວຍເຫຼືອສັງຄົມ’ (ຕົວຫຍໍ້: CAS ອ່ານວ່າ ແຄສ) ແມ່ນຫົວໃຈຂອງການສຶກສາ UWC ແຕ່ໃດມາ. ນັກຮຽນທຸກຮຸ່ນອາຍຸຈະຖືກກະຕຸ້ນໃຫ້ເກັ່ງທັງໃນຫ້ອງຮຽນ ແລະ ນອກຫ້ອງຮຽນໄປພ້ອມໆກັນ ດ້ວຍການມີສ່ວນຮ່ວມ ແລະ ຄວາມກະຕືລືລົ້ນໃນຂົງເຂດກິດຈະກໍາທີ່ກວ້າງຂວາງຕັ້ງແຕ່ ກິດຈະກໍາຄວາມຄິດສ້າງສັນ, ພະລະສຶກສາ, ທາງສັງຄົມ, ແລະຊຸມຊົນ. 

ແຕ່ລະໂຮງຮຽນຂອງ UWC ມີກິດຈະກໍາ ແຄສ (CAS) ທີ່ຫລາກຫລາຍ ທີ່ມີທັງຄະນະຄູບາອາຈານ ພ້ອມດ້ວຍນັກຮຽນກໍ່ຕັ້ງ ແລະ ນໍາພາ: 

ຄວາມຄິດສ້າງສັນ

ສິລະປະ ແລະ ປະສົບການຕ່າງໆທີ່ປະກອບດ້ວຍຄວາມຄິດ ແລະ ການກະທໍາທີ່ສ້າງສັນ. ຕົວຢ່າງເຊັ່ນ ການລະຄອນ, ສິລະປະດົນຕີ, ປະຫວັດສາດສິລະປະ, ການຢ້ຽມຢາມທາງວັດທະນະທໍໍາ, ແລະ ການເຕັ້ນ. 

ການເຄື່ອນໄຫວກິດຈະກໍາ

ການອອກກໍາລັງກາຍ ແລະ ການທ້າທາຍຮ່າງກາຍ. ຕົວຢ່າງເຊັ່ນ ການປີນໜ້າຜາ, ພາຍເຮືອ, ກຸ່ມແລ່ນ, ກິລາບານບ້ວງ,  ການປະຈົນໄພໃນປ່າ ແລະ ອີກຫຼາຍຢ່າງ.

ການຊ່ວຍເຫຼືອສັງຄົມ

ການອາສາສະໝັກທີ່ບໍ່ຫວັງຜົນຕອບແທນ ມີ່ປະໂຫຍດໃນການຮຽນຮູ້ສໍາລັບນັກຮຽນ ແລະ ຊຸມຊົນອ້ອມຂ້າງໂຮງຮຽນ. ມີຫຼາຍຢ່າງໃນຂົງເຂດ ແຕ່ບາງຕົວຢ່າງຈາກໂຮງຮຽນຂອງພວກເຮົາມີ ຊ່ວຍເຫຼືອຊັ້ນອະນຸບານໃນຊຸມຊົນ, ເຮັດກິດຈະກໍາໃນຄ້າຍຜູ້ລີ້ໄໍພ, ປະກອບສ່ວນໃນກິດຈະກໍາກິລາ ແລະ ການລະຄອນກັບຜູ້ພິການ, ການເຜີຍແຜ່ຄວາມຮູ້ທາງວິທະຍາສາດໃຫ້ເດັກນ້ອຍ ແລະ ຜູ້ໃຫຍ່, ຈັດຫ້ອງຮຽນສົນທະນາພາສາອັງກິດໃຫ້ຊຸມຊົນທ້ອງຖິ່ນ, ເຮັດວຽກກັບສວນຄົວອິນຊີຂອງໂຮງຮຽນ, ຈັດກິດຈະກໍາວັດທະນະທໍາໃຫ້ແກ່ນັກຮຽນປະຖົມໃນຊຸມຊົນ. 

ແຄັສ (CAS) ສະແດງໃຫ້ເຫັນວ່າ ການສຶກສາ ບໍ່ແມ່ນແຕ່ ການທ້າທາຍຄວາມຮູ້ວິຊາການ ຢ່າງດຽວ, ແຕ່ມັນຄື ວິທີເລີ່ມການໃຊ້ຊີວິດ: ຄືການພັດທະນາຄວາມເປັນຫ່ວງ ແລະ ຄວາມເຫັນອົກເຫັນໃຈຄົນອື່ນ. ແຄັສ (CAS) ເຮັດໃຫ້ນັກຮຽນ ຮູ້ນໍາໃຊ້ການຮຽນໃນຫ້ອງຮຽນເຂົ້າໃນສິ່ງແວດລ້ອມ ແລະ ຊີວິດປະຈໍາວັນ. ການເຮັດ ແຄັສ (CAS) ໃຫ້ເປັນຫົວໃຈຂອງປະສົບການ UWC, ນັກຮຽນພັດທະນາທັກສະການພົວພັນກັບຄົນອື່ນດ້ວຍການຮຽນຮູ້ທີ່ໄດ້ມາຈາກປະສົບການ, ໄດ້ຢູ່ໃນການເດີນທາງເພື່ອຄົ້ນພົບຕົວເອງດ້ວຍການກ້າວຜ່ານຄວາມທ້າທາຍສະເພາະຕົວ, ແລະ ເປັນການຜ່ອນຄາຍຄວາມກົດດັນຈາກການຮຽນທີ່ສໍາຄັນ. 

ປັດຈຸບັນນີ້, ແຄັສ (CAS) ແມ່ນ ຫນຶ່ງໃນສາມສ່ວນປະກອບທີ່ນັກຮຽນທຸກຄົນຕ້ອງໄດ້ເຮັດ ເຊິ່ງເປັນສ່ວນໜຶ່ງຂອງຫຼັກສູດໃບປະກາດສະນີຍະບັດນານາຊາດ (IB), ເຊິ່ງເປັນຫຼັກສູດທີ່ໂຮງຮຽນ UWC ທຸກແຫ່ງນໍາໃຊ້ສໍາລັບ ສອງປີສຸດທ້າຍຂອງຊັ້ນມັດທະຍົມ. ໃນຂະນະທີ່ໂຮງຮຽນ IB ແຫ່ງອື່ນໆ ຕ້ອງການພຽງແຕ່ ທີ່ໜ້ອຍທີ່ສຸດ, UWC ໄດ້ເປັນຜູ້ນໍາໃນດ້ານນີ້, ໂຮງຮຽນພວກເຮົາມີ ແຄັສ (CAS) ໃນເທີມໜຶ່ງ ຫລາຍກວ່າ ໂຮງຮຽນອື່ນມີໝົດປີ ແລະ ນັກຮຽນ UWC ຫລາຍຄົນກໍເບິ່ງ ກິດຈະກໍາ ແຄັສ (CAS) ເປັນສ່ວນທີ່ສໍາຄັນທີ່ສຸດຂອງປະສົບການ UWC ຂອງເຂົາເຈົ້າ.