Skip to content ↓
map

UWC ມອດສຕ້າ (UWC Mostar)

ເມືອງ ມອສຕ້າ (Mostar),

ປະເທດບອດສເນຍ ແລະ ເຮີເຊໂກວີນາ (Bosnia and Herzegovina)

ນັກຮຽນ 200 ຄົນ, ອາຍຸ 16 ຫາ 19 ປີ
 

ສ້າງຕັ້ງຂຶ້ນ

2006

3 March 2017

UWC ມອດສຕ້າ ຕັ້ງຢູ່ທີ່ເມືອງ ມອສຕ້າ, ເມືອງທີ່ເປັນສັນຍາລັກແຫ່ງຄວາມຂົມຂື່ນ ແລະ ການແບ່ງແຍກໃນຊ່ວງສົງຄາມຢູ່ປະເທດບອດສເນຍ ແລະ ເຮີເຊໂກວີນາ ແລະ ປະເທດໃກ້ຄຽງໃນຊຸມປີ90. UWC ມອດສຕ້າ ແມ່ນໂຮງຮຽນຂອງ UWC ແຫ່ງດຽວທີ່ຖືກສ້າງຂຶ້ນທີ່ປະເທດທີ່ຄວາມຂັດແຍ່ງຫາກໍ່ສິ້ນສຸດ ເຊິ່ງມີເປົ້າໝາຍເພື່ອສ້າງຊາວໜຸ່ມຍຸກໃໝ່ຢູ່ປະເທດ ປະເທດບອດສເນຍ ແລະ ເຮີເຊໂກວີນາ ໃຫ້ມີຄວາມຮູ້, ທັກສະ, ຄວາມເປັນຜູ້ນຳ ແລະ ມີຄວາມເຂົ້າໃຈເຖິງຄວາມສຳຄັນຂອງການເປັນສາກົນ ເພື່ອໃຫ້ເປັນສື່ກາງໃຫ້ແກ່ບັນດາຊົນເຜົ່າຕ່າງໆໃຫ້ພາກັນກ້າວເຂົ້າສູ່ສະຕະວັດທີ 21.

3 ລັກສະນະເດັ່ນຂອງໂຮງຮຽນ

  • UWC ມອດສຕ້າ ປັນໂຮງຮຽນ UWC ແຫ່ງທຳອິດທີ່ມີເປົ້າໝາຍເພື່ອສະໜັບສະໜູນການບູລະນະສັງຄົມຄືນໃໝ່ ຫຼັງການສິ້ນສຸດຄວາມຂັດແຍ່ງ - UWC ມອດສຕ້າ ໄດ້ສົ່ງເສີມນັກຮຽນສຶກສາ ແລະ ພູມໃຈໃນຄວາມແຕກຕ່າງຂອງຕົນເອງ, ໃນຂະນະດຽວກັນກໍຍັງໄດ້ສອນໃຫ້ນັກຮຽນເຂົ້າໃຈເຖິງສິດທິສະເໝີພາບ, ຄວາມພາກພຽນອົດທົນ ແລະ ຮູ້ຈັກຄົ້ນຄິດຢ່າງຮອບຄອບ.
  • ຊຸມຊົມທ້ອງຖິ່ນ: ການຮ່ວມມືກັນລະຫວ່າງນັກຮຽນ ແລະ ຄົນທ້ອງຖິ່ນແມ່ນກິດຈະກຳທີ່ສຳຄັນທີ່ ແຕ່ລະປີ , ນັກຮຽນ ແລະ ພະນັກງານໃນ UWC ມອດສຕ້າ ໄດ້ຈັດໂຄງການ ແລະ ງານຕ່າງໆຂຶ້ນເພືຶ່ອໃຫ້ຜູ້ຄົນພາຍນອກເຂົ້າຮ່ວມ.
  • ມູນນິທິການສຶກສາ:  UWC ມອດສຕ້າ ຖືກສ້າງຂຶ້ນໂດຍກຸ່ມ ມູນນິທິການສຶກສາ ໂດຍມີເປົ້າໝາຍແນໃສ່ການພັດທະນາ ແລະ ເຝິກຝົນເພື່ອຍົກລະດັບຄວາມສາມາດຂອງຄູອາຈານ, ແລະ ມີຈຸດປະສົງເນັ້ນໃສ່ການປັບປຸງຫຼັກສູດ ແລະ ການພັດທະນາວິທີການຮຽນການສອນ.
ພາຍໃນຫ້ອງຮຽນ 

UWC ມອດສຕ້າ ນຳໃຊ້ ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Program) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນທົ່ວໄປແລ້ວ, ໂຮງຮຽນກໍຍັງມີວິຊາ ວັນນະຄະດີ ບອສເນຍ ແລະ ເຮີເຊໂກວີນາ, ວັນນະຄະດີ ໂຄເອເຊຍ, ວິຊາມະນຸດວິທະຍາ, ວິຊາເສດຖະສາດ, ວິຊາລະບົບສິ່ງແວດລ້ອມ ແລະ ສັງຄົມ ແລະ ວິຊາສິລະປະກຳ.

ນອກຫ້ອງຮຽນ 

UWC ມອດສຕ້າ ແມ່ນມີສ່ວນຮ່ວມໃນເກືອບທຸກງານທີ່ເກີດຂຶ້ນທີ່ເມືອງ ມອສຕ້າ, ໜຶ່ງໃນນັ້ນແມ່ນເທດສະການສະແດງສິລະປະ (Street Art Festival) ເຊິ່ງໄດ້ຮວບຮວມເອົາຊາວໜຸ່ມທີ່ມີຄວາມສາມາດຈາກທົ່ວເມືອງມາຮ່ວມມືກັນສະແດງ, ເພື່ອນຳຄວາມມີຊີວິດຊີວາຂອງເມືອງ ມອສຕ້າ ໃນຊ່ວງກ່ອນການເກີດຄວາມຂັດແຍ່ງກັບຄືນມາ ພ້ອມທັງສ້າງສາຍສຳພັນຂອງປະຊາຊົນໃນພື້ນທີ່. ເທດສະການດັ່ງກ່າວໄດ້ສະແດງໃຫ້ເຫັນວ່າໂຮງຮຽນໄດ້ເປັນສ່ວນໜຶ່ງໃນການຮຽກຄືນຄວາມມີຊີວິດຂອງເມືອງ ແລະ ຊ່ວຍປະສານຄວາມສຳພັນຂອງຊຸມຊົນໃນເມືອງທີ່ຍັງມີຄວາມແບ່ງແຍກ ແລະ ຄວາມບໍ່ລົງຮອຍກັນ.

UWC ມອດສຕ້າ ເປັນຜູ້ລິເລີ່ມໂຄງການທີ່ມີລັກສະນະຄ້າຍກັບສະຫະປະຊາຊາດ (Model United Nations (MUN))ທີ່ເມືອງ ມອສຕ້າ ແລະ ທົ່ວປະເທດ, ທັງຍັງໄດ້ຈັດງານສະແດງສິລະປະ ປະຈຳປີຂອງນັກຮຽນໃນທຸກລະດູໜາວ.

ຕັ້ງແຕ່ປີ2010UWC ມອດສຕ້າ ໄດ້ເປັນຕົວແທນຂອງ ປະເທດ ບອສເນຍ ແລະ ເຮີເຊໂກວີນາ ໃນການແຂ່ງຂັນຫຸ່ນຍົນ. ໂຮງຮຽນຍັງໄດ້ໃຫ້ຄວາມຊ່ວຍເຫຼືອນັກຮຽນໃນການຄົ້ນຫາ ແລະ ພັດທະນາຄວາມສາມາດຂອງຕົນເອງທາງດ້ານວິທະຍາສາດ, ວິສະວະກຳ, ເຕັກໂນໂລຊີ ແລະ ຄະນິດສາດ. ຍິ່ງໄປກວ່ານັ້ນ, ໂຮງຮຽນຍັງໄດ້ຮັບລາງວັນເປັນຈຳນວນຫຼາຍ.

ຫຼັກສູດໄລຍະສັ້ນ 

UWC ມອດສຕ້າ ໄດ້ຈັດຫຼັກສູດໄລຍະສັ້ນຂຶ້ນ ທີ່ຊື່ວ່າ ເວບສ໌ ຟໍ ເຊງ (Waves for Change) ເຊິ່ງມີຄວາມໝາຍວ່າ ຄື້ນເພື່ອການປ່ຽນແປງ ໃຫ້ກັບນັກຮຽນຈາກ ບອສເນຍ ແລະ ເຮີເຊໂກວີນາ ແລະ ນັກຮຽນນາໆຊາດ. ເຊິ່ງໂຄງການນີ້ໄດ້ເຊີນຜູ້ເຂົ້າຮ່ວມມາເພື່ອສົນທະນາກ່ຽວກັບການປ່ຽນແປງຂອງສັງຄົມ ແລະ ການເຄື່ອນໄຫວທີ່ປາສະຈາກຄວາມຮຸນແຮງ ລວມເຖິງການຮ່ວມມືກັບນັກປະຕິວັດທ້ອງຖິ່ນ ແລະ ພາກສ່ວນສາກົນ.

ໂຮງຮຽນ ແລະ ສິ່ງອຳນວຍຄວາມສະດວກ  

ຄວາມຫຼາກຫຼາຍທາງດ້ານວັດທະນະທຳ ແລະ ປະເພນີ ຂອງ UWC ມອດສຕ້າ ແມ່ນສາມາດເຫັນໄດ້ຢ່າງຊັດເຈນຜ່ານຫໍພັກອາໄສທີ່ຕັ້ງຢູ່ທາງພາກຕາເວັນອອກ ແລະ ພາກຕາເວັນຕົກຂອງເມືອງ. UWC ມອດສຕ້າ ຕັ້ງຢູ່ໃຈກາງເມືອງ ມອສຕ້າ, ເຊິ່ງໃຊ້ສະຖານທີ່ຮ່ວມກັບ ສະໂມສອນ Mostar Gimnazija ທີ່ມີຫ້ອງທົດລອງວິທະຍາສາດ, ຫ້ອງສະໝຸດ ແລະ ຫໍປະຊຸມ. ສະໂມສອນ Gimnazija ຍັງອຳນວຍຄວາມສະດວກຕໍ່ກິລາໃນຮົ່ມ ແລະ ກິລາກາງແຈ້ງ ເຊັ່ນ ຫ້ອງອອກກຳລັງການ, ເດີ່ນບານເຕະ, ເດີ່ນບານສົ່ງ ແລະ ເດີ່ນກິລາແລ່ນລານ ເຊິ່ງນັກຮຽນ UWC ມອດສຕ້າ ສາມາດນຳໃຊ້ໄດ້. ໂຮງອາຫານຂອງໂຮງຮຽນ ແມ່ນຢູ່ໃກ້ກັບຕຶກຮຽນໜັງສື, ໃນຂະນະທີ່ຫ້ອງສິລິປະ ແລະ ຫ້ອງຊ້ອມລະຄອນ ແລະ ດົນຕີແມ່ນຕັ້ງຢູ່ທີ່ Musala ເຊິ່ງເປັນເຂດຫໍພັກຂອງນັກຮຽນ.

ທີ່ຕັ້ງທາງດ້ານພູມສາດ  

UWC ມອດສຕ້າ ຕັ້ງຢູ່ທີ່ເມືອງ ມອສຕ້າ, ທາງພາກໃຕ້ຂອງປະເທດ ບອສເນຍ ແລະ ເຮີເຊໂກວີນາ ເປັນທີ່ຕັ້ງທີ່ສວຍງາມໃກ້ກັບ ປະເທດ ໂຄເອເຊຍ ແລະ ປະເທດ ມໍເທເນໂກຼ (Montenegro), ບວກກັບສະພາະອາກາດທີ່ອົບອຸ່ນເຮັດໃຫ້ ເມືອງ ມອສຕ້າ ເປັນສະຖານທີ່ທ່ອງທ່ຽວທີ່ມີຊື່ສຽງ. UWC ມອດສຕ້າ ເປັນ ໂຮງຮຽນ UWC ແຫ່ງດຽວທີ່ຕັ້ງຢູ່ ຕອນໃຕ້ຂອງທະວີບເອີຣົບ.

ວິທີສະໝັກ 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programm. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC  ມອດສຕ້າ, ສາມາດຕິດຕາມໄດ້ທີ່

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


United World College in Mostar
Španski trg 1
88000 Mostar, Bosnia and Herzegovina

18 Colleges
Worldwide