Skip to content ↓

ຫຼັກຈັນຍາບັນຂອງໂຮງຮຽນ UWC

ໂຮງຮຽນ ແລະ ວິທະຍາໄລຂອງຂະບວນການ UWC ທຸກແຫ່ງຍຶດຖືໃນ “ ຫຼັກຈັນຍາບັນຂອງຂະບວນການ UWC” ເຊິ່ງສ້າງຂຶ້ນໂດຍຄະນະກຳມະການນາໆຊາດຂອງຂະບວນການ UWC ທີ່ວາງໄວ້ໃນປີ 2010. ຄຸນຄ່າ ແລະ ຂໍ້ແນະນຳນີ້ມີເປົ້າໝາຍຮັກສາຄວາມປອດໄພຂອງນັກຮຽນທຸກຄົນ, ເສີມສ້າງ ແລະ ເພີ່ມປະສົມການທາງດ້ານວັດທະນະທຳໃຫ້ນັກຮຽນພາຍໃນໂຮງຮຽນ. ຄວາມຄາດຫວັງຂອງສະມາຊິກຊຸມຊົນຂອງຂະບວນການ UWC  ທັງໝົດແມ່ນ ຫຼັກຈັນຍາບັນຂອງຂະບວນການ UWC ຖືກປະຕິບັດຜ່ານການກະທຳ ແລະ ຈິດວິນຍານ.