Skip to content ↓

ໂຄງຮ່າງການສຶກສາຂອງ UWC

 

"ມີຫຼາຍຢ່າງຢູ່ໃນຕົວຂອງພວກເຮົາ ຫຼາຍກວ່າທີ່ພວກເຮົາຮູ້ ຖ້າພວກເຮົາສາມາດເບິ່ງເຫັນມັນໄດ້. ບາງຄັ້ງ, ເມື່ອພົບເຫັນສິ່ງເຫຼົ່ານັ້ນແລ້ວ ຊົ່ວຊີວິດທີ່ເຫຼືອ ພວກເຮົາຈະບໍ່ຍອມໃຫ້ຕົນເອງຢຸດເຫັນພຽງແຕ່ເທົ່ານັ້ນ."

 ກ່າວໂດຍ ເຄີດຮານ (Kurt Hahn) ຜູ້ກໍ່ຕັ້ງ ຂະບວນການ UWC

ຫົວໃຈຂອງການສຶກສາອັນໂດດເດັ່ນຂອງ UWC ຄືການຊ່ວຍໃຫ້ນັກຮຽນໄດ້ຮຽນຮູ້ຈາກສະພາບແວດລ້ອມ ທີ່ມີຄວາມຫຼາກຫຼາຍ. ການມີສ່ວນຮ່ວມໃນກິດຈະກຳຕ່າງໆພາຍໃນຊຸມຊົນທີ່ນັກຮຽນຢູ່ອາໄສ ເປັນອົງປະກອບສຳຄັນໃນທຸກໂຮງຮຽນ UWC ການຮຽນຮູ້ໃນສະພາບແວດລ້ອມອັນຫຼາກຫຼາຍນີ້ ຈະຊ່ວຍໃນການພັດທະນາ ຂະຫຍາຍຄວາມຮູ້ ຄວາມຄິດອ່ານ ແລະ ທັດສະນະຄະຕິຂອງນັກຮຽນເອງ ຄວບຄູ່ໄປກັບການໄດ້ຮຽນຮູ້ຕາມຫຼັກສູດການສຶກສາທີ່ເປັນທີ່ຍອມຮັບໃນລະດັບສາກົນ. 


ພວກເຮົາຊ່ວຍໃຫ້ນັກຮຽນຄົ້ນພົບຄວາມສາມາດແລະຄວາມເປັນໄປໄດ້ທີ່ຈະສ້າງການປ່ຽນແປງທີ່ດີຂຶ້ນແກ່ໂລກ ພວກເຂົາຮູ້ວ່າ ພວກເຂົາທຸກຄົນສາມາດຊ່ວຍປ່ຽນແປງໂລກດ້ວຍການກະທຳທີ່ກ້າຫານຂອງພວກເຂົາ: ການກະທຳສ່ວນບຸກຄົນແລະຄວາມເປັນຜູ້ນຳທີ່ມີຄວາມເສຍສະຫຼະເປັນຕົ້ນ. ພວກເຮົາສະໜັບສະໜູນເຍົາວະຊົນໃນການເຂົ້າເຖິງຄວາມສາມາດທາງດ້ານປັນຍາ, ທາງດ້ານຈັນຍາບັນ, ດ້ານຄວາມສະຫງ່າງາມ, ຈິດໃຈ, ສັງຄົມ ແລະ ທາງດ້ານຮ່າງກາຍຂອງຕົນກໍເຊັ່ນກັນ. 

ສິ່ງທີ່ນັກຮຽນ ຮຽນຮູ້ ໄດ້ຮັບການແນະນຳໂດຍຜ່ານ 7 ຫຼັກການ ເຊິ່ງສະແດງເຖິງຄວາມໝຸ່ງໝັ້ນຂອງເຮົາ ໃນການໃຫ້ຄວາມຮູ້ແກ່ບຸກຄົນ. ໂດຍລວມ, ພວກເຂົາຈະໄດ້ຮັບການສະຫນັບສະຫນູນ ໃນການຊອກສະແຫວງຫາສັນຕິພາບ, ຄວາມຫມັ້ນຄົງແລະຄວາມຍຸດຕິທໍາທາງສັງຄົມ ເຊິ່ງກໍເປັນເປົ້າໝາຍການກໍ່ຕັ້ງກົງກອນໂຮງຮຽນຂອງເຮົາ.  

  1. ການສຶກສາຄວນຈະເກີດຂຶ້ນພາຍໃນສະພາບແວດລ້ອມການສຶກສາທີ່ມີຄວາມຫຼາກຫຼາຍ. ນັກຮຽນຄວນໄດ້ຮັບການຄັດເລືອກຈາກພາກພື້ນທາງພູມສັນຖານ ແລະ ກຸ່ມຄົນທາງສັງຄົມ ທີ່ສາມາດສະທ້ອນໃຫ້ເຫັນເຖິງການພົວພັນລະຫວ່າງບັນດາກຸ່ມຄົນຕ່າງໆ. 

  2. ການສຶກສາ ຈຳເປັນຕ້ອງມີການຮຽກຮ້ອງສົ່ງເສີມຄວາມເຂົ້າໃຈກັນລະຫວ່າງວັດທະນະທໍາຕ່າງໆຢ່າງຈິງໃຈ ແລະ ການພັດທະນາຄວາມກັງວົນຫ່ວງໃຍແທ້ໆຈິງຕໍ່ຄົນອື່ນ ໂດຍຜ່ານປະສົບການໃຊ້ຊີວິດຮ່ວມກັນເປັນຕົ້ນ. ເຊິ່ງທີ່ເວົ້າມານີ້ລວມມີການເວົ້າລົມ ແລະ ມີສ່ວນຮ່ວມປະກອບຄຳຄິດເຫັນກ່ຽວກັບບັນຫາທົ່ວໂລກ ເພື່ອພາລະກິດການສະແຫວງຫາສັນຕິພາບ.  

  3. ສຸຂະພາບທາງຮ່າງກາຍ ແລະ ວິຖີຊີວິດທີ່ແຂງແຮງ ແມ່ນເປັນສ່ວນຫນຶ່ງທີ່ສໍາຄັນໃນການພັດທະນາຄົນຜູ້ໜຶ່ງໃຫ້ມີຄວາມສົມດູນ. ຊີວິດການເປັນຢູ່ທີ່ບໍ່ມີສຸຂະພາບດີ, ບໍ່ແຂງແຮງຈະຈໍາກັດຄວາມສາມາດຂອງຄົນຜູ້ໜຶ່ງ.   

  4. ການພົວພັນພາຍໃນຊຸມຊົນແມ່ນໝາກຫົວໃຈຂອງຊີວິດໃນໄວຮຽນ. ສະມາຊິກທຸກຄົນຂອງໂຮງຮຽນຕ້ອງມີສ່ວນຮ່ວມຢ່າງເຕັມທີ່ໃນການມີສ່ວນຮ່ວມໃນຊຸມຊົນ. 

  1. ນັກຮຽນຄວນມີຄວາມຕື່ນຕົວ ແລະ ປະຕິບັດຕົນເອງໄປໃນທາງທີ່ຈະສາມາດຕອບສະຫນອງຕໍ່ບັນຫາຄວາມຍືນຍົງໃນລະດັບສະຖາບັນແລະສ່ວນຕົວຂອງຕົນເອງ.  

  2. ນັກຮຽນຕ້ອງມີໂອກາດທີ່ຈະເຝິກຝົນຄວາມເປັນຜູ້ນຳ, ມີຄວາມເປັນລະບຽບວິໄນຕໍ່ຕົນເອງ, ມີຄວາມຮັບຜິດຊອບ, ຄວາມສາມາດໃນການຕີລາຄາຄວາມສ່ຽງ ແລະ ການກະທຳຂອງຕົນທີ່ຈະຮັບມືກັບຄວາມສ່ຽງ ແລະ ຄວາມທ້າທາຍດັ່ງກ່າວ. ຖ້າຈຳເປັນ, ໂອກາດເຫຼົ່ານີ້ບາງຄັ້ງຈຳເປັນຕ້ອງໄດ້ຮັບການເບິ່ງແຍງດູແລຂອງຜູ້ໃຫຍ່. 

  3. ການຍ້ອງຍໍຊົມເຊີຍແມ່ນຈະສຸມໃສ່ຄວາມເປັນຈິງທີ່ວ່າທຸກໆຄົນມີຄວາມສາມາດທີ່ເປັນເອກະລັກຂອງຕົນເອງ. ລະບົບການສຶກສາໃນແຕ່ລະໂຮງຮຽນຕ້ອງມີຈຸດປະສົງຊ່ວຍໃຫ້ນັກຮຽນສາມາດບັນລຸຄວາມຕ້ອງການ ແລະ ສາມາດພັດທະນາຄວາມສາມາດຂອງຕົນໄດ້ຢ່າງເຕັມທີ່. 

ທຸກໆໂຮງຮຽນແລະວິທະຍາໄລຂອງພວກເຮົາແມ່ນມີສ່ວນຮ່ວມໃນພາລະກິດແລະຄຸນຄ່າຂອງ UWC, ເຖິງວ່າແຕ່ລະໂຮງຮຽນແມ່ນແຕກຕ່າງກັນໂດຍມີເອກະລັກສະເພາະຕົວຕົນຂອງທ້ອງຖິ່ນແລະພາກພື້ນທີ່ທີ່ໂຮງຮຽນຕັ້ງຢູ່ກໍຕາມ. ໂຄງຮ່າງການສຶກສາຂອງ UWC ແມ່ນໂຄງຮ່າງການເຮັດວຽກຮ່ວມກັນຂອງທຸກໆໂຮງຮຽນ UWC ຂອງພວກເຮົາ. ພວກເຮົາບໍ່ໄດ້ກໍານົດຫຼັກສູດການຮຽນການສອນສະເພາະຕົວ, ແຕ່ຈະສຸມໃສ່ສິ່ງທີ່ເປັນເອກະລັກຂອງ UWC ໃນການນຳສະເໜີເຜີຍແຜ່ການສຶກສາ.