Skip to content ↓
map

UWC ອາດຣີອາຕິກ (UWC Adriatic)

ດຸຍໂນ້ (Duino), ອີຕາລີ

ນັກຮຽນ 182 ຄົນ, ອາຍຸ 16-19ປີ

ສ້າງຕັ້ງຂຶ້ນ

1982

3 March 2017

ບໍລິເວນພາກເໜືອຂອງເມືອງທຣິເອສ໌ເຕ (Trieste) ໄດ້ຜ່ານຊ່ວງເວລາອັນໜັກໜ່ວງໃນຊ່ວງສົງຄາມໂລກຄັ້ງທີ່ໜຶ່ງແລະສົງຄາມໂລກຄັ້ງທີສອງ, ເຊິ່ງໄດ້ເຮັດໃຫ້ມີການແບ່ງແຍກທາງດ້ານການເມືອງແລະຊົນເຜົ່າຕ່າງໆຢູ່ໃນຂົງເຂດນີ້ຂອງຢູໂຣບ- ເປັນຈຸດສ່ວນລວມວັດທະນາທຳດັ້ງເດີມຂອງປະເທດເຢຍລະມັນ, ລາຕິນ, ແລະ ສະລາຟ. ຍ້ອນຄວາມສະຫຼັບຊັບຊ້ອນທາງດ້ານຊົນເຜົ່າແລະປະຫວັດສາດເຮັດໃຫ້  UWC ອາດຣີອາຕິກ  ມີບົດບາດສຳຄັນດ້ານການສຶກສາທີ່ມີອິດທິພົນສູງຕໍ່ການເມືອງແລະກ້າວເຂົ້າສູ່ໂລກທີ່ຄວາມຫຼາກຫຼາຍທາງດ້ານວັດທະນາທຳ. ດ້ວຍເຫດຜົນເຫຼົ່ານີ້, ເຮັດໃຫ້ລັດຖະບານທ້ອງຖິ່ນຂອງ ຟຣິອູລິ ເວເນເຊຍ ກຸຍເລຍ (Friuli Venezia Giulia) ແລະ ກະຊວງການຕ່າງປະເທດສະໜັບສະໜູນໂຄງການນີ້ມາແຕ່ສະໄໝເລີ່ມຕົ້ນສ້າງຕັ້ງແລະຍັງຄົງສືບຕໍ່ຈົນເຖິງທຸກວັນນີ້. 

ຈຸດເດັ່ນຂອງໂຮງຮຽນ

 

  • ມ່ວນຊື່ນກັບປະສົບການຄວາມເປັນອີຕາລີ (Immersive Italian Experience) - ນັກຮຽນທີ່ໂຮງຮຽນແຫ່ງນີ່ສາມາດມີຄວາມສຸກກັບການໄດ້ສຳພັດເຖິງຄວາມອຸດົມສົມບູນ ແລະ ຄວາມຫຼາກຫຼາຍຂອງວັດທະນະທຳອີຕາລີອັນເກົ່າແກ່ ໄປພ້ອມໆກັບການຮ່ຳຮຽນ. ທີ່ຕັ້ງຂອງໂຮງຮຽນແຫ່ງນີ້ຍັງແມ່ນສູນລວມອັນສຳຄັນທາງດ້ານການເມືອງ, ວັດທະນະທຳ ແລະ ຈຸດໃຈກາງຂອງທະວີບເອີຣົບ.
  • ດົນຕີ (Music) - ສຽງດົນຕີມີບົດບາດອັນສຳຄັນທີ່ໂຮງຮຽນແຫ່ງນີ້ ນັ້ນກໍຍ້ອນສະຖາບັນດົນຕີ (ICMA) ທີ່ມີຈຸດປະສົງໃນການຊອກຮູ້ຫາດົນຕີທຸກປະເພດ ແລະ ທຸກຮູບແບບຈາກທົ່ວທຸກມຸມໂລກ.
  • ໝູ່ບ້ານ, ບໍ່ແມ່ນວິທະຍາເຂດ (A Village, not a Campus) - UWC ອາດຣີອາຕິກ ບໍ່ໄດ້ຖືກອ້ອມຮອບດ້ວຍວິທະຍາເຂດຂອງມັນເອງ ແຕ່ອ້ອມຮອບດ້ວຍອາຄານຮຽນ, ຫ້ອງທົດລອງ ແລະ ອື່ນໆ ເຊິ່ງແຈກກະຈາຍໄປທົ່ວໝູ່ບ້ານ. ນັກຮຽນແແມ່ນໃຊ້ຊີວິດຮ່ວມກັບຊຸມຊົນທ້ອງຖິ່ນອ້ອມຂ້າງຜ່ານການເປັນອາສາສະໝັກຊ່ວຍເຫຼືອຊຸມຊົນໃນຊີວິດປະຈຳວັນ ແລະ ທຸກໆອາທິດ
ພາຍໃນຫ້ອງຮຽນ 

UWC ອາດຣີອາຕິກ ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງມີວິຊາ ພາສາອາຣັບ, ສະໂລເວເນຍ, ເຊີເບຍ, ໂຄເອເຊຍ ແລະ ບັອດສະເນຍ, ວິຊາສິລະປະກຳ ແລະ ວັດທະນະທຳໂລກ, ວິໍຊາລະບົບສິ່ງແວດລ້ອມ ແລະ ສິລະປະກຳໃຫ້ນັກຮຽນໄດ້ເລືອກອີກດ້ວຍ. ພ້ອມກັນນັ້ນ, ນັກຮຽນທຸກຄົນຍັງຕ້ອງໄດ້ຮຽນພາສາອີຕາລີ ເຊິ່ງເປັນພາກບັງຄັບ, ເຖິງວ່ານັກຮຽນຈະບໍ່ຕ້ອງເສັງໃນຮູບແບບຂອງຫຼັກສູດນີ້, ແຕ່ນັກຮຽນກໍຍັງສາມາດເສັງເອົາໃບປະກາດ ຫຼື ໃບຢັ້ງຢືນແຍກຕ່າງຫາກໍໄດ້.

ນອກຫ້ອງຮຽນ 

UWC ອາດຣີອາຕິກ ເອົາໃຈໃສ່ໃນການເຮັດກິດຈະກຳຊ່ວຍເຫຼືອສັງຄົມເປັນອົງປະກອບຫຼັກຂອງໂຄງການ ແຄັດສ໌ ( ເຊິ່ງລວມມີ 3 ກິດຈະກຳ ເຊັ່ນ: ຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ). ການປະກອບສ່ວນເຂົ້າໃນການເປັນອາສາສະໝັກຊ່ວຍເຫຼືອຊຸມຊົນທ້ອງຖິ່ນ ແລະ ຫຼາຍພາກສ່ວນ ເປັນການສ້າງສາຍສຳພັນ ແລະ ຄວາມຮ່ວມມືກັນອັນມີຜົນໃນໄລຍະຍາວ.

ກິດຈະກຳຊ່ວຍເຫຼືອສັງຄົມລວມມີ: ການຊ່ວຍເຫຼືອເດັກນ້ອຍທີ່ເວົ້າພາສາອີຕາລີ ແລະ ສະໂລເວເນຍ ຜ່ານສິລະປະກຳ, ສອນພາສາອັງກິດ ແລະ ຮ່ວມເຮັດກິດຈະກຳອື່ນໆຢູ່ໂຮງຮຽນທ້ອງຖິ່ນ, ການສົ່ງເສີມຄວາມແຕກຕ່າງທາງດ້ານວັດທະນະທຳ ແລະ ປະສົບການໃຫ້ນັກຮຽນຕາມເຂດທ້ອງຖິ່ນຜ່ານກິດຈະກຳທີ່ມີຄວາມຫຼາກຫຼາຍອັນມີເປົ້າໝາຍລົບລ້າງຄວາມອະຄະຕິ ແລະ ຄວາມຄິດແບ່ງແຍກ, ການຊ່ວຍເຫຼືອຜູ້ຄົນທີ່ມີຄວາມຜິດປົກກະຕິທາງດ້ານຮ່າງກາຍ ແລະ ຈິດໃຈ, ຊ່ວຍຊາວອົບພະຍົບຈາກຕ່າງແດນ, ການໃຫ້ຄວາມຊ່ວຍເຫຼືອກັບຜູ້ສູງອາຍຸ ຫຼື ຜູ້ຄົນທີ່ຖືກກັກຂັງຢູ່ໃນເຮືອນຂອງຕົນເອງ, ຢ້ຽມຢາມບ້ານຜູ້ສູງອາຍຸ, ການເຝິກຝົນຮຽນກູ້ຊີບໃນເບື້ອງຕົ້ນ - ລົດໂຮງໝໍຮ່ວມກັບອົງການກາແດງປະຈຳທ້ອງຖິ່ນ, ການສະແດງດົນຕີຢູ່ຕາມໂຮງໝໍ ແລະ ບ້ານພັກຄົນສູງອາຍຸ ແລະ ຄົນເຈັບປ່ວຍ, ຢ້ຽມຢາມຄົນເຈັບທີ່ມີບັນຫຼອດໂລຫິດຕີບ, ການເຮັດກິດຈະກຳດ້ານກິລາ ແລະ ການສະແດງລະຄອນກັບຜູ້ຄົນທີ່ຄວາມບົກຜ່ຶອງທາງດ້ານສຸຂະພາບ,  ການເຜີຍແຜ່ຄວາມຮູ້ດ້ານວິທະຍາສາດໃຫ້ກັບເດັກນ້ອຍ ແລະ ຜູ້ໃຫຍ່, ຫ້ອງຮຽນບົດສົນທະນາພາສາອັງກິດກັບຊຸມຊົນທ້ອງຖິ່ນ, ແລະ ການຢ້ຽມຢາມຜູ້ປ່ວຍຕາມສະຖານທີ່ພັກຟື້ນຕ່າງໆ.

ກິດຈະກຳທີ່ມີຄວາມຄິດສ້າງສັນລວມມີ: ການຂອງບລັອກ (blog) ໃຫ້ກັບ ອາດຣີອາຕິກ ທາມສ໌, ເຊຣາມິກ ຫຼີ ເຄື່ອງປັ້ນດິນເຜົາ,  ໝາກເສິກ, ການຂຽນບົດວັນນະຄະດີ, ກຸ່ມນັກຮຽນທີ່ປຶກສາຫາລືກ່ຽວກັບບັນຫາໂລກທີ່ເກີດຂຶ້ນໃນປັດຈຸບັນ, ສະມາຄົມການໂຕ້ວາທີ,  ການປະດິດຕົກແຕ່ງສິ່ງຂອງຕ່າງໆ (Decoupage & Patchwork), ການແຕ້ມຮູບ, ການຊອກຮູ້ກ່ຽວກັບວັດທະນະທຳຜ່ານການເບິ່ງຮູບເງົາ, ການໂຕ້ວາທີໃນຮູບແບບຂອງສະຫະປະຊາຊາດ (Model United Nations (MUN)), ກິດຈະກຳທາງດ້ານດົນຕີ (ການຮ້ອງເພງເປັນກຸ່ມ, ການຮຽນຫຼິ້ນເປຍໂນ້, ການຮ້ອງເພງແບບດ່ຽວ, ການຮຽນແຕ່ງບົດເພງ, ການຮຽນຫຼິ້ນເຄື່ອງດົນຕີ, ການສະແດງດົນຕີເປັນກຸ່ມ ແລະ ອື່ນໆ), ການຖ່າຍຮູບ, ການຮຽນກ່ຽວກັບຫຸ່ນຍົນ, ວາລະສານກ່ຽວກັບຈິດຕະວິທະຍາ, TEDx UWC, ການສະແດງລະຄອນ, ປຶ້ມລຸ້ນ (Yearbook).

ຍ້ອນທີ່ຕັ້ງຂອງ UWC ອາດຣີອາຕິກ ທີ່ຢູ່ແຄມທະເລຂອງພູເຂົາ ຄລາດສ໌ (karst) ໃນບໍລິເວນທຣິເອສ໌ເຕ (Trieste) ແລະ ໃກ້ກັບບໍລິເວນພູເຂົາ ແອັບສ໌ (Alps), ນັກຮຽນຢູ່ໂຮງຮຽນແຫ່ງນີ້ຈຶ່ງສາມາດເຮັດກິດຈະກຳກາງແຈ້ງຫຼາຍຢ່າງ. ກິດຈະກຳເຫຼົ່ານີ້ລວມມີ: ການອອກກຳລັງກາຍແອໂຣບິກ (Aerobics), ກິລາດອກປີກໄກ່, ການອອກກຳລັງກາຍແບບຄົບວົງຈອນ, ການປີນ, ການເຕັ້ນ, ການແລ່ນ, ການເດີນປ່າ, ການພາຍເຮືອຄະຍັກ, ການຮຽນສິລິປະປ້ອງກັນຕົວ, ການແຂ່ງຂັນກັນເຮັດພາລະກິດ (Orienteering), ການພາຍເຮືອ, ກິລາເຕະບານ, ລອຍນໍ້າ, ກິລາເທນນິດສ໌, ກິລາຟິດສ໌ບີ້ (Frisbee) ແລະ ໂຍຄະ.

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ 

ທີ່ຢູ່ອາໄສ ແລະ ສິ່ງອຳນວຍຄວາມສະດວກ ຂອງ UWC ອາດຣີອາຕິກ ແມ່ນກະແຈກກະຈາຍໄປທົ່ວໝູ່ບ້ານດຸຍໂນ້. ບ້ານພັກຂອງນັກຮຽນແມ່ນມີຢູ່ທັງໝົດ 7 ຫຼັງ. ສິ່ງເອື້ອອຳນວຍຄວາມສະດວກຕ່າງໆລວມມີ: ຫ້ອງອາຫານຂອງໂຮງຮຽນ, ອາຄານຮຽນ, ສູນສິລະປະກຳ, ຫ້ອງທົດລອງວິທະຍາສາດ, ຫ້ອງສະໝຸດ, ສູນການແພດ, ຫ້ອງບັນຍາຍ ແລະ ສະຖາບັນດົນຕີນາໆຊາດ (the International Community Music Academy ຫຼື ICMA).

ທີ່ຕັ້ງທາງດ້ານພູມສາດ 

ດຸຍໂນ້ເປັນໝູ່ບ້ານແຄມທະເລທີ່ຢູ່ຫ່າງຈາກເມືອງ ທຣິເອສ໌ເຕ ປະມານເຄິ່ງຊົ່ວໂມງ, ມັນເປັນສະຖານທີ່ໆງຽບສະຫງົບ ເຊິ່ງເໝາະສົມສຳລັບການປົກປັກຮັກສາສິ່ງແວດລ້ອມ ແລະ ການດຳລົງຊີວິດ. ສະຖານທີ່ດັ່ງກ່າວ ຢູ່ຫ່າງຈາກ ເວນິດສ໌ ແລະ ເຂດຊາຍແດນກັບສະໂລເວເນຍ ພຽງ 2 ຫາ 3 ກິໂລແມັດເທົ່ານັ້ນ.

ວິທີສະໝັກ 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ອາດຣີອາຕິກ , ສາມາດຕິດຕາມໄດ້ທີ່.

 

 

You have not allowed cookies and this content may contain cookies.

If you would like to view this content please

 

 

ລາຍລະອຽດສາມາດຕິດຕໍ່


Collegio del Mondo Unito dell’Adriatico O.N.L.U.S.
Via Trieste, 29 – 34011
Duino Aurisina (TS), Italy

18 Colleges
Worldwide