Skip to content ↓
map

UWC ເພຍສັນ (Pearson College UWC)

ວິກຕໍເຣຍ (Victoria), ປະເທດແຄນນາດາ

ນັກຮຽນ 200 ຄົນ, ອາຍຸລະຫວ່າງ 16-19 ປີ

ສ້າງຕັ້ງຂຶ້ນ

1974

3 March 2017

Pearson College UWC is Canada’s most globally-minded school. It draws accomplished young leaders and changemakers from up to 160 countries and every province and territory of Canada. As a two-year, pre-university curriculum, Pearson offers both the International Baccalaureate Diploma Programme (IBDP) pathway and, pending approval, beginning in 2022-23, a Climate Action Leadership Diploma (International Baccalaureate Career-related Programme, IBCP) pathway. Both feature a strong emphasis on experiential education at the residential campus along the Salish Sea Bay at the southern tip of Vancouver Island.

3 ລັກສະນະເດັ່ນຂອງໂຮງຮຽນ

  • ທ່ານ ເລດສ໌ເຕີ້ ບີ ເພຍສັນ (Lester B. Pearson): UWC ເພຍສັນ ສ້າງຕັ້ງຂຶ້ນເພື່ອເປັນທີ່ລະນຶກເຖິງເຈົ້າຂອງລາງວັນ ໂນເບວ ສາຂາສັນຕິພາບ, ທ່ານ ເລດສ໌ເຕີ່ ບີ ເພຍສັນ ເຊິ່ງທ່ານເອງເຄີຍເປັນອະດີດນາຍົກລັດຖະມົນຕີຂອງແຄນນາດາ, ຜູ້ທີ່ມີວິໄສທັດເຖິງຄວາມສັນຕິພາບ ແລະ ການຮ່ວມມືສາກົນອັນເປັນແຮງບັນດານໃຈໃຫ້ສ້າງໂຮງຮຽນຫຼັງນີ້ຂຶ້ນ. ວິໄສທັດຂອງ ທ່ານ ເລດສ໌ເຕີ້ ບີ ເພຍສັນ ຍັງໄດ້ຖືກນຳໃຊ້ເປັນແຮງບັນດານໃຈໃນການຄົ້ນຄິດ ແລະ ສ້າງຕັ້ງກອງກຳລັງຮັກສາສັນຕິພາບອັນທຳອິດຂອງອົງການສະຫະປະຊາຊາດອີກດ້ວຍ. 
  • ສະພາບແວດລ້ອມທາງດ້ານພູມສາດ ແລະ ຈິດວິນຍານທີ່ບໍ່ຄືໃຜ (Unique geographic and spiritual environment): ໂຮງຮຽນຕັ້ງຢູ່ເຂດຊາຍຝັ່ງທາງຸຕາເວັນຕົກຂອງປະເທດແຄນນາດາເທິງເຂດດິນແດນອັນດັ້ງເດີມ ຂອງ Scia’new (ຫຼື ອ່າວ ບີດເຈີ້ (Beecher Bay)) First Nation, ຍ້ອນສະຖານທີ່ຕັ້ງຂອງໂຮງຮຽນທີ່ເປັນປ່າ ແລະ ອ້ອມຮອບດ້ວຍຊາຍຝັ້ງ, ມັນໄດ້ເຮັດໃຫ້ໂຮງຮຽນແຫ່ງນີ້ກາຍເປັນສະຖານທີ່ໆກະຕຸ້ນໃຫ້ນັກຮຽນອົດທົນຮ່ຳຮຽນຫຼັກສູດທີ່ທ້າທາຍ ແລະ ຮຽນຮູ້ຈາກປະສົບການ ໃນທັງຫ້ອງຮຽນທີ່ທັນສະໄໝ ແລະ ນອກຫ້ອງຮຽນຕະຫຼອດປີ.
  • ເຂດອະນຸຮັກດ້ານລະບົບນິເວດ (Ecological Reserve): UWC ເພຍສັນເຮັດໜ້າທີ່ປຽນສະເໝືອນຜູ້ອະນຸຮັກລະບົບນິເວດໃຫ້ເຂດອະນຸຮັກລະບົບນິເວດ ເຣກສ໌ ຣັອກສ໌ (Race Rocks) ເຊິ່ງເປັນສະຖານທີ່ໆມີຊື່ສຽງລະດັບໂລກ. ເພື່ອເຮັດບົບບາດເປັນຜູ້ອະນຸຮັກລະບົບນິເວດໄດ້ຢ່າງເຕັມທີ່, ນັກຮຽນຈຳຕ້ອງໄດ້ຮຽນຮູ້ວິຊາວິທະຍາສາດທາງທະເລ, ກິດຈະກຳດຳນ້ຳ ແລະ ການເປັນອາສາສະໝັກອະນຸຮັກລະບົບນິເວດ.
ພາຍໃນຫ້ອງຮຽນ 

UWC ເພຍສັນ ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງວິຊາອື່ນໆອີກເຊັ່ນ: ວິຊາປັດຊະຍາ, ວິທະຍາສາດທາງທະເລ, ພາສາຝຣັ່ງ, ສະເປນ, ສິລະປະກຳ ແລະ ການສະແດງລະຄອນ.

ນອກຫ້ອງຮຽນ 

ຢູ່ໂຮງຮຽນແຫ່ງນີ້, ນັກຮຽນຮຽນຮູ້ຈາການກະທຳ ໂດຍສະເພາະແມ່ນຜ່ານການເຄື່ອນໄຫວກິດຈະກຳຜ່ານໂຄງການ ແຄັດສ໌ (CAS), ເຊິ່ງລວມມີກິດຈະກຳທີ່ມີຄວາມຄິດສ້າງສັນ, ການເຄື່ອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ. ເພື່ອຮຽນຈົບຫຼັກສູດນີ້, ນັກຮຽນຕ້ອງເຮັດກິດຈະກຳຊ່ວຍເຫຼືອສັງຄົມໃຫ້ໄດ້ຄົບ 80 ຊົ່ວໂມງ ໃນລະຫວ່າງປີ 1 ແລະ ປີ2, ສ່ວນຫຼາຍແມ່ນຢູ່ຊຸມຊົນບ້ານເກີດຂອງຕົວເອງ.

ໃນທຸກໆເທີມ, ນັກຮຽນຕ້ອງວາງແຜນ, ຄິດ ແລະ ສ້າງໂປຣເຈັກຂຶ້ນ ເຊິ່ງອາດຈະຢູ່ໃນຮູບແບບດ່ຽວ ຫຼື ກຸ່ມຂຶ້ນຄັ້ງໜຶ່ງຕໍ່ເທີມ.

ນັກຮຽນທີ່ໂຮງຮຽນແຫ່ງນີ້ ແບ່ງປັນກັນຟັງເພງສາກົນ, ເຕັ້ນ ແລະ ແບ່ງປັນບົດເລື່ອງກ່ຽວກັບຊີວິດບ້ານເກີດ ແລະ ປະສົບການຈາກຂອງຕົນໃນງານຊຸມຊົນໂລກໃບດຽວ (One World community event) ເຊິ່ງຈັດຂຶ້ນໃນທຸກໆປີ. ພວກເຂົາເອງຍັງເປັນຜູ້ດຳເນີນ ແລະ ມີສ່ວນຮ່ວມເຂົ້າໃນງານອື່ນໆຂອງໂຮງຮຽນອີກເຊັ່ນ: ງານສົນທະນາກ່ຽວກັບບັນຫາໂລກ (Global Affairs), ວັນສຳຄັນຕ່າງໆ, ການຊຸມນຸມ ແລະ ການເປັນອາສາສະໝັກຮ່ວມກັບກຸ່ມທີ່ຮັບມືກັບເຫດສຸກເສີນສະເພາະໜ້າຂອງໂຮງຮຽນ.

ນັກຮຽນຍັງຈຳເປັນຕ້ອງເຮັດວຽກຊ່ວຍຫ້ອງຄົວ ແລະ ຊ່ວຍການຣີໄຊໂຄ້ (Recycle) ຫຼື ການນຳເອົາສິ່ງທີ່ໃຊ້ແລ້ວມາໃຊ້ໃໝ່ (recycling) ເປັນບາງຄັ້ງ, ເຮັດວຽກຢູ່ຫ້ອງສະໝຸດ ແລະ ວຽກອື່ນໆອີກທີ່ເປັນສ່ວນຂອງການຊ່ວຍເຫຼືອວຽກຂອງໂຮງຮຽນ.

ນອກຈາກນັ້ນ, ທາງໂຮງຮຽນຍັງມີໂປຣແກຣມອອກກຳລັງກາຍທີ່ນຳພາໂດຍນັກຮຽນທຸກໆອາທິດ, ເຊິ່ງເປັນການສ້າງໂອກາດໃຫ້ນັກຮຽນໄດ້ອອກກຳລັງກາຍຫຼາຍຂຶ້ນ.

ຫຼັກສູດໄລຍະສັ້ນ 

ທຸກໆຍາມພັກແລ້ງ, ທາງໂຮງຮຽນຈະຮວບຮວມເອົາຊາວໜຸ່ມຈາກທົ່ວທຸກມຸມໂລກເພື່ອໂຄງການສຳມະນາເພຍສັນຜູ້ນຳໄວໜຸ່ມ (Pearson Seminar on Youth Leadership (PSYL)), ເປັນໄລຍະເວລາ 3 ອາທິດເພື່ອໃຫ້ນັກຮຽນໄດ້ຮັບປະສົບການຈາກ UWC ເຊິ່ງເປັນການມອບໂອກາດໃຫ້ນັກຮຽນສ້າງຊຸມຊົນສາກົນເພື່ອສ້າງປ່ຽນແປງໂລກໃນທາງທີ່ດີ ໂດຍຜ່ານການຮຽນຮູ້ ແລະ ຄວາມເປັນຜູ້ນຳ. 

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ  

ນັກຮຽນ, ຄູອາຈານ ພ້ອມດ້ວຍຄອບຄົວ ແມ່ນອາໄສຮ່ວມກັນຢູ່ໃນໂຮງຮຽນ. ສິ່ງເອື້ອອຳນວຍຄວາມສະດວກຕ່າງໆລວມມີ: ຫໍພັກ 5 ອາຄານ ເຊິ່ງສາມາດໄດ້ຫໍໜຶ່ງ 40​ ຄົນ, 4 ຄົນຕໍ່ຫ້ອງ ແລະ ຍັງມີອາພາດເມັ້ນຂອງຜູ້ເບິ່ງແຍງຫໍພັກນັກຮຽນອີກ 1 ແຫ່ງ.

ສິ່ງເອື້ອອຳນວຍຄວາມສະດວກສ່ວນຫຼາຍແມ່ນຖືກສ້າງຂຶ້ນໃນແບບຊາຍຝັ່ງຕາເວັນຕົກທີ່ທັນສະໄໝເພື່ອສະທ້ອນ ແລະ ໃຫ້ກຽດທຳມະຊາດ. ນອກຈາກນັ້ນ, ທາງໂຮງຮຽນຍັງມີຫ້ອງອາຫາແຄມແມ່ນ້ຳ, ຫ້ອງທົດລອງສິລະປະກຳສາດ, ຫ້ອງຮຽນ, ໂຮງໜັງ 300 ບ່ອນນັ່ງ, ຫ້ອງສຳມະນາຂະໜາດນ້ອຍ, ສິ່ງອຳນວຍຄວາມສະດວກດ້ານສິລະປະກຳ, ສູນແຫຼ່ງການສຶກສາ ຫຼື ຫ້ອງສະໝຸດ. ຄວາມເປັນເອກະລັກທາງດ້ານສະຖາປັດຕະຍະກຳ ລວມມີສູນວິທະຍາສາດທາງທະເລເທິງໜ້າອ່າວ, ເຊິ່ງປະກອບດ້ວຍຫ້ອງທົດລອງລະບົບສິ່ງແວດລ້ອມທາງທະເລທີ່ມີອຸປະກອນຕິດຕັ້ງຢ່າງຄົບຖ້ວນ, ພ້ອມທັງມີຫໍສັງເກດການເທິງຍອດເຂົາເພື່ອອຳນວຍຄວາມສະດວກໃນການສຶກສາດ້ານດາລາສາດ ແລະ ການສຳຫຼວດທ້ອງຟ້າໃນຍາມກາງຄືນ. ນອກຈາກນັ້ນ, ນັກຮຽນຍັງສາມາດເຮັດການວິໄຈເທິງ ຫຼື ລຸ່ມໜ້ານ້ຳໃກ້ກັບເຂດອະນຸຮັກລະບົບນິເວດ ເຣດສ໌ ຣັອກສ໌. ສິ່ງອຳນວຍຄວາມສະດວກພາຍໃນໂຮງຮຽນລວມມີ ສະລອຍນ້ຳໃນຮົ່ມທີ່ມີຄວາມຍາວເຖິງ 25 ແມັດ ແລະ ຫ້ອງອອກກຳລັງກາຍ, ເດີ່ນເທັນນິດສ໌ກາງແຈ້ງ, ເດີ່ນບານບ້ວງ ແລະ ເດີ່ນຕີບານ, ເດີ່ນເຕະບານ, ຫ້ອງນັ່ງຫຼິ້ນຂອງນັກຮຽນ ແລະ ການເດີນປ່າ ພ້ອມທັງ ການຂີ່ລົດຖີບຈາກທີ່ຕັ້ງຂອງໂຮງຮຽນ.

ທີ່ຕັ້ງທາງດ້ານພູມສາດ​​​​​​​  

ໂຮງຮຽນແຫ່ງນີ້ຕັ້ງຢູ່ສະຖານທີ່ອ້ອມຮອບດ້ວຍປ່າໄມ້ທີ່ສວຍງາມຢູ່ອ່າວເພັດເດີ້ (Pedder Bay) ເຊິ່ງຢູ່ໃກ້ກັບພາກໃຕ້ຂອງເກາະແວນຄູເວີ້ (Victoria) ທາງເຂດຊາຍຝັ່ງຕາເວັນຕົກຂອງແຄນນາດາ, ເຊິ່ງຫ່າງຈາກພາກຕາເວັນຕົກສຽງໃຕ້ຂອງເມືອງຫຼວງຂອງແຂວງວິກຕໍເຣຍ (Victoria),​ ບຣິດທິດສ໌ ໂຄໂລເບຍ (British Columbia).

ວິທີສະໝັກ​​​​​​​ 

ນັກຮຽນສາມາດສະໝັກຜ່ານຄະນະກຳມະການ UWC ປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection.​ ຍົກເວັ້ນຊາວອົບພະຍົບ ຫຼື ປະຊາຊົນທີ່ບໍ່ຂຶ້ນກັບປະເທດໃດໆ ແລະ ໃນກໍລະນີຈຳເປັນເທົ່ານັ້ນ. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ເພຍສັນ, ສາມາດຕິດຕາມໄດ້ທີ່.

You have not allowed cookies and this content may contain cookies.

If you would like to view this content please

ລາຍລະອຽດສາມາດຕິດຕໍ່


Pearson College UWC
650 Pearson College Drive
V9C 4H7 Victoria
Canada

18 Colleges
Worldwide