Skip to content ↓
map

UWC ລີ ປໍ ຈຸນ  ຂອງຮ່ອງກົງ (Li Po Chun UWC of Hong Kong)

ຮ່ອງກົງ

ນັກຮຽນ 256 ຄົນ,
ອາຍຸ 16-18 ປີ

ສ້າງຕັ້ງຂຶ້ນ

1992

3 March 2017

UWC LPC ໄດ້ຮັບສະໝັກນັກຮຽນລຸ້ນທຳອິດໃນເດືອນກັນຍາປີ 1992, ແລະ ໄດ້ມີພິທີເປີດຢ່າງເປັນທາງການໂດຍເຈົ້າຊາຍແຫ່ງເວລສ໌ ໃນວັນທີ 6 ເດືອນພະຈິກປີ 1992. ທີ່ນີ້ຍັງແມ່ນໂຮງຮຽນ UWC ແຫ່ງທີ 2  ໃນທະວີບເອເຊຍ.

Accordion Title 

Accordion content

 3 ລັກສະນະເດັ່ນຂອງໂຮງຮຽນ

  • ໂຄງການ (Quan Cai Programme): ຍ້ອນໂຄງການ Quan Cai (ເຊິ່ງມີຄວາມໝາຍວ່າ “ການພັດທະນາໂດຍຜູ້ຄົນ”), ນັກຮຽນທຸກຄົນແມ່ນຖືກມອບໝາຍໜ້າທີ່ໃຫ້ລິເລີ່ມ ແລະ ດຳເນີນໂຄງການ ພ້ອມທັງ ປະກອບສ່ວນເຂົ້າໃນການເປັນອາສາສະໝັກຊ່ວຍວຽກຊຸມຊົນທ້ອງຖິ່ນ. 
  • ວັດທະນະທຳຈີນ​(Chinese Culture): ຍ້ອນທີ່ຕັ້ງຂອງໂຮງຮຽນທີ່ຕັ້ງຢູ່ໃນເມືອງທີ່ມີຊີວິດຊີວາອັນຕັ້ງຢູ່ໃຈກາງຂອງອາຊີ, ນັກຮຽນຢູ່ໂຮງຮຽນແຫ່ງນີ້ໄດ້ຮັບໂອກາດໃນການພັດທະນາຄວາມເຂົ້າໃຈອັນເລິກເຊິ່ງກ່ຽວກັບປະເທດຈີນ ແລະ ທະວີບອາຊີ ຜ່ານການເຮັດໂປຣເຈັກວີກຄ໌ (Project Week ) ແລະ ອາທິດການຮຽນຮູ້ວັດທະນະທຳຈີນ.
  • ທີ່ຕັ້ງ (Location): ວິທະຍາເຂດຂອງໂຮງຮຽນຕັ້ງຢູ່ເຂດທີ່ງຽບ ແລະ ຂຽວງາມ ອັນເປັນແດນສະຫວັນຂອງປະເທດຮ່ອງກົງ, ເຊິ່ງອ້ອມຮອບໂດຍປ່າໄມ້, ພູເຂົາ, ແລະ ຫາດຊາຍ, ໃນຂະນະທີ່ທີ່ຕັ້ງຂອງໂຮງຮຽນນັ້ນຫ່າງຈາກຕົວເມືອງໃຫຍ່ພຽງໜ້ອຍດຽວເທົ່ານັ້ນ. 
ພາຍໃນຫ້ອງຮຽນ 

UWC ລີ ປໍ ຈຸນ ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ,​ ທາງໂຮງຮຽນກໍຍັງມີວິຊາພາສາຈີນ, ພາສາຈີນກາງ (Mandarin), ສະເປນ, ຝຣັ່ງ, ວິຊາພູມສາດ, ການບໍລິຫານທຸລະກິດ, ການເມືອງ, ລະບົບວິທະຍາສາດທຳມະຊາດ ແລະ ສັງຄົມ, ການສະແດງລະຄອນ ແລະ ສິລະປະກຳຮູບປະທຳອີກດ້ວຍ. 

ນອກຫ້ອງຮຽນ  

ໂຄງການ Quan Cai (ເຊິ່ງມີຄວາມໝາຍວ່າ “ການພັດທະນາໂດຍຜູ້ຄົນ”) ແມ່ນບໍ່ເກີດແຫ່ງການຮຽນຮູ້ຂອງນັກຮຽນ. ດ້ວຍກິດຈະກຳອັນຫຼາກຫຼາຍຂອງໂຮງຮຽນທີ່ມີຫຼາຍກວ່າ 70 ກິດຈະກຳ, ເຊິ່ງລວມມີ: ກິດຈະກຳທາງດ້ານກິລາ 10 ກິດຈະກຳ, ກິດຈະກຳຊ່ວຍເຫຼືອສັງຄົມ 22 ກິດຈະກຳ ແລະ ກິດຈະກຳອື່ນໆອີກ 30 ກິດຈະກຳອັນເຊື່ອມຕໍ່ລະຫວ່າງກຸ່ມ ແລະ ອົງການໃນຊູມຊົນທີ່ໃຫຍ່ກວ່າມາເຮັດກິດຈະກຳຮ່ວມກັນ. ທ່າມກາງຄວາມແຕກຕ່າງຂອງແຕ່ລະກິດຈະກຳໃນໂຄງການ Quan Cai, ຈຸດປະສົງຫຼັກແມ່ນເພື່ອຊຸມຊົນທ້ອງຖິ່ນ, ສ້າງໃຫ້ນັກຮຽນມີຄວາມກະຕືລືລົ້ນໃນບົດບາດທີ່ົຕົນເອງສາມາດເປັນເພື່ອສ້າງຄວາມສັນຕິພາບ ແລະ ຄວາມໝັ້ນຄົງ. ກິດຈະກຳສ່ວນຫຼາຍແມ່ນນຳພາໂດຍນັກຮຽນ ແລະ ການຊ່ວຍເຫຼືອສັງຄົມ (ຕົວຢ່າງເຊັ່ນ: ການກວດສອບປະກາລັງ, ເຮັດວຽກຮ່ວມກັບຄົນເຮັດວຽກພາຍໃນປະເທດ, ການຊ່ວຍເຫຼືອສັດ), ສິລະປະ (ຕົວຢ່າງ: ການປຸງແຕ່ງອາຫານສຳລັບສຸຂະພາບ, ການເຕັ້ນມັງກອນ, ການໂຕ້ວາທີ, ການສະແດງລະຄອນສັດ ແລະ ມາຍາກົນ), ການເຄື່ອນໄຫວກິດຈະກຳ (ການພາຍເຮືອຄະຍັກ, ການເດີນປ່າ, ການຕັ້ງແຄ້ມ ແລະ ການປີນເຂົາ), ການເປັນອາສາສະໝັກເຮັດວຽກໃນໂຮງຮຽນ (ກຸ່ມນັກຮຽນທີ່ຊ່ວຍໃນການປະຖົມພະຍາບານເບືຶອງຕົ້ນ, ກຸ່ມເບິ່ງແຍງດ້ານເຄື່ອງສຽງ, ນັກລະບົບນິເວດຂອງໂຮງຮຽນ, ວາລະສານໂຮງຮຽນ). ນອກຈາກນັ້ນ, ທາງໂຮງຮຽນກໍຍັງມີ ໂປຣເຈັກວີກຄ໌ (Project Week ) ແລະ ອາທິດການຮຽນຮູ້ວັດທະນະທຳຈີນ, ງານສະແດງວັດທະນະທຳ, ໂຄງການສັນຕິພາບເພື່ອການສຶກສາ ແລະ ງານຮັບນ້ອງໃໝ່.

ວິທະຍາເຂດ ແລະ ສິ່ງເອືອອຳນວຍຄວາມສະດວກ   

UWC ລີ ປໍ ຈຸນ ແມ່ນຊຸມຊົນທີ່ຢູ່ອາໄສ 100 ເປີເຊັນ. ນັກຮຽນຢູ່ໂຮງຮຽນແຫ່ງນີ້ອາໄສຢູ່ອາຄານຫໍພັກກະແຈກກະຈາຍກັນໄປ 4 ແຫ່ງທົ່ວວິທະຍາເຂດ, ເຊິ່ງຫ້ອງນອນແຕ່ລະຫ້ອງແມ່ນຢູ່ຮ່ວມກັນ 4 ຄົນ. ຖ້າເປັນໄປໄດ້, ຫ້ອງໜຶ່ງຈະປະກອບມີ ນັກຮຽນປີສອງ 2 ຄົນ ແລະ ນັກຮຽນປີໜຶ່ງ 2​ ຄົນ,​ ນັກຮຽນທີ່ມາຈາຮ່ອງກົງ 2 ຄົນ ແລະ ນັກຮຽນຈາກປະເທດອື່ນ 2 ຄົນ. ບັນດາຄູອາຈານທີ່ເຮັດວຽກເຕັມເວລາ ແມ່ນອາໄສຢູ່ໃນວິທະຍາເຂດຂອງໂຮງຮຽນ ພ້ອມທັງເປັນອາຈານທີ່ປຶກສາສ່ວນຕົວໃຫ້ກັບນັກຮຽນອີກດ້ວຍ. ບັນດາອາຈານທີ່ປຶກສາ ແລະ ກຸ່ມນັກຮຽນຂອງບັນດາອາຈານນັ້ນ ແມ່ນມີຄວາມສຳຄັນຫຼາຍໃນການໃຫ້ຄຳແນະນຳ, ໃຫ້ບັນຍາກາດທີ່ຄືກັບບ້ານທີ່ຫ່າງໄກຈາກບ້ານຕົວຈິງ, ເປັນທີ່ເພິ່ງໃນຍາມຕ້ອງການ ແລະ ເປັນກຸ່ມທີ່ແບ່ງປັນຄວາມສຸກ ແລະ ຄວາມທຸກໃຫ້ເຊິ່ງກັນ ແລະ ກັນ. ນອກຈາກນັ້ນ, ວິທະຍາເຂດຍັງມີສະໂມສອນກິລາ, ຫໍປະຊຸມ, ສະລອຍນ້ຳ, ເດີ່ນເທນນິດສ໌, ເດີ່ນບານບ້ວງ, ຫ້ອງອາຫານ, ຫ້ອງສະໝຸດ, ຫ້ອງຮຽນ ແລະ ຫ້ອງທົດລອງ. 

ທີ່ຕັ້ງທາງດ້ານພູມສາດ  

ໂຮງຮຽນແຫ່ງນີ້ມີທີ່ຕັ້ງອັນສວຍງາມໃນເຂດ ມາ ອອນ ສານ (Ma On Shan), ເຊິ່ງສາມາດເບິ່ງເຫັນທິວທັດຂອງອ່າວປາດາວ (Starfish Bay) ແລະ ໂຕໂລ ຮາບົວ (Tolo Harbour). ວິທະຍາເຂດຂອງໂຮງຮຽນຕັ້ງຫ່າງຈາກສະຖານີລົດໄຟຟ້າ ຫວູ ໄກ ສາ (Wu Kai Sha MTR station) ພຽງຍ່າງ 10 ນາທີເທົ່ານັ້ນ, ເຊິ່ງເຮັດໃຫ້ທີ່ຕັ້ງຂອງໂຮງຮຽນມີຄວາມສະດວກສະບາຍຕໍ່ນັກຮຽນບໍ່ໜ້ອຍ.

ວິທີສະໝັກ  

ລັບນັກຮຽນຮ່ອງກົງແມ່ນສາມາດສະໝັກເອົາທຶນການສຶກສາ UWC ໄດ້ໃນບັນດາ 17 ໂຮງຮຽນ ແລະ ວິທະຍາໄລ ຂອງ UWC ທົ່ວໂລກ, ລວມທັງ UWC ລີ ປໍ ຈຸນ. ນັກຮຽນສາມາດສະໝັກເອົາທຶນການສຶກສາຜ່ານທາງຄະນະກຳມະການ UWC ທີ່ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ລີ ປໍ ຈຸນ  ຮ່ອງກົງ, ສາມາດຕິດຕາມໄດ້ທີ່.

ລາຍລະອຽດສາມາດຕິດຕໍ່


10 Lok Wo Sha Lane,
Sai Sha Road, Ma On Shan,
Sha Tin,
New Territories, Hong Kong

18 Colleges
Worldwide