Skip to content ↓
map

UWC ອັດລານຕິກ (UWC Atlantic College)

ຫຸບເຂົາ ກະລາມໍແກນ (Vale of Glamorgan), ເວວສ໌ (Wales), ລາຊະອານາຈັກອັງກິດ

ນັກຮຽນ 350 ຄົນ, ອາຍຸ 15-19 ປິ

ສ້າງຕັ້ງຂຶ້ນ

1962

3 March 2017

ເປັນໂຮງຮຽນ UWC ຫຼັງທຳອິດ, UWC ອັດລານຕິກ ໄດ້ຖືກອອກແບບເພື່ອສົ່ງເສີມຄວາມເຂົ້າໃຈລະຫວ່າງບັນດາປະເທດໃນໂລກ ໂດຍຜ່ານການສຶກສາ ຕັ້ງແຕ່ມື້ທີ່ໄດ້ຮັບການກໍ່ຕັ້ງ ໃນປີ 1962. ໂຮງຮຽນຫຼັງນີ້ ສ້າງໂອກາດໃຫ້ ນັກຮຽນທຸກຄົນ ຮຽນຮູ້ຜ່ານການແບ່ງປັນປະສົບການ ເຊິ່ງກັນແລະກັນ ພ້ອມທັງໃຫ້ຄວາມຊຸກຍູ້ໃຫ້ນັກຮຽນໄດ້ປະກອບສ່ວນປ່ຽນແປງໂລກ ຫຼື ພັດທະນາສັງຄົມໄປໃນທາງທີ່ດີ.

3 ລັກສະນະເດັ່ນຂອງໂຮງຮຽນ

  • ມໍລະດົກທາງປະຫວັດສາດ (Historic Heritage): ຕັ້ງຢູ່ທີ່ຫໍປະສາດ ເຊັນ ດໍນັດສ໌ ສະຕະວັດທີ 12 ຂອງລະຊາອານາຈັກອັງກິດ,​ ໂຮງຮຽນແຫ່ງນີ້ເປັນໂຮງຮຽນທີ່ສ້າງຂຶ້ນເພື້ອຂະບວນການສຶກສາລະດັບໂລກ. ເຮືອສູບລົມ (The Rigid-Hulled Inflatable Lifeboat (RIB)) ໄດ້ລິເລີ່ມສ້າງຂຶ້ນຢູ່ແຫ່ງນີ້
  • ອັດລານຕິກກາງແຈ້ງ (Atlantic Outdoors): ແນໃສ່ການເຮັດກິດຈະກຳທ້າທາຍທາງຮ່າງກາຍ, ການຊ່ວຍເຫຼືອຜູ້ອື່ນ, ການລິເລີ່ມເຮັດໂຄງການສ້າງຄວາມເປັນຜູ້ນຳ ແລະ ເຮັດວຽກເປັນກຸ່ມເພື່ອເປັນການເພີ່ມເຕີມເຂົ້າໃນການສຶກສາ. 
  • ການເພີ່ມຄວາມສາມາດ (Empowerment): ນັກຮຽນແຕ່ລະຄົນຖືກມອບໝາຍໜ້າທີ່ໃຫ້ມີຄວາມຮັບຜິດຊອບໃນເຮດການຕັດສິນໃຈ ແລະ ການກະທຳດ້ວຍຕົວເອງ, ອີງຕາມຈິດວິນຍານຂອງວິວັດທະນາການດ້ານການສຶກສາທີ່ຜູ້ກໍ່ຕັ້ງຂະບວນການ UWC ທ່ານ ເຄີດ ຮານ ທີ່ສ້າງຂຶ້ນມາ 50 ປີກ່ອນ, ຄວາມປອດໄພໃນທຳມະຊາດເພື່ອສ້າງຄວາມໝັ້ນໃຈໃຫ້ກັບຜູ້ໃຫຍ່.  
ພາຍໃນຫ້ອງຮຽນ 

ຫຼັກສູດ 2 ປີໃບປະກາດຂອງ UWC ອັດລານຕິກ ແມ່ນເໝາະສົມສຳລັບນັກຮຽນອາຍຸ 16 ຫາ 19 ປີ, ແລະ ແບ່ງອອກເປັນ 2 ພາກສ່ວນຄື: ຫຼັກສູດໃບປະກາດສະນີຍະບັດນາໆຊາດ​ (International Baccalaureate programme) ແລະ ກິດຈະກຳນອກຫຼັກສູດ ຈາກການຮຽນຮູ້ຈາກປະສົບການທີ່ແນໃສ່ຄວາມສຳຄັນຂອງການສ້າງຄວາມສັນຕິພາບ ແລະ ອະນາຄົດທີ່ໝັ້ນຄົງ ແລະ ໂຄງການທີ່ນັກຮຽນເປັນຜູ້ລິເລີ່ມ. ນັກຮຽນມີການເຊື່ອມໂຍງ ແລະ ແບ່ງປັນມໍລະດົກຮ່ວມກັນຜ່ານຫຼັກປັດຊະຍາທີ່ບຸກເບີກໂດຍທ່ານ ເຄີດ ຮານ, ຂະບວນການອົງການວິທະຍາໄລໂລກ (United World College) ແລະ ວຽກງານດ້ານການສຶກສາຂອງທ່ານ ອາເລັກ ປິເຕີ້ສັນ (Alec Peterson)

ໂຄງການນີ້ແມ່ນມີເປົ້າໝາຍສະແດງໃຫ້ເຫັນເຖິງການປະຕິບັດພາລະກິດຂອງໂຮງຮຽນ. ມັນຍັງມີຄວາມມຸ່ງໝັ້ນເນັ້ນໃສ່ພາລະໜ້າທີ່ຕໍ່ການຊ່ວຍເຫຼືອຊຸມຊົນໄລຍະຍາວ, ການເຮັດວຽກຮ່ວມກັນ ແລະ ການມີສ່ວນຮ່ວມເຂົ້າໃນວຽກງານດ້ານສັງຄົມ ແລະ ພັດທະນາໄວໜຸ່ມໃຫ້ມີຈິດສຳນຶກໃນການມີຄວາມກະຕືລືລົ້ນດ້ວຍຕົວເອງ ແລະ ທັກສະໃນການເປັນຜູ້ນຳ. ນັກຮຽນຖືກໄວ້ວາງໃຈ, ມີຄວາມຮັບຜິດຊອບ ແລະ ການຕັດສິນໃຈ, ແລະ ຜ່ານປະສົບການ ແລະ ແບບຢ່າງສ່ວນຕົວທີ່ສະແດງໃຫ້ເຫັນເຖິງພາລະໜ້າທີ່ໃນການສ້າງຄວາມແຕກຕ່າງທາງດ້ານບວກໃຫ້ກັບໂລກໃບນີ້.

ນອກຫ້ອງຮຽນ 

ກິດຈະກຳນອກຫຼັກສູດຂອງໂຮງຮຽນແຫ່ງນີ້ລວມມີ 4 ຄະນະເຊັ່ນ: ທາງສິ່ງແວດລ້ອມ, ກ່ຽວກັບໂລກ, ຄວາມຍຸຕິທຳຂອງສັງຄົມ ແລະ ກາງແຈ້ງ. ເຊິ່ງກິດຈະກຳດັ່ງກ່າວແມ່ນເພື່ອໃຫ້ນັກຮຽນປະກອບສ່ວນເຂົ້າໃນການສຳຫຼວດ, ກຳນົດເສັ້ນທາງຂອງຕົວເອງ, ປະເຊີນໜ້າກັບຄວາມສ່ຽງ ແລະ ກ້າວຂ້າມຜ່ານໂອກາດຂອງການລົ້ມເຫຼວ ເພື່ອເປັນການເຮັດໃຫ້ນັກຮຽນຮູ້ຈຸດດີ ແລະ ຈຸດອ່ອນຂອງຕົວເອງ  ພ້ອມກັນກັບບົດບາດຂອງຕົນເອງໃນກໍລະນີທົ່ວໄປ. ແຕ່ລະຄະນະມີສອງສ່ວນຄື:

  • ພາກສ່ວນທຳອິດ ແມ່ນລວມມີໂຄງການເຮັດກິດຈະກຳຮ່ວມກັບຊຸມຊົນທ້ອງຖິ່ນ
  • ພາກສ່ວນທີສອງ ແມ່ນລວມມີ 4 ຢ່າງຄື ການເຄື່ອນໄຫວກິດຈະກຳ, ຄວາມຄິດລິເລີ່ມຂອງນັກຮຽນ, ພາລະໜ້າທີ່ໃນເວລາຈຳເປັນ ແລະ ພາລະໜ້າທີ່ໃນໂປຣເຈັກ (Project). 
ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ 

UWC ອັດລານຕິກ ຕັ້ງຢູ່ທີ່ຫໍປະສາດ ເຊັນ ດໍນັດສ໌ (St Donat’s Castle) ສະຕະວັດທີ 12 ຂອງລະຊາອານາຈັກອັງກິດ, ເຊິ່ງເປັນສະຖານທີ່ຕັ້ງຂອງໂຮງຮຽນທີ່ບໍ່ຄືໃຜ ແລະ ຍັງເປັນສະຖານທີ່ຊຸມນຸມຂະໜາດໃຫຍ່ ແລະ ຫ້ອງຮຽນ

ນັກຮຽນໃນໂຮງຮຽນແຫ່ງນີ້ແມ່ນກະແຈກກະຈາຍທົ່ວບ້ານພັກນັກຮຽນທັງໝົດ 8 ອາຄານ, ເຊິ່ງແຕ່ລະບ້ານສາມາດຢູ່ໄດ້ 48 ຄົນແລະ ຍັງແບ່ງແຍກລະຫວ່ງເພດຍິງ ແລະ ຊາຍອີກດ້ວຍ. ໂດຍທົ່ວໄປແລ້ວ, ນັກຮຽນຈາກປີດຽວກັນ ແລະ ແຕ່ລະຄົນມາຈາກປະເທດທີ່ຕ່າງກັນຢູ່ຮ່ວມກັນໃນຫ້ອງໜຶ່ງ. ນັກຮຽນທຸກຄົນແມ່ນຢູ່ພາຍໃຕ້ການເບິ່ງແຍງຂອງຜູ້ເບິ່ງແຍງບ້ານພັກປະຈຳແຕ່ລະບ້ານ, ເຊິ່ງອາໄສຢູ່ໃນບ້ານພັກບໍລິເວນໃກ້ຄຽງ ແລະ ຍັງສາມາດໃຊ້ເວລາສະໜັບສະໜູນ ແລະ ປືກສາຫາລືກ່ຽວກັບບັນຫາຂອງນັກຮຽນອີກດ້ວຍ. 

ສິ່ງເອື້ອອຳນວຍຄວາມສະດວກໃນໂຮງຮຽນລວມມີ: ຫ້ອງອາຫານ, ຫ້ອງສະໝຸດ, ບໍລິເວນປ່າໄມ້, ສະລອຍນ້ຳທັງໃນຮົ່ມ ແລະ ກາງແຈ້ງ, ແລະ ຫ້ອງຮຽນໃນອາຄານອັນເກົ່າແກ່ປະຫວັດສາດ.

ທີ່ຕັ້ງທາງດ້ານພູມສາດ 

UWC ອັດລານຕິກ ຕັ້ງຢູ່ທາງເຂດຊາຍຝັ່ງທາງພາກໃຕ້ຂອງ ເວວສ໌ ໃນລາຊະອານາຈັກອັງກິດ. ຕົວເມືອງໃຫຍ່ຂອງ ບຣິດເຈນ (Bridgend) ແລະ ນະຄອນຫຼວງ ຄຣາດິບຟ໌ (Cardiff) ເຊິ່ງແມ່ນນະຄອນຫຼວງຂອງເວວສ໌ ແມ່ນຢູ່ໃກ້ກັບໂຮງຮຽນ, ເຊິ່ງໝາຍຄວາມວ່າສະຖານທີ່ຕັ້ງຂອງໂຮງຮຽນແມ່ນຢູ່ໃກ້ກັບສະຖານີຄົມມະນາຄົມອັນສຳວຄັນເຊັ່ນ: ສະຖານີລົດເມ, ລົດໄຟ ແລະ ທາງອາກາດ.

ວິທີສະໝັກ 

ນັກຮຽນສາມາດສະໝັກຜ່ານ ຄະນະກຳມະການປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ອັດລານຕິກ , ສາມາດຕິດຕາມໄດ້ທີ່.

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


UWC Atlantic College
St Donat's Castle
St Donat's
Llantwit Major
Vale of Glamorgan
CF61 1WF
United Kingdom

18 Colleges
Worldwide