Skip to content ↓
map

UWC ສະຫະລັດອາເມລິກາ (UWC USA)

ເມືອງ ມອນເທຊູມາ (Montezuma), ລັດ ນິວແມັກຊິໂກ

ນັກຮຽນ 235 ຄົນ, ອາຍຸ 17-19 ປີ

ສ້າງຕັ້ງຂຶ້ນ

1982

3 March 2017

UWC ສະຫະລັດອາເມລິກາ ເບື້ອງຕົ້ນມີຊື່ວ່າ UWC ອາມແມນ ແຮມເມີ້້ ໃນຂົງເຂດອາເມລິກາຕອນຕົກ (Armand Hammer United World College of the American West) ໂດຍທ່ານ ອາມແມນ ແຮມເມີ້້ (Armand Hammer) ເປັນຜູ້ທີ່ໄດ້ຮັບມອບໝາຍຈາກ ເຈົ້າຊາຍ ຊາໂຣ (Prince Charles) ທີ່ໄດ້ເປັນຜູ້ສະເໜີໃຫ້ທ່ານ ເປັນຜູ້ອຳນວຍການຂອງໂຮງຮຽນແຫ່ງນີ້. ທ່ານ ແຮມເມີ້້ ໄດ້ເລືອກເມືອງ ມອນເທຊູມາ, ລັດ ນິວແມ໋ກຊີໂກ ເປັນສະຖານທີ່ຕັ້ງຂອງໂຮງຮຽນ, ເຊິ່ງໂຮງຮຽນແມ່ນໄດ້ຕັ້ງຢູ່ໃນເຂດທາງພາກທິດຕາເວັນຕົກຕອນໃຕ້ຂອງປະເທດສະຫະລັດອາມາລິກາ, ເຊິ່ງສະຖານທີ່ດັ່ງກ່າວນັ້ນເປັນພື້ນທີ່ໆສວຍງາມ ພ້ອມທັງເປັນພື້ນທີ່ໆຢູ່ໃກ້ກັບ ທາງພາກເໜຶອຂອງລັດ ນິວແມ໋ກຊີໂກ ເຊິ່ງເປັນສະຖານທີ່ໆມີຄວາມອຸດົມສົມບູນທາງປ່າໄມ້ ແລະ ຍັງເປັນຈຸດທີ່ໂດດເດັ່ນທາງດ້ານສະຖາປັດຕະຍະກຳຂົງເຂດດ້ານປະຫວັດສາດຂອງປະເທດສະຫະລັດອາເມລິກາອີກດ້ວຍ.

Please enter some content for your news story here.

3 ລັກສະນະເດັ່ນຂອງໂຮງຮຽນ

  • ອາສາສະໝັກຊ່ວຍເຫຼືອຊຸມຊົນ (Community Service): ໃນແຕ່ລະປີ, ນັກຮຽນໄດ້ປະກອບສ່ວນເຂົ່າໃນການເປັນອາສາສະໝັກຊ່ວຍເຫຼືອຊຸມຊົນຫຼາຍກວ່າ 1,700 ຊົ່ວໂມງ, ເຊິ່ງລວມມີການເຮັດວຽກໃນຫ້ອງຄົວຂອງໂຮງໝໍປິ່ນປົວກ່ຽວກັບບັນຫາທາງຈິດ ແລະ ໂຮງຮຽນຢູ່ໃນເຂດທ້ອງຖິ່ນ. ຢູ່ເຂດ ຊານມິເກວ​ (San Miguel), ເຊິ່ງແມ່ນເຂດທີ່ເມືອງ ມອນເທດຊູມາຕັ້ງຢູ່ນັ້ນເປັນເຂດທີ່ປະສົບໄພຄວາມທຸກຍາກເປັນອັດຕາຫຼາຍສຸດຂອງປະເທດ.
  • ເຂດປ່າໄມ້ (Wilderness): ກິດຈະກຳກ່ຽວກັບປ່າໄມ້ລວມມີການແບກກະເປົາເດີນປ່າ (backpacking), ການເດີນປ່າ ແລະ ການຕັ້ງແຄ້ມ – The Wilderness programme is comprised of extensive backpacking, hiking, and backcountry camping. 
  • ສະຖາບັນ ບຣາໂທຣ (Bartos Institute):  – ສະຖາບັນການສ້າງຄວາມເຂົ້າໃຈກ່ຽວກັບຄວາມຂັດແຍ້ງບຣາໂທຣ (The Bartos institute for Constructive Engagement of Conflict) ເປັນໂຄງການທີ່ເນັ້ນໃສ່ການຊອກຫາທາງອອກໃຫ້ກັບຄວາມຂັດແຍ່ງ ແລະ ເສີມສ້າງທັກສະລະຫວ່າງວັດທະນະທຳ.
ພາຍໃນຫ້ອງຮຽນ
 

UWC ສະຫະລັດອາເມລິກາ ໄດ້ນຳໃຊ້ຫຼັກສູດໃບປະກາດສະນີຍະບັດນາໆຊາດ (International Baccalaureate Diploma Programme (IBDP)) ເຂົ້າໃນການສິດສອນ. ນອກຈາກວິຊາສາມັນສຶກສາທົ່ວໄປແລ້ວ, ທາງໂຮງຮຽນຍັງມີວິຊາອື່ນໆໃຫ້ເລືອກອີກເຊັ່ນ:​ ພາສາຈີນກາງ, ເຢຍລະມັນ, ສັງຄົມ ແລະ ວັດທະນະທຳມະນຸດວິທະຍາ (Social and Cultural Anthropology), ພາລະສຶກສາ ແລະ ວິທະຍາສາດສຸຂະພາບ, ດົນຕີ, ສິລະປະການສະແດງລະຄອນ ແລະ ການເຕັ້ນ. 

ນອກຫ້ອງຮຽນ 

ທີ່ UWC ສະຫະລັດອາເມລິກາ, ກິດຈະກຳ ແຄັດສ໌ (CAS) ເຊິ່ງລວມມີ ກິດຈະກຳຄວາມຄິດສ້າງສັນ, ການເຄື້ອນໄຫວກິດຈະກຳ ແລະ ການຊ່ວຍເຫຼືອສັງຄົມ ໄດ້ຖືຶກແບ່ອອກເປັນ 3 ອົງປະກອບຄື: ປ່າໄມ້, ສ່ວນຮ່ວມກັບຊຸມຊົນ, ແລະ ສະຖາບັນການສ້າງຄວາມເຂົ້າໃຈກ່ຽວກັບຄວາມຂັດແຍ້ງບຣາໂທຣ (The Bartos institute for Constructive Engagement of Conflict).

ນັກຮຽນທຸກຄົນຕ້ອງເຂົ້າຮ່ວມກິດຈະກຳທາງປ່າຢ່າງໜ້ອຍຄ້າງຄືນສອງຄັ້ງ.​ ນອກຈາກການແບກກະເປົ່າເດີນປ່າແລ້ວ, ນັກຮຽນຍັງສາມາດເລືອກມີສ່ວນຮ່ວມເຂົ້າໃນການຕັ້ງແຄ້ມຊ່ວງລະດູໜາວ, ການເດີນຫິມະ (snowshoeing), ຫຼື ການສະກີ (cross-country skiing). ນັກຮຽນທຸກຄົນຕ້ອງຮຽນຮູ້ກ່ຽວກັບພື້ນຖານການເດີນປ່າເປັນໄລຍະເວລາມື້ໜຶ່ງ ພ້ອມທັງການປະຖົມພະຍາບານເບື້ອງຕົ້ນໃນປ່າ ແລະ ການເຮັດ ຊີພີອາ (CPR) ເຊິ່ງແມ່ນການປ້ຳຫົວໃຈ ແລະ ຫຼອດເລືອດເບື້ອງຕົ້ນ. ນັກຮຽນຍັງສາມາດຮຽນຫຼັກສູດດັ່ງກ່າວເພື່ອຮັບເອົາໃບຢັ້ງຢືນ.

ໃນພາກສ່ວນຂອງການເປັນອາສາສະໝັກຊ່ວຍເຫຼືອສັງຄົມ, ນັກຮຽນໄດ້ມີສ່ວນຮ່ວມໃນການບູລະນະສ້ອມແປງໂບດເກົ່າ ໃຫ້ກາຍເປັນສະຖານທີ່ຊຸມນຸມອັນມີຊີວິດຊີວາຂອງຊຸມຊົນໃນເຂດທ້ອງຖິ່ນ, ການສ້າງບ້ານໃຫ້ແກ່ຄອບຄົວທີ່ຂາດເຂີນດ້ານບ່ອນຢູ່ອາໄສ, ການຊ່ວຍວຽກຢູ່ສູນອົບພະຍົບໃນເຂດທ້ອງຖິ່ນ, ການເປັນຜູ້ສອນພິເສດໃຫ້ກັບໂຮງຮຽນອະນຸບານ, ແລະ ເຮັດວຽກຊ່ວຍເຫຼືອໂຮງໝໍທ້ອງຖິ່ນທີ່ປິ່ນປົວຄົນເຈັບທາງດ້ານຈິດໃຈ. ນອກຈານນັ້ນ, ນັກຮຽນຍັງຊ່ວຍເຫຼືອວຽກງານອັນຈຳເປັນພາຍໃນໂຮງຮຽນອີກດ້ວຍ.

ຈຸດປະສົງຫຼັກຂອງສະຖາບັນການສ້າງຄວາມເຂົ້າໃຈກ່ຽວກັບຄວາມຂັດແຍ້ງບຣາໂທຣ (The Bartos institute for Constructive Engagement of Conflict) ແມ່ນເພື່ອກຽມໃຫ້ໄວໜຸ່ມທັງຫຼາຍໃຫ້ມີຄວາມພ້ອມດ້ານທິດສະດີ ແລະ ພາກປະຕິບັດຕົວຈິງ ໃນການມີສ່ວນຮ່ວມໃນການແກ້ໄຂຄວາມຂັດແຍ່ງສ່ວນບຸກຄົນ ແລະ ເຂດຊຸມຊົນທ້ອງຖິ່ນ.

ສຳລັບນັກຮຽນປີໜຶ່ງທຸກຄົນຈະຕ້ອງປະກອບສ່ວນເຂົ້າໃນທຸກກິດຈະກຳຂອງໂຮງຮຽນໃນເທີມທຳອິດ. ສ່ວນໃນປີສອງ, ນັກຮຽນສາມາດເລືອກເອົາກິດຈະກຳໃດໜຶ່ງທີ່ເໝາະສົມທີ່ສຸດໃນເປົ້າໝາຍການຮຽນຮູ້ຂອງສ່ວນບຸກຄົນ ແລ້ວເນັ້ນໜັກໃນອົງປະກອບຂອງກິດຈະກຳນັ້ນໆ.

ຫຼັກສູດໄລຍະສັ້ນ 

ໂຄງການສະພາຜູ້ນຳຂອງໂລກ (Global Leadership Forum (GLF)), ໂຮງຮຽນທ້າທາຍໃຫ້ຜູ້ເຂົ້າຮ່ວມກ້າທີ່ຈະອອກຈາກເຂດທີ່ນັກຮຽນມັກຢູ່ມັກເຮັດ ແລ້ວ ເຮັດສິ່ງໃໝ່ທີ່ົຕົນເອງບໍ່ເຄີຍເຮັດມາກ່ອນ. ທ່າມກາງຊຸມຊົນທີ່ສະໜັບສະໜຸນກັນດ້ານການສຶກສາ ແລະ ການມີສ່ວນຮ່ວມ, ຫຼັກສູດດັ່ງກ່າວໄດ້ສອນໃຫ້ນັກຮຽນໝູນໃຊ້ກຳລັງແຮງ ແລະ ພະລັງງານທີ່ຕົນເອງມີ. ຍ້ອນການເຄື່ອນໄຫວກິດຈະກຳຂອງໂຄງການສະພາຜູ້ນຳຂອງໂລກ, ຜູ້ເຂົ້າຮ່ວມທັງຫຼາຍຄິດໄດ້ມັນມີຫຼາຍສິ່ງຫຼາຍຢ່າງທີ່ພວກເຂົາສາມາດຊ່ວຍແກ້ໄຂບັນຫາຂອງສັງຄົມໄດ້ ທັ້ງທີ່ພວກເຂົາເຄີຍຄິດມາກ່ອນວ່າມັນເປັນໄປບໍ່ໄດ້.​ 

ວິທະຍາເຂດ ແລະ ສິ່ງເອື້ອອຳນວຍຄວາມສະດວກ 

ດ້ວຍເນື້ອທີ່ 200 ເອເຄີ້, ໂຮງຮຽນຕັ້ງຢູ່ເຂດທີ່ມີຫໍປະສາດ ມອນເທຊູມາ ທີ່ມີຊື່ສຽງ. ປະສາດດັ່ງກ່າວສ້າງຂຶ້ນໃນປີ 1881​ ໂດຍເບື້ອງຕົ້ນເຄີີຍເປັນໂຮງແຮມທີ່ມີລາຄາແພງ ແລະ ຕໍ່ມາສຳເລັດການບູລະນະຄືນໃໝ່ໃນປີ 2001,​ ປະສາດດັ່ງກ່າວລວມມີຫ້ອງນອນ, ຫ້ອງຮຽນ, ຫ້ອງການ, ແລະ ຫ້ອງອາຫານ. ສ່ວນສິ່ງອຳນວຍຄວາມສະດວກອື່ນໆລວມມີ: 

  • ຫໍພັກ 9 ຫໍ, ເຊິ່ງແຕ່ລະຫໍແມ່ນມີຊື່ຄືກັບຍອດພູເຂົາທີ່ສູງທີ່ສຸດໃນໂລກ. ແຕ່ລະຫໍແມ່ນຢູ່ໄດ້ 25 ຫາ 40 ຄົນ. 
  • ໂຮງແຮມອັນເກົ່າແກ່ ທີ່ສ້າງຂຶ້ນໃນປີ 1878. ດຽວນີ້ຖືກນຳໃຊ້ເປັນອາຄານສຳລັບຫ້ອງຮຽນ, ຫ້ອງສະໝຸດ ແລະ ຫ້ອງການ.
  • ເດີ່ນບ້ານ ອີດິດ ແລນຊິ້ງ (Edith Lansing Field House), ເຊິ່ງເປັນສະຖາທີ່ອອກກຳລັງກາຍ ເຊິ່ງລວມມີ ເດີ່ນບານບ້ວງໃນຮົ່ມ, ເດີ່ນສະຄວາດສ (squash courts), ຫ້ອງເຕັ້ນ, ຫ້ອງຍົກນ້ຳໜັກ ແລະ ອຸປະກອນກິລາຄຣາດີໂອ້. 
  • ສູນສິລະປະ ຄລູເກີ້ (Kluge Arts Center), ເຊິ່ງເປັນຫໍຊຸມນຸມ, ສະຕູດີໂອສິລິປະ ແລະ ດົນຕີ. 
  • ສຖານທີ່ສັກສິດ ດວານ ໄລທ໌ (Dwan Light Sanctuary), ເຊິ່ງເປັນອາຄານຮູບວົງມົນທີ່ງົດງາມມີຮູບສາມແຈຫຼ່ຽມທັງໝົດ 12​ ອັນຢູ່ວົງກົບ (apses) ແລະ ເພດານອັນກະຈາຍຮູບສາຍຮຸ້ງໄປທົ່ວທຸກທີ່. 
ທີ່ຕັ້ງທາງດ້ານພູມສາດ 

UWC ສະຫະລັດອາເມລິກາ ຕັ້ງຢູ່ປາຍຂອງເຂດຮາບສູງບໍລິເວນປ່າໄມ້ ພີຄອດສ (Pecos) ໃນບໍລິເວນພູເຂົາ ຊານກຣີ ເດ ຄຣິດສໂຕ (the Sangre de Cristo), ເຂດແຫ່ງນີ້ໄດ້ຮັບແສງແດດເປັນເວລາ 300 ວັນຕໍ່ປີ, ແລະ ອຸນຫະພູມກໍບໍ່ໜາວປານໃດໃນເວລາຫິມະຕົກໃນລະດູໜາວ.

ວິທີສະໝັກ​​​​​​​ 

ນັກຮຽນສາມາດສະໝັກຜ່ານ ຄະນະກຳມະການປະຈຳຢູ່ແຕ່ລະປະເທດ ຫຼື ຜ່ານ UWC Global Selection Programme. ສຳລັບຂໍ້ມູນເພີ່ມເຕີມກ່ຽວກັບ UWC ສະຫະລັດອາເມລິກາ, ສາມາດຕິດຕາມໄດ້ທີ່.​​​​​

 

 

You have not allowed cookies and this content may contain cookies.

If you would like to view this content please

 

 

ລາຍລະອຽດສາມາດຕິດຕໍ່


UWC-USA
POST OFFICE BOX 248,
MONTEZUMA NM 87731-0248

18 Colleges
Worldwide